ຈີນເດີນໜ້າໂຄງການ “ແຍກເກືອຈາກນ້ຳທະເລ” ຜະລິດນ້ຳຈືດໄດ້ 10,000 ໂຕນ/ວັນ


ໂຄງການແຍກເກືອອອກຈາກນ້ຳຂະໜາດໃຫຍ່ ເຊິ່ງສາມາດຜະລິດນ້ຳຈືດຈາກນ້ຳທະເລໄດ້ເຖິງ 10,000 ໂຕນ ຕໍ່ວັນ ເລີ່ມດຳເນີນການແລ້ວທີ່ເມືອງຖັງຊານ ມົນທົນເຫີເປີ່ຍທາງຕອນເໜືອຂອງຈີນ.

ບໍລິສັດ ຈິງຖັງ ຍູໄນເຕັດ ໄອອອນ ແອນ ສຕີລ ຈຳກັດ ເປັນຜູ່ດຳເນີນໂຄງການແຍກເກືອອອກຈາກນ້ຳທະເລແບບໄຮບຣິດ ທີ່ໃຊ້ຄວາມຮ້ອນ-ເມມເບຣນ, ເຊິ່ງໄດ້ຮັບການຍົກໃຫ້ເປັນ ຄວາມສຳເລັດທາງອຸດສາຫະກຳຄັ້ງໃຫຍ່ຂອງທຸລະກິດເຫຼັກກ້າຂອງຈີນ ເຊິ່ງເປັນອຸດສາຫະກຳທີ່ຕ້ອງໄດ້ໃຊ້ນ້ຳປະລິມານຫຼາຍ.

ຈາງໂປ໋ ເຈົ້າໜ້າທີ່ຝ່າຍພະລັງງານ ແລະ ການປົກປ້ອງສິ່ງແວດລ້ອມຂອງບໍລິສັດ ລະບຸວ່າໂຄງການໃໝ່ນີ້ປະສົມປະສານການໃຊ້ຄວາມຮ້ອນ ແລະ ເມມເບຣນ ເພື່ອແຍກເກືອອອກຈາກນ້ຳທະເລ ໂດຍການໃຊ້ຄວາມຮ້ອນໃນການກັ່ນນ້ຳທະເລ ແລະ ໃຊ້ເມມເບຣນໃນການກັ່ນຕອງແບບອັລຕຣາ ແລະ ອອສໂມຊິສຜັນກັບ ເຊິ່ງເປັນວິທີທີ່ຄ້າຍຄືກັບກົນໄກເຄື່ອງກັ່ນຕອງນ້ຳໃນບ້ານ.

ນ້ຳຈືດທີ່ໄດ້ຈາກໂຄງການນີ້ຈະຖືກນຳໄປໃຊ້ໃນການຫຼອມແຫຼວໃນໂຮງງານປະລິດເຫຼັກກ້າໂດຍກົງ ພ້ອມທັງແຈກຢາຍໃຫ້ພະນັກງານບໍລິໂພກໃນແຕ່ລະວັນ.

ຂະບວນການແຍກນ້ຳຈາກທະເລເປັນສ່ວນສຳຄັນສຳລັບໂຮງງານຫຼອມແຫຼວເຫຼັກກ້າ ເນື່ອງຈາກເຮັດໃຫ້ໂຮງງານສາມາດໃຊ້ປະໂຫຍດຈາກນ້ຳທະເລທີ່ມີປະລິມານລົ້ນເຫຼືອ ແລະ ນຳຄວາມຮ້ອນທີ່ເຫຼືອຖິ້ມມາສົ່ງເສີມໃຫ້ຂະບວນການຜະລິດເປັນມິດຕໍ່ສິ່ງແວດລ້ອມຍິ່ງຂຶ້ນ.

ທີ່ມາ: https://www.xinhuathai.com/china/161368_20201217