ຄວາມເປັນມາຂອງ ອັບການິສຖານ ແລະ ຕາລີບັນ


ພາຍຫຼັງການຂັບໄລ່ໂຊຫວຽດອອກຈາກອັບການິສຖານໃນສົງຄາມເຢັນຂອງປີ 1990 ແລ້ວ. ກຸ່ມຕາລີບັນ, ໜຶ່ງໃນກຸ່ມຜູ້ຕໍ່ຕ້ານການຮຸກຮານຂອງໂຊຫວຽດຕ້ອງການຈະປົກຄອງປະເທດເພື່ອໃຫ້ກັບມາເປັນອິດສະລາມແບບເຄັ່ງຄັດ. ເຊິ່ງໃນປີ 1996 ກຸ່ມຫົວຮຸນແຮງດັ່ງກ່າວ, ນຳພາໂດຍ Mohammed Omar ໄດ້ຍຶດເອົານະຄອນຫຼວງຄາບູນ ພ້ອມທັງປ່ຽນໃຫ້ປະເທດກັບມາສູ່ການເປັນອິດສະລາມຕາມທີ່ກ່າວໄວ້ ແລະ ຍັງວາງຂໍ້ບັງຄັບຕ່າງໆຢ່າງເຂັ້ມງວດ.

ຂໍ້ບັງຄັບດັ່ງກ່າວມີຜົນກະທົບຢ່າງຫຼວງຫຼາຍຕໍ່ປະຊາຊົນເຊັ່ນ: ຜູ້ຊາຍຈະຕ້ອງຈົ່ງໜວດ, ຜູ້ຍິງຈະຕ້ອງໃສ່ຜ້າປົກຕົນເອງໃຫ້ຮຽບຮ້ອຍ ຕັ້ງແຕ່ໜ້າຕາໄປຈົນຮອດຕົນຕົວ ແລະ ບໍ່ໄດ້ຮັບອະນຸຍາດໃຫ້ໄດ້ຮັບການສຶກສາ ຫຼື ເຮັດວຽກ. ກິລາເຕະບານ ແລະ ດົນຕີຕ່າງກໍຖືກຫ້າມໃຫ້ມີ ຍົກເວັ້ນແຕ່ບົດສວດມົນທາງສາສະໜາ.

ໃນວັນທີ 11 ເດືອນກັນຍາ ປີ 2001, ໄດ້ມີການປຸ້ນຈີ້ເຮືອບິນທີ່ສະຫະລັດອາເມຣິກາເຖິງ 4 ລຳ ແລະ ບັງຄັບໃຫ້ 2 ລຳບິນໃສ່ຕຶກເວີລເທຣດເຊັນເຕີ ໃນນະຄອນນິວຢອກ ແລະ 1 ລຳຕົກໃສ່ຕຶກເພນຕາກອນ ທີ່ວໍຊິງຕັນດີຊີ, ເຫຼືອລຳສຸດທ້າຍທີ່ຕົກລົງທີ່ເພນຊິລເວີເນຍກ່ອນ ເປັນຜົນໃຫ້ເກີດຄວາມເສຍຫາຍໄປກວ່າ 3000 ຊີວິດ. ໂດຍຜູ້ທີ່ປະກາດຕົນເອງວ່າເປັນເຈົ້າການຂອງເຫດການ 9/11 ນີ້ ກໍແມ່ນ “ໂອຊາມາ ບິນ ລາເດນ” ຜູ້ນຳກຸ່ມ Al-Qaeda ທີ່ໄດ້ໄປຫຼົບໄພໃນປະເທດອັບການິສຖານທີ່ຕອນນັ້ນຍັງຖືກປົກຄອງໂດຍກຸ່ມຕາລີບັນ.

Afghan security personnel take a position during fighting between Taliban and Afghan security forces in Herat province, west of Kabul, Afghanistan, on August 3, 2021.

ເມື່ອຝ່າຍສະຫະລັດອາເມຣິກາຮັບຮູ້ວ່າຜູ້ກໍ່ການຮ້າຍກຳລັງລີ້ໄພຢູ່ທີ່ອັບການິສຖານ ຈຶ່ງໄດ້ມີການບອກໃຫ້ທາງຕາລີບັນສົ່ງຕົວຫົວໜ້າຂອງກຸ່ມ Al-Qaeda ໃຫ້ທາງສະຫະລັດ ຫຼື ຈະຮ່ວມຊະຕາກຳນຳເຂົາ. ເມື່ອໄດ້ຮັບການປະຕິເສດກັບມາ, ປະທານາທິບໍດີສະຫະລັດອາເມຣິກາ ຈອດຈ໌ ບຸຊ (George W. Bush) ຈຶ່ງໄດ້ລົງນາມອະນຸມັດໃຫ້ໃຊ້ກອງກຳລັງໜ່ວຍຮົບເພື່ອປະຕິບັດຕໍ່ຜູ້ກໍ່ການຮ້າຍໃນເຫດການ 9/11. ໃນວັນທີ 7 ເດືອນຕຸລາ ປີ 2001 ສະຫະລັດອາເມຣິກາ ພ້ອມດ້ວຍການສະໜັບສະໜູນຂອງລາຊະອານາຈັກ ໄດ້ເລີ່ມປະຕິບັດພາລະກິດຖິ້ມລະເບີດລົງໃສ່ຖານຂອງຕາລີບັນທົ່ວໄປເທດ ພາຍໃນເວລາ 1 ເດືອນ, ການຮຸກຮານຢ່າງໄວວາຂອງສະຫະລັດກໍໄດ້ສົ່ງຜົນໃຫ້ກຸ່ມຕາລີບັນຖອຍກັບໄປທັນທີ.

ໃນປີ 2004, ປະເທດອັບການິສຖານທີ່ໄດ້ຮັບການຊ່ວຍເຫຼືອຈາກສະຫະລັດກໍໄດ້ແຕ່ງຕັ້ງລັດຖະບານໃໝ່ຂຶ້ນມາ. ເຖິງແມ່ນວ່າຈະຖອຍອອກມາແລ້ວ, ແຕ່ກຸ່ມຕາລີບັນກໍບໍ່ຍັງບໍ່ເຊົາປະຕິບັດການກໍຄວາມບໍ່ສະຫງົບຢູ່ເລື້ອຍມາ. ໃນຊຸມປີ 2001 – 2009 ສະຫະລັດອາເມຣິກາໄດ້ລົງທຶນໄປ 38 ພັນລ້ານໂດລາສະຫະລັດໃນການຊ່ວຍເຫຼືອຟື້ນຟູປະເທດອັບການິສຖານ ພ້ອມທັງປົກປ້ອງຈາກການຮຸກຮານຂອງຕາລີບັນ. ເປັນເວລາກວ່າສອງທົດສະວັດທີ່ສະຫະລັດອາເມຣິກາໄດ້ໃຫ້ຄວາມຊ່ວຍເຫຼືອໄປຈົນໄດ້ຖືກຕັ້ງຄຳຖາມຈາກຄົນໃນປະເທດຕົນເອງວ່າຍັງສືບຕໍ່ປະຕິບັດໄປເພື່ອຫຍັງ?

ການເຂົ້າມາກ່ຽວພັນຂອງສະຫະລັດອາເມຣິການັ້ນ, ນອກຈາກຈະເສຍເງິນພາສີຂອງຄົນໃນປະເທດແລ້ວກໍບໍ່ເຫັນມີຜົນຍັງຕອບແທນມາສູ່ປະເທດ.

ຫຼັງຈາກ ໂຈ ໄບເດນໄດ້ຊະນະການເລືອກຕັ້ງ ແລະ ເປັນປະທານາທິບໍດີຂອງສະຫະລັດແລ້ວ, ລາວໄດ້ກ່າວໄວ້ວ່າຈະຍຸຕິສົງຄາມທີ່ບໍ່ມີທາງສິ້ນສຸດນີ້ລົງ. ເຊິ່ງຈະໄດ້ມີການຖອນກຳລັງໜ່ວຍຮົບຂອງອາເມຣິກາອອກຈາກອັບການິສຖານ, ການຖອນຕົວດັ່ງກ່າວຂອງອາເມຣິການັ້ນເອງ ທີ່ໄດ້ເປີດໂອກາດໃຫ້ແກ່ກຸ່ມຕາລີບັນໄດ້ນຳພາກອງກຳລັງທະຫານທີ່ກະກຽມໄວ້ເຂົ້າຍຶດປະເທດທັນທີ.

Taliban fighters take control of the Afghan presidential palace in Kabul, Afghanistan, on August 15, 2021.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/