ຄົນຕະຫຼົກງົດກ່ອນ! ທ່ານໝໍ ໂພສເຕືອນຫ້າມຄົນຕະຫຼົກ ເຂົ້າຢ້ຽມພີ່ນ້ອງຄົນເຈັບ ເຫດພາກັນຫົວຫຼາຍຈົນບາດຜ່າຕັດແຍກ

ຄົນຕະຫຼົກງົດກ່ອນ

ເລື່ອງເລົ່າ ຫຼື ມຸກຕະຫຼົກ ຖືເປັນເລື່ອງທີ່ໃຜໆກໍຢາກຟັງ ເພາະນອກຈາກຈະເປັນເລື່ອງທີ່ມ່ວນຊື່ນຕະຫຼົກເຮຮາແລ້ວ ບາງເທື່ອມັນກໍຊ່ວຍໃຫ້ເຮົາລືມຄວາມກັງວົນໃນບາງໄລຍະເວລາໄປໄດ້ເຊັ່ນກັນ. ແຕ່ບາງເທື່ອຖ້າເວົ້າ ຫຼື ເລົ່າເລື່ອງຕະຫຼົກໃນສະຖານະການທີ່ບໍ່ເໝາະສົມປານໃດ ກໍອາດຈະສ້າງຜົນກະທົບທີ່ເຮົາອາດຈະຄາດບໍ່ເຖິງ ກໍເປັນໄດ້.

ຄົນຕະຫຼົກງົດກ່ອນ

ເຊັ່ນໃນກໍລະນີຂອງຄົນເຈັບທ່ານໜຶ່ງ ທີ່ມີພີ່ນ້ອງມາຢາມ ແລ້ວພາກັນເວົ້າເລື່ອງຕະຫຼົກ ເວົ້າເລື່ອງຊວນຫົວໃຫ້ກັນຟັງ ແລະ ພາກັນຫົວຈົນລືມຕົວ ສະເທືອນໄປຮອດບາດຜ່າຕັດທີ່ທ່ານໝໍຫຍິບໄວ້ແຍກອອກຈາກກັນ ຈົນຕ້ອງໃຫ້ທ່ານໝໍມາຫຍິບກັບເຂົ້າໄປໃໝ່ກັນເລີຍ.

ເລື່ອງມີຢູ່ວ່າ ວັນທີ 25 ກຸມພາ ທ່ານໝໍທ່ານໜຶ່ງ ໃນໂຮງໝໍຕຳຫຼວດ ສຳນັກງານຕຳຫຼວດແຫ່ງຊາດ ປະເທດໄທ ໄດ້ອອກມາໂພສ Facebook ຜ່ານເພຈ อรัณ ไตรตานนท์ โต๊ะทำงาน ວ່າ: “ພະຍາບານໄດ້ໂທລະສັບເຂົ້າມາ ແລ້ວບອກວ່າ ອາຈານ ຄົນເຈັບທີ່ຜ່າຕັດໄປມື້ວານ ຄືຊິພາກັນເວົ້າເລື່ອງຕະຫຼົກ ຄົນເຈັບຫົວຫຼາຍເກີນໄປ ຕອນນີ້ ບາດແຜທີ່ຜ່າຕັດໄປ ມັນແຍກອອກຈາກກັນແລ້ວອາຈານ”.

ຄົນຕະຫຼົກງົດກ່ອນ

ໂດຍທ່ານໝໍ ໂພສຂໍ້ຄວາມດັ່ງກ່າວພ້ອມແຄັບຊັ່ນລະບາຍຄວາມຮູ້ສຶກເອົາໄວ້ວ່າ: “ຫົວຈະປວດ ຢາກເອົາມືຢຸມຫົວໝູ່ຄົນເຈັບເດ້ ພີ່ນ້ອງ ຫຼື ໝູ່ທີ່ຕະຫຼົກ ງົດຢ້ຽມກ່ອນເດີ”

ຫຼັງຈາກເລື່ອງນີ້ ຖືກເຜີຍແຜ່ອອກໄປກໍກາຍເປັນທີ່ເວົ້າເຖິງກັນຢ່າງກວ້າງຂວາງ ເຊິ່ງກໍມີທັງຕະຫຼົກໃນເລື່ອງລາວນີ້ ມີທັງສະແດງຄວາມຄິດເຫັນ ແລະ ແບ່ງປັນປະສົບການຕ່າງໆ ບາງຄົນກໍບອກວ່າ ຕ້ອງພະຍາຍາມອົດຫົວ ຫຼື ອົດຈາມຫຼາຍເທື່ອ ເພື່ອບໍ່ໃຫ້ບາດສະເທືອນ ເວລາທີ່ຜ່າຕັດແລ້ວໃໝ່ໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/