ກອງທັບອາເມຣິກາ ເຝົ້າລະວັງສະຖານະການ ລະຫວ່າງ ຈີນ ກັບ ໄຕ້ຫວັນ ຢ່າງໃກ້ຊິດ ແລະ ພ້ອມສະໜັບສະໜູນໄຕ້ຫວັນ ຖ້າເກີດສົງຄາມຂຶ້ນ


ສະຖານະການລະຫວ່າງ ຈີນ ກັບ ໄຕ້ຫວັນ ຍັງສືບຕໍ່ເຄັ່ງຕຶງຂຶ້ນເລື້ອຍໆ ຫຼັງໄຕ້ຫວັນໄດ້ສະແດງຄວາມຕ້ອງການທີ່ຈະແຍກອອກຈາກຈີນແຜ່ນດິນໃຫຍ່ໃຫ້ໄດ້. ຫຼ້າສຸດ ໜຶ່ງໃນເຈົ້າໜ້າທີ່ລະດັບສູງຂອງກະຊວງປະກັນປະເທດ ຂອງ ສະຫະລັດອາເມຣິກາ ໄດ້ບອກວ່າ ກອງທັບອາເມຣິກາ ເຝົ້າລະວັງສະຖານະການລະຫວ່າງ ຈີນ ກັບ ໄຕ້ຫວັນ ຢ່າງໃກ້ຊິດ ແລະ ພ້ອມສະໜັບສະໜູນໄຕ້ຫວັນ ຖ້າເກີດສົງຄາມຂຶ້ນ.

ໃນວັນທີ 3 ກໍລະກົດ 2022 ພົອ ມາກ ມິນລີ້ (Mark Milley) ປະທານຄະນະເສນາທິການ Chairman of the Joint Chiefs of Staff (CJCS) ເຊິ່ງເປັນໜ່ວຍງານທີ່ປຶກສາທາງການທະຫານລະດັບສູງໃນກະຊວງປ້ອງກັນປະເທດ ຂອງ ສະຫະລັດອາເມຣິກາ ໄດ້ກ່າວວ່າ ທາງການຈີນໄດ້ພັດທະນາຂີດຄວາມສາມາດທາງການທະຫານຂຶ້ນມາຫຼາຍ ແລະ ອາດນຳໄປສູ່ການໂຈມຕີໄຕ້ຫວັນໃນອະນາຄົດ ເຖິງແມ່ນວ່າທ່າອ່ຽງດັ່ງກ່າວຈະບໍ່ເກີດຂຶ້ນໃນໄວໆນີ້ກໍຕາມ ແຕ່ທາງກອງທັບສະຫະລັດອາເມຣິກາ ກໍຈະເຝົ້າລະວັງຢ່າງໃກ້ຊິດ ແລະ ພ້ອມຈະຊ່ວຍສະໜັບສະໜູນໄຕ້ຫວັນ ຖ້າຫາກຕ້ອງປະເຊີນໜ້າເຮັດສົງຄາມກັບຈີນແຜ່ນດິນໃຫຍ່.

ສະຖານະການລະຫວ່າງຈີນ ແລະ ໄຕ້ຫວັນທີ່ມີຄວາມສຳພັນອັນໃກ້ຊິດກັບອາເມຣິກາ ເລີ່ມເພີ່ມທະວີຄວາມເຄັ່ງຕຶງຂຶ້ນ ຫຼັງຈາກທາງການຈີນໄດ້ສົ່ງເຮືອບິນສູ້ຮົບເຂົ້າມາໃກ້ກັບທ້ອງຟ້າຂອງໄຕ້ຫວັນ ເຊິ່ງໃນສາຍຕາຂອງໄຕ້ຫວັນ ແລະ ສະຫະລັດອາເມຣິກາ ອາດເບິ່ງວ່າ ນີ້ເປັນການລຸກລ້ຳເຂດອຳນາດ ອະທິປະໄຕຫຼືບໍ່. ໃນຂະນະທີ່ ກອງທັບເຮືອ ຂອງອາເມຣິກາ ກໍໄດ້ເຂົ້າມາແລ່ນໃນໜ້ານໍ້າຂອງໄຕ້ຫວັນຢູ່ເລື້ອຍໆ ເຊິ່ງອາດເຮັດໃຫ້ຈີນເບິ່ງວ່າ ນີ້ເປັນການທ້າທາຍ ແລະ ອາດນຳໄປສູ່ຄວາມຂັດແຍ້ງດ້ານຄວາມໝັ້ນຄົງໃນສາຍຕາຈີນໄດ້ເຊັ່ນດຽວກັນ.

ໂດຍກ່ອນໜ້ານີ້ຈີນໄດ້ປະກາດຈຸດຢືນຂອງຕົນຢ່າງຊັດເຈນວ່າ ຖ້າໄຕ້ຫວັນປະກາດເອກະລາດຈາກຈີນຢ່າງເປັນທາງການ ລັດຖະບານຈີນອາດຈຳເປັນຕ້ອງຕອບໂຕ້ດ້ວຍກຳລັງທາງທະຫານ ແລະ ທາງການຈີນຍັງເບິ່ງວ່າຄວາມສຳພັນອັນໃກ້ຊິດ ລະຫວ່າງ ອາເມຣິກາ ກັບ ໄຕ້ຫວັນ ມີການຮ່ວມມືໃນມິຕິຕ່າງໆຫຼາຍດ້ານ ໂດຍສະເພາະທາງການທະຫານ ລວມເຖິງອາເມຣິກາຍັງໄດ້ປະກາດວ່າຈະຮ່ວມປົກປ້ອງອະທິປະໄຕຂອງໄຕ້ຫວັນ ເຊິ່ງຈີນເບິ່ງວ່າ ການກະທຳຂອງ ອາເມຣິກາ ຖືເປັນການແຊກແຊງກິດຈະກຳພາຍໃນຂອງຈີນ ແລະ ລະເມີດຫຼັກການ “ຈີນດຽວ”

ນອກຈາກນີ້ ທາງການຈີນຍັງໄດ້ພະຍາຍາມເນັ້ນຍໍ້າການສົ່ງເສີມໃຫ້ທັງຈີນແຜ່ນດິນໃຫຍ່ ແລະ ໄຕ້ຫວັນ ຖ້າເປັນໄປໄດ້ໃຫ້ກັບມາລວມກັນເປັນໜຶ່ງແບບສັນຕິພາບ.

ແຕ່ຢ່າງໃດກໍຕາມ ຕ່າງຝ່າຍຕ່າງຮູ້ດີເຖິງຕົ້ນທຶນທີ່ຕ້ອງເສຍໄປຖ້າເກີດສົງຄາມຂຶ້ນ ເຊິ່ງບໍ່ແມ່ນພຽງແຕ່ຈີນ, ໄຕ້ຫວັນ ແລະ ອາເມຣິກາ ເທົ່ານັ້ນທີ່ຈະໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງ ແຕ່ຈະລວມເຖິງບັນດາປະເທດຕ່າງໆໃນທົ່ວໂລກກໍຈະໄດ້ຮັບຜົນກະທົບເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/