ວັນທີ 6 ທັນວາ ທີ່ຜ່ານມາ ສານຊັ້ນຕົ້ນໃນ ປະເທດ ອາເຈນຕິນາ ສັ່ງຈຳຄຸກ ຄຣິສຕິນ່າ ເຟີນານເດສ (Cristina Fernández) ຮອງປະທານາທິບໍດີ ປະເທດ ອາເຈນຕິນາ ເປັນເວລາ 6 ປີ ແລະ ຕັດສິດທາງການເມືອງ ຫຼັງຖືກຟ້ອງຮ້ອງວ່າ ເຟີນານເດສ ມີຄວາມກ່ຽວພັນກັບຄະດີສໍ້ລາດບັງຫຼວງ.

ໂດຍທາງດ້ານ ຜູ້ພິພາກສາ ໄດ້ລະບຸວ່າ ເຟີນານເດສ ມີຄວາມຜິດທາງອາຍາ ບໍລິຫານບ້ານເມືອງຢ່າງບໍ່ສຸຈະລິດ ສ້າງຄວາມເສຍຫາຍຕໍ່ປະເທດຊາດ. ຂະນະທີ່ທາງໄອຍະການໄດ້ລະບຸວ່າ ເຟີນານເດສ ໄດ້ມີການໄປພົວພັນກັບຄະດີສໍ້ລາດບັງຫຼວງ ຮັບສິນບົນໃນການຈ້າງງານແຮງງານສາທາລະນະ ໃນໄລຍະທີ່ ເຟີນານເດສ ຢູ່ໃນຕຳແໜ່ງ ປະທານາທິບໍດີ ເມື່ອປີ 2007-2015 ເຊິ່ງມີມູນຄ່າຄວາມເສຍຫາຍຢ່າງໜ້ອຍ 1 ພັນລ້ານໂດລາ. ຢ່າງໃດກໍຕາມໃນເບື້ອງຕົ້ນ ເຟີນານເດສ ໄດ້ປະຕິເສດທຸກຂໍ້ກ່າວຫາ.

ຂະນະທີ່ບັນດາກຸ່ມຜູ້ສະໜັບສະໜູນຂອງ ເຟີນານເດສ ໄດ້ກ່າວວ່າ ເຟີນານເດສໄດ້ຕົກເປັນເຫຍື່ອຂອງການຂົ່ມເຫັງໃນລະບົບຕຸລາການ. ຫຼັງຈາກທີ່ນາງໄດ້ລອດຕົວຈາກຄວາມພະຍາຍາມລອບສັງຫານໃນຕົ້ນເດືອນກັນຍາ. ທ່າມກາງກະແສການຕໍ່ຕ້ານຈາກຝ່າຍຄ້ານທີ່ນັບມື້ນັບເພີ່ມສູງຂຶ້ນ ແລະ ໂຈມຕີນາງ ແລະ ລັດຖະບານປັດຈຸບັນຢ່າງຕໍ່ເນື່ອງ ແລະ ອາດຈະມີຄວາມເຄັ່ງຕຶງຂຶ້ນຕື່ມອີກໃນລະຫວ່າງການເລືອກຕັ້ງທົ່ວໄປໃນປີ 2023 ທີ່ຈະມາເຖິງນີ້.

ຢ່າງໃດກໍຕາມ ເຟີນານເດສ ຈະມີສິດໄດ້ຮັບການປ້ອງກັນຊົ່ວຄາວ ເນື່ອງຈາກ ເຟີນານເດສ ຍັງຢູ່ໃນຕຳແໜ່ງຮອງປະທານາທິບໍດີ ອາເຈນຕິນາ ແລະ ຈະບໍ່ຖືກຕັດສິນຈຳຄຸກໃນທັນທີທີ່ສານໄດ້ອອກຄຳຕັດສິນ. ພ້ອມຍັງຈະມີການຍື່ນອຸທອນ ແລະ ຕໍ່ສູ້ຄະດີກັນໃນຊັ້ນສານອີກຫຼາຍປີ ໃນສານຊັ້ນຕໍ່ໆໄປ.

ເຟີນານເດສ ເຄີຍຂຶ້ນສູ່ລະດັບສູງສຸດຂອງສະຖານະທາງດ້ານການເມືອງຂອງປະເທດ. ໂດຍການດຳລົງຕຳແໜ່ງເປັນປະທານາທິບໍດີອາເຈນຕິນາ 2 ສະໄໝກໍຄື 2007-2011 ແລະ 2011-2015, ເຮັດໃຫ້ນາງເປັນປະທານາທິບໍດີຍິງຄົນທີ 2 ໃນປະຫວັດສາດການເມືອງອາເຈນຕິນາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/