ໃນປັດຈຸບັນ ສປປ ລາວ ມີຟາມ 140 ກວ່າແຫ່ງ ທີ່ເຮັດການລ້ຽງງົວ-ຄວາຍ ເພື່ອການຄ້າ ສົ່ງອອກໄປຂາຍໃຫ້ ສປ ຈີນ ເພື່ອຕອບຮັບຄວາມຕ້ອງການຂອງຕະຫຼາດຈີນ ແລະ ກະຕຸ້ນຍອດການສົ່ງອອກ ຊຸກຍູ້ເສດຖະກິດພາຍໃນ.
ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອບໍ່ດົນມານີ້ວ່າ: “ປັດຈຸບັນ ສປປ ລາວ ມີຟາມ 143 ແຫ່ງ ທີ່ໄດ້ລ້ຽງງົວສົ່ງອອກຂາຍໃຫ້ຈີນ”.
ອີງຕາມການລາຍງານຂອງ ກະຊວງກະສິກຳ ແລະ ປ່າໄມ້ເຫັນວ່າ ໃນປີ 2023 ນີ້ ສປ ຈີນ ໄດ້ມອບໂຄຕ້າໃຫ້ກັບ ສປປ ລາວ ສົ່ງອອກງົວໄປຂາຍໃຫ້ຈີນທັງໝົດ 500.000 ໂຕ. ເຮັດໃຫ້ການລ້ຽງສັດເພື່ອການຄ້າແມ່ນເພີ່ມຂຶ້ນ. ປີ 2022 ມີຟາມທັງໝົດ 2.164 ແຫ່ງໄດ້ລ້ຽງສັດຫຼາຍກວ່າ 5,7 ລ້ານໂຕ, ເພີ່ມຂຶ້ນ 285 ຟາມເມື່ອທຽບໃສ່ປີ 2021.
ທ່ານ ຄຳເຈນ ວົງໂພສີ ກ່າວວ່າ: ຊາວກະສິກອນລາວຍັງບໍ່ສາມາດປະຕິບັດໄດ້ຕາມໂຄຕ້າສົ່ງອອກທີ່ຈີນມອບໃຫ້, ແຕ່ເຖິງຢ່າງໃດກໍຕາມ ປັດຈຸບັນໄດ້ຂາຍຄວາຍ ແລະ ງົວນັບພັນໂຕໃຫ້, ເຮັດໃຫ້ການລົງທຶນໃນການລ້ຽງງົວລ້ຽງຄວາຍໃນ ສປປ ລາວມີສັກກະຍະພາບສູງ ເນື່ອງຈາກມີຕະຫຼາດທີ່ໃຫຍ່ ແລະ ເຂັ້ມແຂງຢ່າງ ສປ ຈີນ ຮອງຮັບຢູ່.

ເພື່ອຕອບຮັບທ່າແຮງອັນເຂັ້ມແຂງນີ້, ລັດຖະບານລາວໄດ້ພະຍາຍາມຊຸກຍູ້ວິສາຫະກິດ ແລະ ທຸລະກິດກ່ຽວກັບການລ້ຽງງົວໃຫ້ ຊາວກະສິກອນລາວ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຊື້ຊາວຈີນໄດ້ ທັງໃນດ້ານປະລິມານ ແລະ ຄຸນະພາບ. ໂດຍຜູ້ຊື້ຈາກຈີນ ຕ້ອງການສັດທີ່ມີອາຍຸບໍ່ເກີນ 4 ປີ ທີ່ມີນໍ້າໜັກບໍ່ຕໍ່າກວ່າ 350 ກິໂລກຣາມ ແລະ ຕ້ອງບໍ່ມີພະຍາດ ເພື່ອໃຫ້ໄດ້ມາດຕະຖານທີ່ກຳນົດໄວ້ ໃນການສົ່ງອອກ.
ເມື່ອບໍ່ດົນມານີ້ ທີ່ເມືອງສິງ ແຂວງຫຼວງນໍ້າທາ ທາງອົງການ ອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ FAO ປະຈຳລາວ ກໍໄດ້ຈັດເຝິກອົບຮົມກ່ຽວກັບການປ້ອງກັນພະຍາດໃນການລ້ຽງງົວ-ຄວາຍ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຊາວກະສິກອນ ໃນການລ້ຽງສັດເພື່ອການຄ້າຫຼາຍຂຶ້ນ ແນໃສ່ການຄ້າຂາຍ ງົວ-ຄວາຍລະຫວ່າງ 2 ປະເທດ ລາວ-ຈີນ.

ເຊິ່ງຫຼັກສູດດັ່ງກ່າວໄດ້ເພີ່ມຂີດຄວາມສາມາດໃຫ້ແກ່ພະນັກງານກັກກັນສັດ ແລະ ເຈົ້າໜ້າທີ່ສາທາລະນະສຸກ, ຊາວກະສິກອນ, ພໍ່ຄ້າລ້ຽງສັດ ແລະ ພະນັກງານສັດຕະວະແພດໃນທ້ອງຖິ່ນ ກ່ຽວກັບເງື່ອນໄຂການກັກກັນ ແລະ ສຸຂະພາບງົວ-ຄວາຍ.
ໂດຍການສົ່ງອອກງົວໄປຈີນນັ້ນໄດ້ມີກຳນົດເງື່ອນໄຂສຳຄັນໄວ້ວ່າ, ງົວທີ່ຈະສົ່ງອອກໄປຈີນຕ້ອງກັກກັນຕົວໃນເຂດລ້ຽງສັດຂອງຕົນເອງ 45 ມື້ ແລະ ມາກັກກັນໃນເຂດກັກກັນເພື່ອສົ່ງອອກຢູ່ເມືອງ ສິງ ແຂວງຫຼວງນໍ້າທາອີກ 30 ມື້ ຈຶ່ງຈະສາມາດສົ່ງອອກໄດ້ ໂດຍການວາງເງື່ອນໄຂດັ່ງກ່າວອອກມາກໍເພື່ອລົດຄວາມສ່ຽງຕໍ່ພະຍາດປາກເປື່ອຍລົງເລັບ ທີ່ມັກເກີດໃນການລ້ຽງສັດຢ່າງ ງົວ ແລະ ຄວາຍ.

ການຄວບຄຸມພະຍາດສັດຂ້າມແດນທີ່ດີ ເພື່ອສົ່ງອອກໄປຈີນ ຈະບໍ່ພຽງແຕ່ປັບປຸງຊີວິດການເປັນຢູ່ຂອງຊຸມຊົນກະສິກຳເທົ່ານັ້ນ, ຫາກຍັງຊຸກຍູ້ການເຕີບໂຕທາງເສດຖະກິດຂອງ ສປປ ລາວ ແລະ ຊຸກຍູ້ການສົ່ງອອກໄປຈີນອີກດ້ວຍ.
ໃນໄລຍະທີ່ຜ່ານມາລາວມີລາຍຮັບສະເລ່ຍຕໍ່ປີ 50 ລ້ານກວ່າໂດລາສະຫະລັດຈາກການສົ່ງອອກສັດລ້ຽງໄປຈີນ, ອີງຕາມກົມລ້ຽງສັດ ແລະ ການປະມົງ. ເຊິ່ງໃນປີນີ້ ລັດຖະບານວາງເປົ້າໝາຍເພີ່ມການສົ່ງອອກງົວໃຫ້ຫຼາຍຂຶ້ນ ແລະ ຄາດວ່າຈະມີກຳໄລ 100 ລ້ານໂດລາສະຫະລັດ.
ຂອບໃຈຂໍ້ມູນຈາກ: Vientianetimes
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/