ການໃຊ້ກົ່ວໃນນ້ຳມັນ ໄດ້ຖືກກຳຈັດໄປໝົດຈາກໂລກແລ້ວ


ໂຄງການສິ່ງແວດລ້ອມຂອງອົງການສະຫະປະຊາຊາດ (The UN Environment Programme) ໄດ້ປະກາດວ່າ ປັດຈຸບັນບໍ່ມີປະເທດໃດໃນໂລກນຳໃຊ້ກົ່ວໃນນ້ຳມັນອີກຕໍ່ໄປແລ້ວ.

ເນື່ອງຈາກວ່າສານດັ່ງກ່າວໄດ້ເຂົ້າໄປປົນໃນອາກາດ, ດິນ, ພືດ ແລະ ນ້ຳເປັນເວລາເກືອບສະຕະວັດ ຈຶ່ງສົ່ງຜົນກະທົບເຖິງບັນຫາສຸຂະພາບຕ່າງໆເຊັ່ນ: ໂຣກຫົວໃຈ, ມະເຮັງ ແລະ ໂຣກຫຼອດເລືອດໃນສະໝອງ ໄປຈົນຮອດພັດທະນາການຂອງເດັກນ້ອຍ.

ດ້ວຍເຫດນັ້ນ, ພາຍໃນຊຸມປີ 1980 ບັນດາປະເທດທີ່ພັດທະນາແລ້ວກໍໄດ້ມີການແບນການໃຊ້ກົ່ວໃນນ້ຳມັນ. ເຫດການຕັກເຕືອນເກີດຂຶ້ນເມື່ອໃນປີ 1924 ພະນັກງານ 5 ຄົນ ໄດ້ຖືກປະກາດວ່າເສຍຊີວິດ ແລະ ອີກຫຼາຍຄົນຕ້ອງເຂົ້າໂຮງໝໍ ຫຼັງຈາກຖືກກະທົບຈາກການສັ່ນສະເທືອນຂອງໂຮງສະກັດນ້ຳມັນຂອງສະຫະລັດອາເມຣິກາ. ເຖິງຢ່າງໃດກໍຕາມ, ການໃສ່ທາດກົ່ວຍັງຄົງຖືກນຳໄປປະກອບໃສ່ກັບນ້ຳມັນຕ່າງໆທົ່ວໂລກ. ຈົນຮອດຊຸມປີ 1970, ປະເທດມີທີ່ມີອຳນາດທາງການເງິນເລີ່ມຖອນຕົວອອກຈາກການໃຊ້ສານເຊື້ອໄຟດັ່ງກ່າວ.

ສາມທົດສະວັດຕໍ່ມາ, ຍັງມີເຖິງ 86 ປະເທດທີ່ນຳໃຊ້ກົ່ວໃນນ້ຳມັນ. ໃນປີ 2002 ອົງການສະຫະປະຊາຊາດໄດ້ຮ່ວມມືກັບລັດຖະບານ ແລະ ບໍລິສັດເອກະຊົນຫຼາຍແຫ່ງເພື່ອລະດົມການຢຸດໃຊ້ທາດກົ່ວໃນນ້ຳມັນ. ພາຍຫຼັງໃນປີ 2016, ເກົາຫຼີເໜືອ, ມຽນມາ ແລະ ອັບການິສຖານຍຸຕິການສົ່ງອອກນ້ຳມັນທີ່ມີກົ່ວ, ເຫຼືອແຕ່ປະເທດອິຣັກ, ເຢເມນ, ອັລຈິເຣຍ ທີ່ຍັງສືບຕໍ່ນ້ຳມັນທີ່ມີກົ່ວຈົນຮອດ 2021. ເມື່ອປະເທດອັລຈີເຣຍໄດ້ຍຸຕິການໃຫ້ບໍລິການນ້ຳມັນດັ່ງກ່າວໃນເດືອນກໍລະກົດ ເປັນການປະກາດວ່າທົ່ວໂລກໄດ້ຍົກເລີກການນຳໃຊ້ກົ່ວໃນນ້ຳມັນເປັນທີ່ຮຽບຮ້ອຍ.

ສະຫະປະຊາຊາດໄດ້ປະກາດວ່າ ມື້ນີ້ພວກເຮົາໄດ້ສຳເລັດການກຳຈັດນຳໃຊ້ສານຕະກົ່ວໃນນ້ຳມັນໃຫ້ອອກຈາກໂລກແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/