ການເຕີບໂຕຂອງເສດຖະກິດ​ໃນອາຊີຕາເວັນອອກສຽງໃຕ້​ໃນ​ປີໜ້າ​ອາດຈະຖືກບົດບັງຈາກພາກຂະແໜງການສົ່ງອອກທີ່ຫຼ້າຊ້າ


ການຄາດການຂອງນັກວິເຄາະ ແລະ ທາງການໄດ້ຊີ້ໃຫ້ເຫັນວ່າ ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ມີ​ທ່າ​ອ່ຽງ​ທີ່ຈະ​ເພີ່ມ​ຂຶ້ນ​ໃນ​ປີ​ໜ້າ. ​ແຕ່​ສະພາບ​ເສດຖະກິດ​ມະຫາ​ພາກ​ທີ່​ຜັນ​ຜວນ ອາດ​ຈະ​ເຮັດ​ໃຫ້​ຫຼາຍ​ປະ​ເທດ​ປະເຊີນ​ກັບພາວະເສດຖະກິດທີ່ມີ​ການ​ເຕີບ​ໂຕ​ແບບບໍ່ຕໍ່ເນື່ອງ.

ນັກວິເຄາະເສດຖະສາດອາຊີທ່ານໜຶ່ງກ່າວວ່າ “ກຸ່ມປະເທດທີ່ເສດຖະກິດທີ່ເພິ່ງພາກັບການສົ່ງອອກນັ້ນ ໂດຍສະເພາະແມ່ນແມ່ນ​ສິງກະ​ໂປ, ຫວຽດນາມ, ມາ​ເລ​ເຊຍ ​ແລະ ​ໄທ ​ແມ່ນ​ຍັງ​ບໍ່​ທັນ​ພົ້ນ​ພາວະອັນຕະລາຍ. ພວກເຮົາຄາດຫວັງວ່າໃນປີຫນ້າ, ວົງຈອນການຄ້າທົ່ວໂລກຈະຄ່ອຍດີຂຶ້ນຢ່າງຊ້າໆ ແລະ ເມື່ອຮອດເວລານັ້ນ ຫຼັງຈາກທີ່ວົງຈອນການຄ້າຟື້ນຕົວ, ນີ້ຈຶ່ງຈະເຮັດໃຫ້ການ​ຄ້າ​ໃນ​ອາ​ຊຽນສາມາດ​ຟື້ນ​ຕົວ​ຂຶ້ນໄດ້ພໍປະມານ”

ໃນວັນພຸດທີ່ຜ່ານມາ, ລັດຖະບານສິງກະໂປໄດ້ມີການເປີດເຜີຍວ່າ ​ໃນ​ປີ 2024 ​ເສດຖະກິດ​ສິງກະ​ໂປ​ຈະ​ເຕີບ​ໂຕ 1% – 3% ຕາມ​ທີ່​ຄາດ​ກັນ​ໄວ້, ເນື່ອງຈາກຄວາມຕ້ອງການດ້ານເອເລັກໂຕຣນິກທົ່ວໂລກຈະຟື້ນຕົວຂຶ້ນ. ໃນຂະນະທີ່ກອງທຶນການເງິນສາກົນ (IMF) ຄາດການໃນເດືອນຕຸລາວ່າ ເສດຖະກິດ​ສິງກະ​ໂປ​ໃນ​ປີໜ້າ​ຈະ​ເຕີບ​ໂຕ 2,1%.

ການຄາດຄະເນຢ່າງເປັນທາງການສະແດງໃຫ້ເຫັນວ່າ ເສດຖະກິດຂອງສິງກະໂປໃນປີໜ້າຈະແຂງແຮງກວ່າການຄາດການຂອງປີນີ້, ເຊິ່ງຢູ່ທີ່ປະມານ 1%. ແຕ່ເຈົ້າໜ້າທີ່ສິງກະໂປຍັງຄົງມີຄວາມກັງວົນຕໍ່ປັດໄຈຕ່າງປະເທດ.

Gabriel Lim ລັດຖະມົນຕີ​ປະຈຳ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ ສິງກະ​ໂປ ກ່າວ​ວ່າ

“ເມື່ອພິຈາລະນາເຖິງທ່າອ່ຽງໃນປີຫນ້າ, ການເຕີບໂຕຂອງ GDP ໃນປະເທດເສດຖະກິດຂະໜາດໃຫຍ່ເຊັ່ນ: ສະຫະລັດ ແລະ ຢູໂຣໂຊນ (Eurozone) ມີທ່າອ່ຽງທີ່ຈະຊ້າລົງຕື່ມອີກໃນເຄິ່ງທໍາອິດຂອງປີ 2024, ຄວາມກົດດັນຈາກເງື່ອນໄຂທາງດ້ານການເງິນທີ່ເຄັ່ງຄັດຢ່າງຕໍ່ເນື່ອງ. ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງ​ຈີນ​ມີ​ທ່າ​ອ່ຽງ​ຈະ​ຊ້າ​ລົງ​ໃນ​ປີ 2024, ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ການ​ຄົງ​ຕົວ​ຂອງ​ຂະ​ແໜງ​ອະ​ສັງ​ຫາ​ລິ​ມະ​ຊັບ ແລະ ການ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ”

ໃນປີນີ້, ເສດຖະກິດຈະຊະລໍຕົວລົງຍ້ອນການເຂັ້ມງວດທາງດ້ານການເງິນຂອງ Fed ແລະ​ ການ​ຟື້ນ​ຟູ​ທີ່​ຫຼ້າຊ້າ​ຂອງ​ຈີນ​ຈາກ​ວິ​ກິດ​ການ​ Covid-19 ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ເສດຖະກິດຂອງອາຊີຕາເວັນອອກສຽງໃຕ້ ໂດຍສະເພາະແມ່ນການຄ້າ

ຕົວເລກ GDP ຂອງສິງກະໂປໃນໄຕມາດເດືອນກໍລະກົດຫາເດືອນກັນຍາ ທີ່​ໄດ້ມີການ​ເຜີຍ​ແຜ່​ໃນ​ວັນ​ພຸດ​ວານ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ສົ່ງ​ອອກ​ບໍ່​ນ້ຳມັນ​ພາຍ​ໃນ​ປະ​ເທດ​ຫຼຸດ​ລົງ 18,8% ​ເມື່ອ​ທຽບ​ໃສ່​ປີ​ກາຍ. ເຖິງແມ່ນວ່າການຂະຫຍາຍຕົວຂອງ GDP ໂດຍທົ່ວໄປຈະຟື້ນຕົວເຖິງ 1.1% ຈາກ 0.5% ໃນໄຕມາດທີສອງ.

ສຳລັບເສດຖະກິດ​ໃນປະເທດໄທ ​ແລະ ອິນ​ໂດ​ເນ​ເຊຍ ໄດ້ມີການເຕີບ​ໂຕ​ຊ້າ​ລົງ​ໃນ​ໄຕ​ມາດ​ທີ 3 ຂອງ​ປີ 2023 (ກໍ​ລະ​ກົດ​ຫາ​ເດືອນ​ກັນຍາ) ​ໃນ​ລະດັບ 1.5% ​ແລະ 4.9% ຕາມ​ລຳດັບ, ​ເຊິ່ງໄດ້​ຮັບ​ແຮງກົດ​ດັນ​ຈາກ​ຄວາມ​ຕ້ອງການ​ຕ່າງປະ​ເທດ​ທີ່​ອ່ອນ​ລົງ ເຮັດໃຫ້ຕົວເລກທັງສອງແມ່ນຕໍ່າກວ່າຄວາມຄາດຫວັງຂອງຕະຫຼາດ.

ກຸ່ມ​ນັກ​ວິ​ເຄາະ BMI ກ່າວວ່າ “ພວກ​ເຮົາ​ໄດ້​ປະ​ເມີນ​ເສດ​ຖະ​ກິດ​ໄທ​ສູງ​ເກີນ​ໄປ​ໃນ​ປີ​ນີ້ ແລະ ​ພວກ​ເຮົາ​ໄດ້​ຫຼຸດ​ການ​ຄາດ​ການ​ຂອງ​ເສດ​ຖະ​ກິດ​ໄທ​ໃນ​ປີ 2023 ຈາກ​ການ​ເຕີບ​ໂຕ 2,8% ເປັນ 2,5%. ໂດຍ​ເສດຖະກິດຂອງ​ໄທ​ຈະ​ເຕີບ​ໂຕ 3,8% ​ໃນ​ປີ 2024. ການ​ເຕີບ​ໂຕ​ຊ້າ​ຂອງ​ເສດຖະກິດ​ໄທນັ້ນ​ໝາຍ​ຄວາມ​ວ່າ​ມີ​ໂອກາດ​ທີ່ຈະເຕີບ​ໂຕ​ຫຼາຍ​ຢ່າງ”

ໃນ​ບົດ​ລາຍ​ງານຂອງ HSBC ​ໃນ​ເດືອນ​ນີ້ ໄດ້ມີການຄາດ​ການວ່າ GDP ຂອງກຸ່ມເສດຖະກິດຂະໜາດໃຫຍ່ 6 ປະເທດໃນ​ອາ​ຊຽນໄດ້ແກ່: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງກະ​ໂປ, ​ໄທ ​ແລະ ຫວຽດນາມ ຈະມີການເຕີບ​ໂຕ​​ຢູ່​ທີ່ 4,6% ໃນ​ປີ 2024, ເພີ່ມ​ຂຶ້ນ​ຈາກ 4% ໃນ​ປີ​ນີ້ ແລະ ມີທ່າອ່ຽງທີ່ແຕກຕ່າງກັນໄປໃນແຕ່ລະປະເທດ. ສຳລັບສິງກະໂປແມ່ນຢູ່ທີ່ 2,4% ແລະ 6,3% ແມ່ນຂອງຫວຽດນາມ

ທີ່ມາ:

businesstoday

hsbc

straitstimes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/