ສປປ ລາວ ແລະ ແຂວງຢຸນນານ ຫາລືຊຸກຍູ້ສົ່ງອອກສິນຄ້າກະສິກຳ ໄປ ສປ ຈີນ ເພີ່ມຂຶ້ນ


ເຈົ້າແຂວງແຂວງ ຢຸນນານ ສປ ຈີນ ເດີນທາງມາຢ້ຽມຢາມ ສປປ ລາວ ພ້ອມຫາລື ການຮ່ວມມື ສົ່ງເສີມການຄ້າຊາຍແດນ ການສ້າງກົນໄກການປະສານງານ ເພື່ອຊຸກຍູ້ການສົ່ງອອກສິນຄ້າກະສິກຳ ຈາກ ສປປ ລາວ ໄປ ສປ ຈີນ ໃຫ້ເພີ່ມຂຶ້ນ.

ເມື່ອບໍ່ດົນມານີ້ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໄດ້ພົບປະກັບທ່ານ ຫວັງ ໂຢໂປ ເຈົ້າແຂວງແຂວງ ຢູນນານ ສປ ຈີນເພື່ອປຶກສາຫາລືຊຸກຍູ້ວຽກງານການຮ່ວມມືດ້ານການຄ້າລະຫວ່າງລາວ ແລະ ແຂວງຢູນນານ ແນະນຳສະພາບການຄ້າຂອງສອງຝ່າຍ ການອໍານວຍຄວາມສະດວກກ່ຽວກັບການຂົນສົ່ງສິນຄ້າຜ່ານທາງລົດໄຟ ສົ່ງເສີມການທ່ອງທ່ຽວ.

ໂດຍໃນການພົບປະກັນຄັ້ງນີ້ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ລາວ ໄດ້ສະເໜີຂໍການສະໜັບສະໜູນ ຮ່ວມມືທັງ 2 ​ຝ່າຍ ສົ່ງເສີມການຄ້າຊາຍແດນ ການສ້າງກົນໄກການປະສານງານ ແລະ ຮ່ວມມືລະຫວ່າງລາວ ແລະ ແຂວງຢຸນນານ ການອຳນວຍຄວາມສະດວກການສົ່ງອອກສິນຄ້າກະສິກຳ ໂດຍສະເພາະໂກຕ້າບັນດາສິນຄ້າກະສິກຳ ແລະ ລາຍການສິນຄ້າທີ່ທາງລາວສາມາດສົ່ງອອກໄປຈີນໄດ້ເຊັ່ນ: ຢາງພາລາ ໝາກຖົ່ວ ໝາກສາລີ ແລະ ອື່ນໆ.

ສະເໜີຂໍການສະໜັບສະໜູນຈາກແຂວງຢູນນານເພື່ອໃຫ້ຄະນະວິຊາການຂອງກະຊວງ ອຄ ໄດ້ໄປຖອດຖອນບົດຮຽນໃນວຽກງານຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໂດຍສະເພາະວິທີການເກັບກຳໂຕເລກສະຖິຕິການຄ້າ ການຄຸ້ມຄອງລາຍຮັບຈາກການສົ່ງອອກ ການຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລະ ອື່ນໆ.

ທັງ 2 ຝ່າຍຈະຮ່ວມມືກັນໃນວຽກງານການສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນການສ້າງຄວາມເຂັ້ມແຂງ ປັບປຸງຜະລິດຕະພາບ ແລະ ຄຸນະພາບໃນຂະບວນການຜະລິດໃຫ້ກຸ່ມຜູ້ຜະລິດສິນຄ້າ ເພື່ອໃຫ້ເຂົ້າເຖິງບັນດາແຫຼ່ງທຶນ ແລະ ຕະຫຼາດຂອງຈີນ ການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຄ້າເອເລັກໂຕນິກ ໂດຍສະເພາການສົ່ງເສີມສິນຄ້າທີ່ມີຄຸນະພາບສູງ ການສົ່ງເສີມ SME ແລະ ການພັດທະນາລະບົບ Ecommerce platform ການພັດທະນາລະບົບຂົນສົ່ງ ແລະ Logistics ການແລກປ່ຽນຂໍ້ມູນຂ່າວສານ ດ້ານນິຕິກຳກົດໝາຍ ແລະ ລະບຽບການຕ່າງໆ ສະເໜີຂໍທຶນເຝິກອົບຮົມໃຫ້ພະນັກງານທີ່ຮັບຜິດຊອບວຽກງານການແຂ່ງຂັນທາງທຸລະກິດ ກວດກາການຄ້າ ແລະ ປົກປ້ອງຜູ້ຊົມໃຊ້ໃຫ້ເຂັ້ມແຂງ ແລະ ດ້ານອື່ນໆເພີ່ມຕື່ມ.

ຕະຫຼອດໄລຍະທີ່ຜ່ານມາ ຈີນໄດ້ກາຍເປັນຄູ່ຮ່ວມມື ແລະ ຊ່ວຍເຫຼືອສະໜັບສະໜູນລາວກໍຄືກະຊວງ ອຄ ມາຕະຫຼອດ ເປັນຕົ້ນແມ່ນການຊຸກຍູ້ສົ່ງເສີມການຄ້າສອງຝ່າຍ ການໃຫ້ສິດທິພິເສດ 98% ຂອງລາຍການສິນຄ້າສົ່ງອອກລາວໄປຈີນ ແລະ ໂກຕ້າ ການຍົກລະດັບບຸກຄະລາກອນດ້ານການຄ້າ ການຊ່ວຍເຫຼືອດ້ານວັດຖຸອຸປະກອນ-ພາຫະນະ ແລະ ອື່ນໆ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/