ກະດານເທຣດ OKX ປະກາດຖອນຄູ່ເທຣດແບບ Spot ຈຳນວນ 26 ຄູ່, ໂດຍຈະມີຜົນນັບຕັ້ງແຕ່ວັນທີ 9 ພະຈິກນີ້ເປັນຕົ້ນໄປ


OKX ກະດານເທຣດ Crypto ທີ່ໃຫຍ່ເປັນອັນດັບ 2 ຂອງໂລກໄດ້ປະກາດຖອນຄູ່ເທຣດແບບ Spot ເປັນຈຳນວນ 26 ຄູ່ນັບຕັ້ງແຕ່ວັນທີ 10 ພະຈິກນີ້ເປັນຕົ້ນໄປ ເພື່ອ “ຮັກສາສະພາບແວດລ້ອມການຊື້ຂາຍໃຫ້ມີຄວາມສະຖຽນຫຼາຍຂຶ້ນ”

ໂດຍໃນຄູ່ເທຣດຊຸດທຳອິດທີ່ OKX ຈະຖອນອອກຈາກກະດານເທຣດໃນວັນທີ 9 ພະຈິກໄດ້ແກ່: CELO-USDC, AXS-USDC, ENS-USDC, IOST-USDC, THETA-USDC, OMG-USDC, GMT-USDC, YFI-USDC, DASH-USDC, XTZ-USDC, NEAR-ETH, IMX-USDC, GMX-USDC, APE-BTC, AAVE-ETH, CORE-USDC, ALGO-BTC, DYDX-BTC ແລະ XLM-ETH.

ແລະໃນສ່ວນຂອງຄູ່ເທຣດທີ່ຈະຖືກຖອນອອກໄປຈາກກະດານເທຣດ OKX ໃນວັນທີ 10 ພະຈິກໄດ້ແກ່: HNT-USDT, BTM-USDT, PICKLE-USDT, QOM-USDT, SAITAMA-USDT, COVER-USDT ແລະ DHT-USDT.

ສໍາລັບເຫດຜົນໃນການຖອນຄູ່ເທຣດໃນຄັ້ງນີ້ ກະດານເທຣດ OKX ໄດ້ລະບຸວ່າໃນໂພສເມື່ອວັນຈັນທີ່ຜ່ານມາວ່າ ສຳລັບລາຍຊື່ຊັບສິນເຫຼົ່ານີ້ “ແມ່ນຍັງບໍ່ບັນລຸເງື່ອນໄຂລົງທະບຽນ”

ອີງຕາມຂໍ້ມູນຈາກ Data Dashboard ຂອງ The Block, ໃນເດືອນຕຸລາທີ່ຜ່ານມາເວັບເທຣດ OKX ໄດ້ປະລິມານການເທຣດແບບ Spot ເຊິ່ງລວມເປັນມູນຄ່າສູງເຖິງ 31,2 ຕື້ໂດລາ, ກວມເອົາ 6,2% ຂອງຕະຫຼາດການຊື້ຂາຍທັງໝົດ.

ທີ່ມາ:

theblock

theblock2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/