ຈີນຍັງຄົງຄອງຕຳແໜ່ງຜູ້ນຳ! ADB ກ່າວ ຈີນ​ຍັງ​ຄົງ​ເປັນ​ກຳລັງ​ທີ່​ສຳຄັນ​ໃນການຂັບ​ເສດຖະກິດ​ໂລກ


ທະນາຄານ​ພັດທະນາ​ອາຊີ (ADB) ທີ່​ມີ​ສຳນັກງານ​ໃຫຍ່​ຢູ່​ນະຄອນຫຼວງ​ມະນິລາ ກ່າວ​ວ່າ: ຈີນ​ຍັງ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ສຳຄັນ​ຂອງ​ຫຼາຍ​ປະ​ເທດ​ໃນທົ່ວໂລກ ແລະ ການກ່າວອ້າງທີ່ວ່າ ຈີນ​ຈະ​ແຍກ​ຕົວ​ອອກ​ຈາກ​ເສດ​ຖະ​ກິດ​ໂລກແມ່ນຍັງໄກເກີນຄວາມເປັນຈິງ

Albert Park ຫົວໜ້າເສດຖະສາດຂອງ ADB ກ່າວຕໍ່ CNBC ວ່າ “ຈີນອາດຈະເປັນຄູ່ຄ້າອັນດັບໜຶ່ງສໍາລັບປະເທດສ່ວນໃຫຍ່ໃນທົ່ວໂລກ”. ເຖິງ​ແມ່ນ​ວ່າ​ການ​ຄ້າ​ໂດຍ​ລວມ​ຂອງ​ຈີນ​ໄດ້​ຫຼຸດ​ລົງ​ໃນ​ບາງສ່ວນ. ​ແຕ່​ການມີສ່ວນຮ່ວມ ​ແລະ ​ຄວາມ​ສຳຄັນ​ຂອງ​ຈີນ​ໃນ​ຕ່ອງ​ໂສ້​ອຸປະທານໃນ​ທົ່ວ​ໂລກ​ຍັງ​ຄົງ​ບໍ່​ລົດ​ລະ.

ການ​ຄ້າ​ຂອງ​ຈີນ​ກັບ​ຄູ່​ການ​ຄ້າ​ລາຍໃຫຍ່​ໄດ້​ຫຼຸດ​ລົງ​ໃນ​ປີ 2023, ການ​ສົ່ງ​ອອກ​ປະ​ຈໍາ​ປີ​ຂອງ​ຈີນ​ໄດ້​ຫຼຸດ​ລົງ​ເປັນ​ຄັ້ງ​ທໍາ​ອິດ​ໃນ​ຮອບ 7 ປີເນື່ອງຈາກ​ຄວາມ​ຕ້ອງ​ການ​ຂອງ​ສິນ​ຄ້າ​ຂອງ​ຈີນ​ຫຼຸດ​ລົງ​ທ່າມກາງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຊ້າ​ລົງ. ​ແນວ​ໃດ​ກໍ​ດີ, ຈີນຍັງ​ຄົງ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ສຳຄັນ​ກັບ 120 ກວ່າ​ປະ​ເທດ ​ແລະ ​ຍັງ​ຄົງ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ກັບ​ຍີ່​ປຸ່ນ, ເກົາຫຼີໃຕ້, ​ໄຕ້​ຫວັນ ​ແລະ ​ຫວຽດນາມ, ອີງ​ຕາມ​ຂໍ້​ມູນ​ຈາກ​ສູນ​ວິ​ໄຈ​ຂອງ​ອາ​ເມ​ລິ​ກາ Wilson Center.

ໃນຂະນະທີ່ແນວໂນ້ມນີ້ອາດຈະເປັນຄວາມຈິງສໍາລັບບາງຜະລິດຕະພັນ ຫຼື ປະເທດສະເພາະເຈາະຈົງທີ່ “ພະຍາຍາມ​ຢ່າງ​ແຂງ​ຂັນ​ເພື່ອ​ຈຳກັດ​ການ​ຄ້າ​ກັບ​ຈີນ” ​ແຕ່​ໃນ​ລະດັບ​ໂລກ ການແຍກຕົວອອກຈາກກັນນັ້ນຍັງບໍ່ເປັນທີ່ຊັດເຈນຫຼາຍ. Albert Park ກ່າວຕື່ມວ່າ ເຖິງແມ່ນວ່າຫຼັງຈາກການຂັດແຍ້ງດ້ານການຄ້າທີ່ເລີ່ມຕົ້ນຂຶ້ນໂດຍປະທານາທິບໍດີສະຫະລັດທ່ານ Donald Trump ໃນປີ 2018, ຄວາມສໍາຄັນຂອງຈີນໃນຕ່ອງໂສ້ອຸປະທານທົ່ວໂລກກໍບໍ່ໄດ້ຫຼຸດລົງເລີຍ.

ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງຈີນກັບສະຫະລັດ ໄດ້ລະເບີດຂຶ້ນຕັ້ງແຕ່ປີ 2018 ເມື່ອ Donald Trump ໃຊ້ພາສີ ແລະ ມາດຕະການກີດກັ້ນທາງການຄ້າອື່ນໆກັບຈີນ, ແຕ່ເຖິງເເບບນັ້ນ ຈີນກໍຍັງຄົງມີບົດບາດທີ່ສໍາຄັນໃນເສດຖະກິດໂລກ, ເຊິ່ງກວມເອົາ 18% ຂອງ GDP ທົ່ວໂລກ ແລະ ຍັງຖືວ່າເປັນເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ.

ໃນອີກດ້ານໜຶ່ງ, ເພື່ອທີ່ຈະເພິ່ງພາຕົນເອງໃຫ້ຫຼາຍຂຶ້ນ​ຈີນ​ຈຶ່ງໄດ້ມີການ​ນຳ​ເຂົ້າໜ້ອຍລົງ​ ແຕ່ກໍຍັງຕ້ອງລາຍໄດ້ທີ່ເຂົ້າມາຈາກຕ່າງປະເທດຢູ່ ເພື່ອການພັດທະນາ ເເລະ ເເກ້ໄຂບັນຫາຕ່າງໆ ຈຶ່ງໄດ້ມີການສົ່ງອອກໄປຕ່າງປະເທດຫຼາຍຂຶ້ນ.

“ໂດຍ​ທົ່ວ​ໄປ, ການເເຍກຕົວອອກຈາກປະເທດຫຼັກໆ ສຳລັບຂະບວນການຜະລິດ ແລະ ການບໍລິໂພກທົ່ວໂລກຈາກຈີນຍັງບໍ່ໄດ້ມີການກ່າວເຖິງແຕ່ຢ່າງໃດ”

ສະຫະລັດ ແລະ ສະຫະພາບຢູໂຣບກໍາລັງພິຈາລະນາການລົງໂທດຕໍ່ບໍລິສັດຈີນທີ່ເຊື່ອວ່າສະໜັບສະໜູນລັດເຊຍໃນສົງຄາມກັບຢູເຄຣນ. ໂດຍການ​ເຄື່ອນ​ໄຫວ​ນີ້​ອາດ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເສດຖະກິດ​ຈີນ​ຫຼາຍ​ກວ່າ​ເກົ່າ. ໃນຂະນະ​ທີ່​ຈີນ​ພະຍາຍາມ​ຟື້ນ​ຕົວ​ຈາກ​ສະພາບ​ເສດຖະກິດ​ຖົດ​ຖອຍຫຼັງ​ໂຄ​ວິດ. ຄວາມ​ກັງ​ວົນ​ກ່ຽວ​ກັບ​ການ​ລົງ​ທຶນ​ຢູ່​ຈີນ​ເພີ່ມ​ຂຶ້ນຫຼາຍ ເນື່ອງຈາກ​ເສດ​ຖະ​ກິດ​ຍັງຄົງ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ຈາກ​ການ​ເງິນ​ເຟີ້, ການຊະລໍຕົວຂອງເສດຖະກິດ ແລະ ຕະຫຼາດອະສັງຫາລິມະສັບທີ່ອ່ອນເເອ.

​ເຖິງ​ວ່າ​ຈີນ​ຍັງ​ຄົງ​ເປັນ​ຄູ່​ການ​ຄ້າ​ທີ່​ສຳຄັນ ​ແຕ່​ພາວະການຟື້ນຕົວ​ທີ່​ຢຸດ​ສະງັກ​ຂອງ​ຈີນ​ແມ່ນ​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ການ​ຄ້າ​ຂອງ​ອາຊີ.

  • ຄວາມສ່ຽງດ້ານຄວາມຕ້ອງການ: ຈີນຍັງຄົງມີຄວາມສ່ຽງດ້ານຄວາມຕ້ອງການທີ່ສໍາຄັນ. ເນື່ອງຈາກ​ວ່າ​ຍັງ​ມີ​ຄວາມ​ບໍ່​ແນ່​ນອນ​ກ່ຽວ​ກັບ​ຄວາມ​ເຂັ້ມ​ແຂງ​ຂອງ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ຈີນ, ໂດຍ​ຫຼັກການງ່າຍໆທີ່ກ່າວ​ວ່າ​ ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ທີ່ຊະລໍຕົວລົງ 1%, ຈະ​ຫຼຸດ​ຄວາມ​ຕ້ອງການໃນ​ສົ່ງ​ອອກ​ຈາກ​ອາຊີ​ປະມານ 0,3%.
  • ປັດໄຈທີ່ທ້າທາຍອື່ນໆ: ການເຕີບໂຕຂອງເສດຖະກິດໂລກຊ້າລົງ. ຄາດ​ວ່າ​ຄວາມ​ຕ້ອງການ​ສິນຄ້າ​ສົ່ງ​ອອກ​ຈາກ​ອາຊີ​ຈະ​ຫຼຸດ​ລົງ​ເຊັ່ນ​ກັນ.
  • ປັດ​ໄຈ​ດ້ານການສະ​ໜັບ​ສະ​ໜູນ​:
  • ການຟື້ນຕົວຂອງວົງຈອນ semiconductor ເຊິ່ງອາດຈະສົ່ງຜົນດີໃຫ້ແກ່ຜູ້ສົ່ງອອກເຕັກໂນໂລຢີຂັ້ນສູງໃນອາຊີເຊັ່ນ: ເກົາຫຼີໃຕ້, ໄຕ້ຫວັນ ແລະ ຍີ່ປຸ່ນ.
  • ຄວາມຕ້ອງການເພີ່ມຂຶ້ນສໍາລັບຜະລິດຕະພັນຈາກສະຫະລັດ ແລະສະຫະພາບຢູໂຣບ
  • ການຂະຫຍາຍຕົວທີ່ເຂັ້ມແຂງຂອງອິນເດຍ ທັງ​ໝົດ​ລ້ວນ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ຄ້າຂອງ​ອາຊີ.

ບົດ​ລາຍ​ງານ​ການ​ເຊື່ອມ​ໂຍງ​ເສດຖະກິດ​ອາຊີ​ປີ 2024 ຂອງ ADB ກ່າວ​ວ່າ ການ​ຄ້າ​ໃນ​ອາ​ຊີທີ່ຢຸດ​ສະ​ງັກ​ໃນ​ປີ​ກາຍ​ນີ້ ເກີດຂຶ້ນຈາກ​ຫຼາຍ​ປັດ​ໄຈ. ລວມທັງນະໂຍບາຍການເງິນທົ່ວໂລກ, ຄວາມເຄັ່ງຕຶງທາງດ້ານພູມສາດ ແລະ ການຖົດຖອຍໃນວົງຈອນ semiconductor.

ທີ່ມາ:

cnbc

cnbc2

wilsoncenter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/