ຄວາມຮູ້ດ້ານພາສາອັງກິດເປັນສິ່ງທີ່ຈຳເປັນ ຫາກຕ້ອງການວີຊ່າຄູ່ຄອງຢູ່ປະເທດອົດສະຕາລີ


ຜົວ, ເມຍ, ຄູ່ຄອງ ຫຼື ຄູ່ຊີວິດ ທີ່ຕ້ອງການໄປຢູ່ປະເທດອົດສະຕາລີ ຕ້ອງພິສູດຕົນເອງວ່າ ສາມາດເວົ້າພາສາອັງກິດໄດ້ ຫຼື ຢ່າງໜ້ອຍ ຕ້ອງສະແດງໃຫ້ເຫັນວ່າ ພວກເຂົາມີຄວາມພະຍາຍາມພໍສົມຄວນໃນການຮຽນຮູ້ພາສາອັງກິດ ເພື່ອທີ່ຈະໄດ້ວີຊ່າຖາວອນ.

ທ່ານ Alan Tudge, ລັດຖະມົນຕີດ້ານຄົນເຂົ້າເມືອງ ໄດ້ກ່າວວ່າ ການປ່ຽນແປງເງື່ອນໄຂນີ້ ມີສາເຫດເນື່ອງມາຈາກ ໃນຊ່ວງສິບປີທີ່ຜ່ານມາ ມີຄົນຈຳນວນຫຼາຍຢູ່ພາຍໃນປະເທດ ບໍ່ສາມາດສື່ສານເປັນພາສາອັງກິດໄດ້ດີ ຫຼື ບໍ່ສາມາດສື່ສານເປັນພາສາອັງກິດໄດ້ເລີຍ.

ທ່ານ Alan Tudge  ຍັງໄດ້ກ່າວອີກວ່າ ນັບແຕ່ ທ້າຍປີ 2021 ເປັນຕົ້ນໄປ ຜູ້ທີ່ຕ້ອງການສະໝັກເອົາວີຊ່າຄູ່ຄອງ ພ້ອມທັງ ຜູ້ຢູ່ອາໄສຖາວອນທີ່ຄ້ຳປະກັນເອົານັ້ນ ຈະຕ້ອງໄດ້ພາສາອັງກິດໃນລະດັບດີ ຫຼື ຕ້ອງພິສູດວ່າພວກເຂົ້າໄດ້ພະຍາຍາມຮຽນຮູ້ພາສາອັງກິດແລ້ວ ຕົວຢ່າງ ໄດ້ສຳເລັດການຮຽນ 500 ຊົ່ວໂມງ ຜ່ານຫຼັກສູດການຮຽນພາສາອັງກິດແບບບໍ່ເສຍຄ່າ ຂອງໂຄງການພາສາອັງກິດສຳລັບຜູ້ອົບພະຍົບທີ່ບັນລຸນິຕິພາວະ (Adult Migration English Program-AMEP). ການປ່ຽນແປງເງື່ອນໄຂນີ້ ຈະຊ່ວຍໃຫ້ສັງຄົມມີຄວາມກົມກຽວກັນຂຶ້ນ ແລະ ຊຸກຍູ້ການເຂົ້າຮ່ວມທາງດ້ານເສດຖະກິດຂອງປະເທດ ໃນຂະນະດຽວກັນ ກໍ່ຊ່ວຍປົກປ້ອງກຸ່ມຄົນທີ່ອ່ອນແອ ຈາກການຖືກຄູ່ຄອງ ຄວບຄຸມ, ເອົາປຽບ ຫຼື ຂູດຮີດ. ໂດຍຜ່ານໂຄງການພາສາອັງກິດສຳລັບຜູ້ອົບພະຍົບທີ່ບັນລຸນິຕິພາວະ (Adult Migration English Program-AMEP) ຜູ້ອົບພະຍົບສາມາດເຂົ້າເຖິງການຮຽນພາສາອັງກິດແບບບໍ່ເສຍຄ່າຮຽນໄດ້ຫຼາຍຊົ່ວໂມງເທົ່າທີ່ຕ້ອງການ ຈົນກວ່າຈະໄດ້ລະດັບພາສາອັງກິດສຳລັບວິຊາຊີບ.

ໂດຍສ່ວນໃຫຍ່ ຄູ່ຄອງທີ່ເປັນຄົນຕ່າງປະເທດຕ້ອງລໍຖ້າເປັນເວລາ ສອງ ປີ ກ່ອນຈະໄດ້ເງື່ອນໄຂສະໝັກເອົາວີຊ່າຖາວອນ ເພາະຕ້ອງໃຫ້ໄດ້ເງື່ອນໄຂທາງດ້ານພາສາອັງກິດກ່ອນ ກ່ອນທີ່ຈະໄດ້ຮັບວີຊ່າ.

ໃນຂະນະທີ່ຄວາມສາມາດໃນການສື່ສານຫຼາຍພາສາ ຖືເປັນຄວາມໄດ້ປຽບ ສຳລັບບຸກຄົນໃດໜຶ່ງ ແລະ ສຳລັບ ປະເທດອົດສະຕາລີ ແຕ່ບຸກຄົນນັ້ນຈະພົບຄວາມຫຍຸ້ງຍາກໃນການເຂົ້າສັງຄົມ ຫຼື ບໍ່ສາມາດມີສ່ວນຮ່ວມກັບສັງຄົມໄດ້ຢ່າງເຕັມທີ່ ຖ້າຫາກຂາດພື້ນຖານດ້ານພາສາອັງກິດ.

ທີ່ມາ: 7news.com.au

https://7news.com.au/travel/new-english-language-requirements-announced-for-partner-visas-c-1371989?fbclid=IwAR3q42yfCBXdS2GW0fMKCptZOxGcmUP7lWGAKfZfZHnxDJ1oWfW3EYtP7KA