ຝຸ່ນຍາມແລ້ງຕາມເສັ້ນທາງ ມີຜົນເສຍແນວໃດຕໍ່ສຸຂະພາບຂອງຄົນ?


ຝຸ່ນເປັນມົນລະພິດທີ່ຮ້າຍແຮງທີ່ສຸດ ສາມາດສົ່ງຜົນໃຫ້ຄົນເປັນພະຍາດໄດ້ ຂຶ້ນຊື່ວ່າຝຸ່ນລ້ວນແລ້ວແຕ່ເປັນມົນລະພິດທີ່ສົ່ງຜົນບໍ່ດີຕໍ່ຮ່າງກາຍຂອງມະນຸດ ຝຸ່ນເຂົ້າດັງໄປເທື່ອລະເລັກລະໜ້ອຍ ຈົນກາຍມາເປັນການທຳລາຍປອດຂອງຄົນເຮົາ ແລະ ອາດສົ່ງຜົນໄລຍະຍາວ. ໂດຍສະເພາະຝຸ່ນຕາມເສັ້ນທາງແດງ ເຊິ່ງມັນຈະປິວໄປຕາມລົມ ເຮັດໃຫ້ພັດປິວໄປຕາມບໍລິເວນຕ່າງໆ, ປະຕິເສດບໍ່ໄດ້ເລີຍກໍຄືເຮືອນຂອງປະຊາຊົນທີ່ຢູ່ບໍລິເວນໃກ້ ຫຼື ແຄມທາງ ຈະເປັນສີສົ້ມທີ່ເຕັມໄປດ້ວຍຝຸ່ນ ໃບໄມ້ກໍເຊັ່ນດຽວກັນ ຈາກໃບຂຽວຈະກາຍເປັນສີສົ້ມໃນທັນທີ.

ອັນຕະລາຍຂອງຝຸ່ນສາມາດເຮັດໃຫ້ຝຸ່ນເຂົ້າໄປໃນຮ່າງກາຍແລ້ວສະສົມຢູ່ຕາມອະໄວຍະວະຕ່າງໆ ແຜ່ກະຈາຍເລິກລົງໄປຮອດສ່ວນປາຍສຸດຂອງປອດໄດ້ງ່າຍ ແລະ ໄວ ເຮັດໃຫ້ເຂົ້າສູ່ກະແສເລືອດ ກະທົບໃຫ້ເກີດບັນຫາສຸຂະພາບຕາມມາ. ນອກຈາກນີ້ ກໍຍັງເຮັດໃຫ້ເຮົາເປັນຫວັດໄດ້ງ່າຍເມື່ອດົມເຂົ້າໄປທຸກມື້ໆ ໂດຍສະເພາະຄົນທີ່ຮ່າງກາຍມີພູມແພ້.ເຖິງແມ່ນວ່າຈະບໍ່ສູບຢາ ກໍສາມາດເປັນໂຣກປອດໄດ້ ເພາະມົນລະພິດທີ່ຄົນເຮົາໄດ້ສູບດົມ ບໍ່ວ່າຈະເປັນຝຸ່ນ, ຄວັນຢາສູບ, ມົນລະພິດຂອງຄວັນໄຟ.

1.ວິທີປ້ອງກັນເຮົາຄວນ ປູກຕົ້ນໄມ້ເພື່ອປ້ອງກັນຝຸ່ນເຂົ້າເຮືອນ ເພາະຕົ້ນໄມ້ຈະຊ່ວຍກອງຝຸ່ນບໍ່ໃຫ້ເຂົ້າເຮືອນໄດ້ ເຮັດໃຫ້ເຮືອນຂອງເຮົາລົດຈຳນວນຂອງຝຸ່ນໄດ້ຫຼາຍພໍສົມຄວນ.

2.ການເອົານໍ້າຫົດທາງກໍເປັນວິທີທີ່ຫຼາຍຄົນເຮັດໄດ້ເຊັ່ນດຽວກັນ ຖ້າເອົານໍ້າຫົດຕະຫຼອດຍິ່ງເປັນການດີ.

3.ພ້ອມກັນນີ້ ຍັງມີວິທີຫາປ່ອງຢ້ຽມທີ່ກັນຝຸ່ນເຂົ້າມາເຮືອນ ເຊິ່ງເປັນຈຸດສຳຄັນເລີຍກໍວ່າໄດ້ ຖ້າຫາກແກ້ບ່ອນນີ້ໄດ້ກໍຄົງເປັນການດີ ເພາະຝຸ່ນມັນສາມາດເຂົ້າໄດ້ທຸກບ່ອນ ແນະນຳເປັນປ່ອງຢ້ຽມແກ້ວຈະເປັນການດີ.

4.ການອອກແບບບ່ອນຈອດລົດກໍເປັນສິ່ງສໍາຄັນ ຖ້າຫາກເຮັດບ່ອນຈອດລົດໃກ້ເຮືອນຝຸ່ນຍິ່ງມັກ ເພາະຝຸ່ນຢູ່ໃນລົດຈະມີຢູ່ແລ້ວ ຖ້າມາຢູ່ໃກ້ກັນກັບເຮືອນອາດຈະເພີ່ມປະລິມານຝຸ່ນ ຈອດຫ່າງຈາກເຮືອນຈະຊ່ວຍເຮັດໃຫ້ລົດປະລິມານຝຸ່ນໄດ້.

5.ປູທາງເບຕົງ ຫຼື ປູທາງຢາງ ສິ່ງທີ່ທຸກຄົນຕ້ອງການ ແຕ່ກໍຕ້ອງໄດ້ຖ້າທາງພາກສ່ວນທີ່ກ່ຽວຂ້ອງມາສ້າງສາໃຫ້ສຳເລັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/