ຈີນຈະກາຍເປັນຜູ້ສົ່ງອອກລົດລາຍໃຫຍ່ທີ່ສຸດໃນໂລກ


ຈີນຈະກາຍເປັນຜູ້ສົ່ງອອກລົດລາຍໃຫຍ່ທີ່ສຸດໃນໂລກພາຍໃນປີນີ້ ເຊິ່ງປະລິມານການສົ່ງອອກໃນໄລຍະ 10 ເດືອນທຳອິດສູງແຕະ 3.9 ລ້ານຄັນ ໂດຍອຸດສາຫະກຳພາຫະນະຂອງຈີນໄດ້ກ້າວໄປສູ່ຄວາມເປັນສາກົນຢ່າງແຂງແຮງ ເຖິງແມ່ນວ່າສະພາບແວດລ້ອມລະຫວ່າງປະເທດຈະວິກິດ ແລະ ມີຄວາມຊັບຊ້ອນກໍຕາມ.

ໃນໄຕມາດທຳອິດຂອງປີ 2024 ຈີນໄດ້ສົ່ງອອກລົດລວມ 1.07 ລ້ານຄັນ ແຊງໜ້າຍີ່ປຸ່ນເປັນຄັ້ງທຳອິດຈົນກາຍເປັນ ຜູ້ສົ່ງອອກລົດລາຍໃຫຍ່ທິ່ສຸດໃນໂລກ ໂດຍປະລິມານການສົ່ງອອກລົດ ໃນ 10 ເດືອນທຳອິດເພີ່ມຂຶ້ນ 59.7% ເມື່ອທຽບໃສ່ປີຕໍ່ປີຢູ່ທີ່ 3.92 ລ້ານຄັນ.

ໃນຂະນະທີ່ ລາຄາສົ່ງອອກລົດຕໍ່ຄັນໃນໄລຍະ 3 ໄຕມາດທຳອິດຂອງປີ 2023 ໄດ້ເພີ່ມຂຶ້ນສູງເປັນ 137,000 ຢວນ ຫຼື ປະມານ 19,100 ໂດລາສະຫະລັດ ຈາກເມື່ອກ່ອນ 85,000 ຢວນ ຫຼືປະມານ 11,840 ໂດລາສະຫະລັດໃນປີ 2014.

ພ້ອມກັນນີ້ ຖ້າຢ້ອນກັບໄປປີ 2014 ມູນຄ່າການສົ່ງອອກຂອງຕ່ອງໂສ້ອຸດສາຫະກຳລົດຂອງຈີນມີພຽງ 1.56 ພັນລ້ານໂດລາສະຫະລັດ ຄອງສ່ວນແບ່ງຕະຫຼາດໂລກພຽງ 0.56% ແຕ່ມູນຄ່າດັ່ງກ່າວໃນ 8 ເດືອນທຳອິດຂອງປີນີ້ສູງເກືອບ 1.22 ແສນລ້ານໂດລາສະຫະລັດ ຄິດເປັນ 5.5% ຂອງຕະຫຼາດໂລກ.

ນອກຈາກນີ້ ຕະຫຼາດຂອງຈີນຈະເປີດຮັບການເຕີບໂຕໃໝ່ໆ ເຊິ່ງເປັນຜົນມາຈາກການອອກນະໂຍບາຍຫຼາຍປະການ ເພື່ອຮັກສາສະຖຽນລະພາບເສດຖະກິດ ແລະ ສົ່ງເສີມການບໍລິໂພກ ຕະຫຼອດຈົນການຄ່ອຍໆຟື້ນຕົວຂອງຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/