ຊາວຊີ​ເຣຍປ່ຽນຂີ້ເຫຍື້ອພລາສຕິກໃຫ້ເປັນພົມເພື່ອຫາລາຍໄດ້ໃນການລ້ຽງຊີບ


ໃນ​ບ້ານ Hezreh ແຂວງ Idlib ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ໃນພື້ນທີ່ທີ່ທຸກຍາກ, Mohammed Behlal ອາຍຸ 39 ປີ ເເລະ ລູກຂອງລາວໄດ້ອົດທົນກັບກິ່ນເໝັນ ເເລະ ສ່ຽງຕໍ່ໂຣກຕ່າງໆຈາກການເກັບ ເເລະ ຄັດເເຍກກອງຂີ້ເຫຍື້ອພລາສຕິກດ້ວຍມື ເພື່ອຫາເງິນລ້ຽງຊີບຄອບຄົວ ໂດຍພວກເຂົາມີລາຍໄດ້ພຽງ 7-10 ໂດລາຕໍ່ອາທິດເທົ່ານັ້ນ, ຫຼັງຈາກທີ່ເກັບ ເເລະ ຄັດເເຍກເເລ້ວ ພວກເຂົາຈະນຳໄປຂາຍໃຫ້ກັບໂຮງງານທີ່ຈະນຳມັນໄປຣີໄຊເຄິນອີກເທື່ອ

Mohammed Behlal ກ່າວວ່າ “ເຖິງມັນຈະເມື່ອຍ… ເເຕ່ເຮົາກໍເຮັດຫຍັງບໍ່ໄດ້ ເຮົາຈຳເປັນຈະຕ້ອງອົດທົນໃນການເຮັດວຽກນີ້, ເເຕ່ຢ່າງໜ້ອຍເຮົາກໍສາມາດຈັດການກັບຂີ້ເຫຍື້ອພວກນີ້ໄດ້”

Mohammed Behlal ໄດ້ຖືກຍິງຢູ່ຂາ ເຮັດໃຫ້ບໍ່ສາມາດເຮັດວຽກໄດ້ຢ່າງປົກກະຕິ, ຍ້ອນຄວາມຄັດເເຍ້ງໃນຊີເຣຍໄດ້ເຮັດໃຫ້ມີຜູ້ຄົນເສຍຊີວິດໄປເເລ້ວກວ່າ 500,000 ຄົນ ເເລະ ອີກປະມານເຄິ່ງໜຶ່ງຂອງປະຊາກອນທັງໝົດຖືກບັງຄັບໃຫ້ອອກຈາກທີ່ຢູ່ອາໄສນັບຕັ້ງເເຕ່ສົງຄາມເກີດຂຶ້ນໃນປີ 2011.

ໃນ​ໂຮງ​ຖິ້ມ​ຂີ້​ເຫຍື້ອ​ຂະ​ໜາດ​ໃຫຍ່ຢູ່​ຂ້າງ​ຂົງເຂດກະສິກໍາ​, ຄົນງານໄດ້ຄັດເເຍກຂີ້ເຫຍື້ອພລາສຕິກອອກເປັນກອງຕາມເເຕ່ລະສີ. ຫຼັງຈາກນັ້ນກໍນຳໄປຕັດເປັນຕ່ອນນ້ອຍໆ ແລະ ຫຼອມເປັນເມັດພລາສຕິກ, ຈາກນັ້ນຄົນງານໂຮງງານຈຶ່ງເຮັດເສື່ອ ແລະ ພົມປູທີ່ເຮັດຈາກເສັ້ນດ້າຍພລາສຕິກສີສົດໃສ, ໂດຍເສື່ອທີ່ເຮັດອອກມານັ້ນມີຫຼາກຫຼາຍລວດລາຍ ເເລະ ມີສີສັນທີ່ສະດຸດຕາ.

Mohammed al-Qassem ເຈົ້າຂອງໂຮງງານຜະລິດເສື່ອກ່າວວ່າ ເສື່ອພລາສຕິກນັ້ນເປັນທີ່ນິຍົມຫຼາຍ ສຳລັບຜູ້ຄົນທີ່ຕ້ອງພັດຈາກຖິ່ນຖານ ຫຼື ມາຢູ່ອາໄສຊົ່ວຄາວ, ເສື່ອທີ່ເຮັດຈາກພລາສຕິກທີ່ນຳມາຣິໄຊເຄິນມີລາຄາຕັ້ງແຕ່ 5 ໂດລາເຖິງ 15 ໂດລາ, ໃນຂະນະທີ່ພົມແບບເປີເຊຍມີລາຄາປະມານ 100 ໂດລາ.

ໂດຍໃນລະດູຮ້ອນ, ຄວາມຕ້ອງການເສື່ອນັ້ນເພີ່ມຂຶ້ນ ເນື່ອງຈາກພວກມັນມີລາຄາ ເເລະ ກັກເກັບຄວາມຮ້ອນໄດ້ໜ້ອຍ.

ທີ່ມາ:

https://cutt.ly/1wrHefvk

https://cutt.ly/YwrHeksN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/