ອາລະບ້ຳ ME ຂອງ Jisoo BLACKPINK ມີຍອດພຣີອໍເດີເຖິງ 950.000 ຊຸດແລ້ວ


Jisoo BLACKPINK ສ້າງປະຫວັດສາດໜ້າໃໝ່ໃຫ້ວົງການ K-POP ໂດຍມີຍອດພຣີອໍເດີຫຼາຍກວ່າ 950.000 ຊຸດໃນປະເທດເກົາຫຼີໃຕ້ ສົ່ງຜົນໃຫ້ອາລະບ້ຳ ME ຂອງ Jisoo ຂຶ້ນເປັນອາລະບ້ຳໂດຍສິລະປິນ K-POP ຍິງດ່ຽວທີ່ມີຍອດພຣີອໍເດີກ່ອນວາງຈຳໜ່າຍສູງທີ່ສຸດ.

ຈາກການລາຍງານຂໍ້ມູນຂອງ YG Entertainment ໄດ້ເຜີຍວ່າ “ME” ອາລະບ້ຳດ່ຽວຂອງ Jisoo BLACKPINK ມີຍອດສັ່ງຈອງເກີນ 500.000 ຊຸດ ເຮັດໃຫ້ເປັນອາລະບ້ຳທີ່ມີຍອດສັ່ງຈອງເກີນເຄິ່ງລ້ານໄວທີ່ສຸດໃນ Ktown4U ແລະ ໃນເວລາຕໍ່ມາກໍມີຍອດສັ່ງຈອງລ່ວງໜ້າຫຼາຍກວ່າ 950.000 ຊຸດ ພາຍໃນສອງອາທິດເທົ່ານັ້ນ ແລະ ເຮັດໃຫ້ອາລະບ້ຳ ຂອງ Jisoo ກາຍເປັນອາລະບ້ຳໂດຍສິລະປິນ K-POP ຍິງດ່ຽວທີ່ມີຍອດພຣີອໍເດີກ່ອນວາງຈຳໜ່າຍສູງທີ່ສຸດຂອງປະຫວັດສາດ K-POP.

ອະລະບຳ ບໍ່ພຽງແຕ່ມີຍອດສັ່ງຊື້ໃນເກົາຫຼີໃຕ້ພຽງເທົ່ານັ້ນ ຍັງມີຈາກອາເມຣິກາເໜືອ, ຢູໂຣບ, ຈີນ, ຍີ່ປຸ່ນ ແລະ ເອເຊຍຕາເວັນອອກສຽງໃຕ້ ນີ້ຄືການຕອກຢ້ຳສະຖານະທີ່ແຂງແກ່ນຂອງ Jisoo ໃນຕະຫຼາດເພງໂລກ ແລະ ຫຼ້າສຸດ Jisoo ເອງກໍໄດ້ປ່ອຍ VISUAL FLIM #2 ອອກມາໃຫ້ແຟນໆຊາວ BLINK ທົ່ວໂລກໄດ້ຮັບຊົມຄວາມງົດງາມຂອງ Jisoo ແລະ Concept ເພງທີ່ສວຍງາມຕະການຕາ.

ໃນສ່ວນອາລະບ້ຳ ME ຂອງ Jisoo BLACKPINK ຈະຈັດຈຳໜ່າຍໃນວັນທີ 31 ມີນາ 2023 ເວລາ 13:00 ຕາມເວລາທ້ອງຖິ່ນຂອງປະເທດ ເກົາຫຼີໃຕ້ ຊາວ BLINK ທັ້ງຫຼາຍກຽມຕົວ ກຽມໃຈ ແລະ ກຽມເງິນໄວ້ຊື້ອາລະບ້ຳນຳເດີ.

ຂອບໃຈແຫຼ່ງຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/