ຄົບຮອບ 22 ປີຂອງ MSN ໂປຣແກຣມແຊັດໃນຕຳນານທີ່ເປັນຄວາມຊົງຈຳໃນໄວໜຸ່ມຂອງຫຼາຍຄົນ


MSN Messenger ຫຼື Window Live Messenger ຫຼື ທີ່ຫຼາຍໆຄົນເອີ້ນວ່າ MSN ເປັນໂປຣແກຣມແຊັດປະຈຳ ຂອງໄວໜຸ່ມຍຸກ 2000 ເຊິ່ງເປັນບ່ອນເຮັດໃຫ້ຮູ້ຈັກໝູ່ໃໝ່ໆທີ່ຢູ່ຫ່າງອອກໄປ ຫຼື ຫຼາຍໆຄົນກໍໄດ້ພົບຄົນຮັກຢູ່ໃນນີ້. ໂປຣແກຣມດັ່ງກ່າວກໍໄດ້ມີອາຍຸມາຮອດ 22 ປີແລ້ວ ເຖິງວ່າຈະໄດ້ປິດບໍລິການໄປແລ້ວກໍຕາມ.

MSN ໄດ້ຖືກເປີດຕົວ ແລະນຳໃຊ້ໃນວັນທີ 22 ກໍລະກົດ 1999 ໂດຍບໍລິສັດ Microsoft ເຊິ່ງຕໍ່ມາຈື່ງໄດ້ປ່ຽນຊື່ເປັນ Window Live Messenger ໃນປີ 2005, ໃນປີ 2009 MSN ໄດ້ມີຜູ້ໃຊ້ງານສູງເຖິງ 330 ຄົນໃນທົ່ວໂລກ ຈົນສົ່ງຜົນໃຫ້ MSN ໄດ້ກາຍເປັນໂປຣແກຣມແຊັດທີ່ຖືກນຳໃຊ້ຢ່າງກວ້າງຂວາງ.

ໃນເດືອນພຶດສະພາ 2011, MSN ໄດ້ຖືກຊື້ໂດຍບໍລິສັດ Skype Technologies ເຊິ່ງກໍໄດ້ເຮັດໃຫ້ MSN ແລະ Skype ຖືກລວມເປັນອັນດຽວ ແລະ ສາມາດໃຊ້ບັນຊີດຽວກັນໄດ້.

MSN ໄດ້ຖືກຍົກເລີກ ແລະ ຢຸດໃຫ້ບໍລິການໃນວັນທີ 31 ຕຸລາ 2014 ເປັນການສິ້ນສຸດໂປຣແກຣມແຊັດທີ່ຫຼາຍໆຄົນໃຊ້ກັນເປັນເວລາກວ່າ 15 ປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/