Sony (PlayStation) ໄດ້ຍື່ນຈົດສິດທິບັດສໍາລັບການນໍາໃຊ້, ການໂອນ ແລະ ການຂາຍ NFT


ການຍື່ນຈົດສິດທິບັດໃໝ່ຂອງ Sony Interactive Entertainment ໂດຍ Segment Next ຊີ້ໃຫ້ເຫັນວ່າບໍລິສັດກໍາລັງດຳເນີນການດ້ານ framework ເພື່ອນໍາໃຊ້ NFTs ໃນວີດີໂອເກມ ເເລະ consoles , ເຖິງເເມ່ນວ່າຄວາມນິຍົມຂອງ NFTs ໄດ້ມີການລົດລົງຫຼາຍໃນ 2-3 ປີທີ່ຜ່ານມາ.

ໂດຍສິດທິບັດໃໝ່ຂອງບໍລິສັດມີຊື່ວ່າ: ‘NFT Framework For Transfering And Use Digital Assets Between Game Platforms’ ເຊິ່ງເປັນການສໍາຫຼວດສັກກະຍະພາບຂອງເທັກໂນໂລຢີ NFTs , ລວມເຖິງການຖ່າຍໂອນໃນລະຫວ່າງທີ່ຫຼິ້ນເກມ ຜູ້ຫຼິ້ນຍັງຈະໄດ້ຮັບສິດທິ ເເລະ ຜົນປະໂຫຍດຫຼວງຫຼາຍຈາກເກມໃນເຄືອຂ່າຍຂອງ Sony.

ຕົວຢ່າງ : ຜູ້ຫຼິ້ນຄົນທຳອິດທີ່ເອົາຊະນະ Boss ຕົວໃດກໍຕາມໃນເກມໄດ້ ກໍອາດຈະໄດ້ຮັບຮາງວັນເປັນ NFT ເເບບພິເສດທີ່ໃຫ້ອາວຸດ ຫຼື ໄອເທັມເເບບພິເສດ ເເລະ ຮາງວັນອື່ນໆ.

ສິດທິບັດຍັງຄອບຄຸມເຖິງ ‘ລະດັບ , ຄະເເນນ ເເລະ ການສະສົມຄະເເນນໃນວິດີໂອເກມໃດໜຶ່ງ’ ທີ່ຈະຖືກສ້າງຂຶ້ນໃໝ່ໂດຍສາມາດໂອນຍ້າຍ ຫຼື ຊື້ຂາຍກັນໄດ້, ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ສາມາດພັດທະນາການຫຼິ້ນເກມຂອງຕົນເອງໄດ້ຜ່ານ NFTs.

ໃນສິດທິບັດໃໝ່ຍັງໄດ້ລະບຸອີກວ່າ : NFT ທີ່ຖືກໂອນໄປຫາບຸກຄົນອື່ນ, ເຊິ່ງອາດເປັນຄົນທີ່ຫຼິ້ນເກມຕໍ່ຈາກຜູ້ຄົນທີ່ໂອນ NFT, ເມື່ອເວລາຫຼິ້ນເກມກໍຈະມີລະດັບດຽວກັນ ເເລະ ມີຄະເເນນສະສົມເທົ່າກັບຜູ້ທີ່ໂອນໃຫ້.

ສຳລັບໃນຂັ້ນຕອນນີ້, ຍັງບໍ່ມີຄວາມຊັດເຈນວ່າ Sony ຈະນຳເອົາ NFTs ເຫຼົ່ານີ້ໄປໃຊ້ໃຫ້ເກີດປະໂຫຍດໄດ້ແນວໃດ. ໃນປັດຈຸບັນ, ພວກເຮົາຄົງຕ້ອງລໍຖ້າເບິ່ງຕໍ່ໄປວ່າ Sony ມີເເຜນຮອງຮັບເອົາ NFTs ເຂົ້າມາເພື່ອໃຊ້ໃຫ້ເກີດປະໂຫຍດໃນຮູບເເບບໃດເເດ່.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/