ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍໝື່ນຄົນ ເພື່ອກຽມພ້ອມຮັບມືນ້ຳຖ້ວມ


ໃນວັນທີ 13 ສິງຫາ ປີ 2021 ທີ່ຜ່ານມາ ທາງທິດຕາເວັນຕົກຂອງປະເທດຍີ່ປຸ່ນ ກຳລັງປະສົບບັນຫາຝົນຕົກໜັກເຮັດໃຫ້ແມ່ນ້ຳຫຼາຍສາຍຂຶ້ນສູງຢ່າງວ່ອງໄວ ເຊິ່ງສ່ຽງຕໍ່ການເກີດນ້ຳຖ້ວມໃນຫຼາຍພື້ນທີ່ ເຮັດໃຫ້ລັດຖະບານຈຳເປັນຕ້ອງສັ່ງອົບພະຍົບປະຊາຊົນຫຼາຍໝື່ນຄົນເພື່ອກຽມພ້ອມຮັບມືກັບອຸທົກກະໄພທີ່ອາດຈະເກີດຂຶ້ນ.

ນອກຈາກນີ້, ແຂວງຮິໂລຊິມາ ຍັງສັ່ງອົບພະຍົບປະຊາຊົນຢ່າງໜ້ອຍ 69,500ຄົນ ອອກຈາກບໍລິເວນທີ່ມີຄວາມສ່ຽງທີ່ຈະເກີດນ້ຳຖ້ວມສູງ ແລະ ດິນເຈື່ອນ ເຊິ່ງເກີດຈາກຝົນຕົກໜັກຢ່າງຕໍ່ເນື່ອງແບບບໍ່ເຄີຍມີມາກ່ອນໃນປະເທດຍີ່ປຸ່ນ.

ຫຼ້າສຸດ, ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນເມືອງ ອຸນເຊນ ທາງຕອນໃຕ້ຂອງແຂວງນາກາຊາກິ ແມ່ນເກີດດິນເຈື່ອນທັບເຮືອນປະຊາຊົນແລ້ວ ຢ່າງໜ້ອຍ 2ຫຼັງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 1ຄົນ ເປັນແມ່ຍິງອາຍຸ 50ປີ ແລະ ຍັງພົບຜູ້ສູນຫາຍອີກ 2ຄົນຕື່ມອີກ.

ນັກວິທະຍາສາດ ລະບຸວ່າ ການທີ່ຍີ່ປຸ່ນປະສົບກັບບັນຫານ້ຳຖ້ວມໜັກນີ້ ແມ່ນເປັນຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ ແລະ ພາວະໂລກຮ້ອນ ເນື່ອງຈາກສະພາບອາກາດທີ່ອຸ່ນຂຶ້ນ ຈຶ່ງເຮັດໃຫ້ປະລິມານນ້ຳເພີ່ມຂຶ້ນຕາມໄປນຳ.

ທີ່ມາ: https://bit.ly/3m4qFNW

ພາບ: bangkokbiznews, thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/