ຈຳເປັນຫຼືບໍ່? Benz ກຽມເພີ່ມ TikTok ເຂົ້າມາໃນໜ້າຈຳລົດ ພ້ອມມີກ້ອງ ໃຫ້ຖ່າຍຮູບ ແລະ ວິດີໂອລົງໄດ້ເລີຍ

ຈຳເປັນຫຼືບໍ່-benz-ກຽມເພີ່ມ-tiktok

ໃນຍຸກນີ້ ໜ້າຈໍໃນລົດ ຖືເປັນອີກສິ່ງໜຶ່ງທີ່ຜູ້ລະລິດລົດຍີ່ຫໍ້ຕ່າງໆ ນຳມາໃຊ້ເປັນສິ່ງດຶງດູດລູກຄ້າ ບໍ່ວ່າຈະເປັນການອອກແບບ, ຄຸນະພາບ ຫຼື ຄວາມສາມາດຕ່າງໆໃນການອຳນວຍຄວາມສະດວກໃຫ້ກັບຜູ້ໂດຍສານ ແລະ ຜູ້ຂັບຂີ່. ແຕ່ຫຼ້າສຸດ ເບິ່ງຄືເລື່ອງນີ້ຈະກ້າວໄປອີກລະດັບໜຶ່ງ ເມື່ອ Mercedes-Benz ກຽມເພີ່ມ TikTok ເຂົ້າມາໃນໜ້າຈໍລົດ ພ້ອມມີກ້ອງ ໃຫ້ຖ່າຍຮູບ ແລະ ວິດີໂອລົງໄດ້ເລີຍ.

ໂດຍ Mercedes-Benz ບໍລິສັດຜະລິດລົດຈາກເຢຍລະມັນ ປະກາດວ່າ ຈະເພີ່ມ TikTok ແພລັດຟອມວິດີໂອສັ້ນ ເຂົ້າໄປໃນລົດ ເພື່ອໃຫ້ທັງຜູ້ຂັບຂີ່ ແລະ ຜູ້ໂດຍສານໄດ້ມີວິດີໂອເບິ່ງແບບມ່ວນໆຂ້າມເວລາໄປ ຂະນະທີ່ຈອດລົດຢູ່.

Mercedes-Benz ເຜີຍວ່າ TikTok ຈະມາກັບລົດຮຸ່ນ Mercedes-Benz E-Class ໃນປີ 2024 ເປັນຮຸ່ນທຳອິດ. ໂດຍ TikTok ນີ້ຈະມາພ້ອມກັບ ໜ້າຈໍແບບໃໝ່ທີ່ແຍກ ເປັນ 2 ​ຝັ່ງ ລະຫວ່າງຜູ້ໂດຍສານ ແລະ ຄົນຂັບໂດຍສະເພາະ ທີ່ Mercedes-Benz ເອີ້ນສິ່ງນີ້ວ່າ Super Screen.

ຈຳເປັນຫຼືບໍ່-benz-ກຽມເພີ່ມ-tiktok

ໂດຍ Super Screen ຂອງທາງ Mercedes-Benz ຈະມາພ້ອມກັບທັງ TikTok, ກ້ອງສຳລັບຖ່າຍພາບ-ວິດີໂອ, ໂປຣແກຣມ ໂທທາງໄກ ZOOM, Vivaldi ເປັນເວັບບຣາວເຊີ ທີ່ຄ້າຍໆກັບ Google Chrome.

ຢ່າງໃດກໍຕາມ ເພື່ອປ້ອງກັນອຸບັດຕິເຫດ ແລະ ເພື່ອຄວາມປອດໄພ ໜ້າຈໍຝັ່ງຄົນຂັບຈະສາມາດກົດໃຊ້ຄວາມສາມາດຕ່າງໆ ຫຼື ຈະສາມາດເຂົ້າເຖິງຄວາມບັນເທີງໄດ້ນັ້ນ ແມ່ນຈະຕ້ອງຈອດລົດຢູ່ກັບບ່ອນເທົ່ານັ້ນ. ສ່ວນຝັ່ງຜູ້ໂດຍສານກໍຕ້ອງມີຜູ້ໂດຍສານນັ່ງຢູ່ເທົ່ານັ້ນຈຶ່ງຈະສາມາດເຂົ້າເຖິງບໍລິການຕ່າງໆໄດ້ ໂດຍຈະມີເຊັນເຊີກວດຈັບຢູ່ເບາະລົດ.

ຈຳເປັນຫຼືບໍ່-benz-ກຽມເພີ່ມ-tiktok

ນອກຈາກນີ້ກໍຍັງມີລະບົບຕ່າງໆ ທີ່ຈະປ້ອງກັນບໍ່ໃຫ້ຄົນຂັບຫັນມາສົນໃຈຈໍອີກຝັ່ງໜຶ່ງຫຼາຍຈົນເກີນໄປ ເພື່ອປ້ອງກັນບໍ່ໃຫ້ຄົນຂັບເສຍສະມາທິຈາກການຂັບລົດ ໜຶ່ງໃນນັ້ນແມ່ນລະບົບກວດຈັບສາຍຕາຂອງຄົນຂັບ ແລະ ຈະຂຶ້ນແຈ້ງເຕືອນທັນທີ ເມື່ອສາຍຕາຂອງຄົນຂັບຫັນໄປເບິ່ງ ໜ້າຈໍອີກຝັ່ງດົນ ຫຼື ຖີ່ເກີນໄປ.

ກ່ອນໜ້ານີ້ ຫຼາຍບໍລິສັດຜະລິດລົດກໍໄດ້ມີການເພີ່ມຄວາມສາມາດຕ່າງໆ ລົງໃນໜ້າຈໍລົດ ເພື່ອດຶງດູດລູກຄ້າກຸ່ມໃໝ່ໆ ເຊັ່ນ Tesla ບໍລິສັດຜະລິດລົດໄຟຟ້າຊັ້ນນໍາຂອງໂລກ ກໍໄດ້ມີການເພີ່ມຄວາມສາມາດການຫຼິ້ນເກມໃນໜ້າຈໍລົດໄດ້ເຊັ່ນກັນ.
   ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/