ປູຕິນລົງນາມກົດໝາຍວ່າດ້ວຍການຫ້າມ ສະແດງອອກຄວາມເປັນ LGBTQ+ ໃນສື່ສາທາລະນະ ເພາະເປັນສິ່ງຜິດກົດໝາຍ

ປູຕິນລົງ

ໃນຍຸກສະໄໝນີ້ ຄວາມຫຼາກຫຼາຍທາງເພດ ໄດ້ມີການຖືກຍອມຮັບຈາກຫຼາຍໆປະເທດທົ່ວໂລກ ແລະ ເບິ່ງເລື່ອງນີ້ເປັນເລື່ອງປົກກະຕິໄປແລ້ວ ແຖມລັດຖະບານໃນປະເທດເຫຼົ່ານັ້ນຍັງມີການຊ່ວຍຊຸກຍູ້ກຸ່ມ LGBTQ+ ຫຼື ກຸ່ມຄົນຫຼາກຫຼາຍທາງເພດເພື່ອໃຫ້ມີຄວາມເທົ່າທຽມເກີດຂຶ້ນພາຍໃນສັງຄົມ.

ປູຕິນລົງ

ແຕ່ໃນບາງປະເທດເບິ່ງຄືວ່າຄວາມຫຼາກຫຼາຍທາງເພດຈະເປັນສິ່ງຜິດກົດໝາຍ ເພາະເມື່ອບໍ່ດົນມານີ້ ວະລາດິເມຍ ປູຕິນ ປະທານາທິບໍດີແຫ່ງຣັດເຊຍ ໄດ້ລົງນາມໃນກົດໝາຍສະບັບໃໝ່ຂອງປະເທດ ເຊິ່ງນຳໄປສູ່ການຂະຫຍາຍຂໍ້ບັງຄັບກ່ຽວກັບ ‘ການໂຄສະນາຊວນເຊື່ອກ່ຽວກັບກຸ່ມທີ່ມີຄວາມຫຼາກຫຼາຍທາງເພດ’ ຫຼືຮູ້ຈັກກັນໃນຊື່ LGBT Propaganda ໂດຍພາຍໃຕ້ກົດໝາຍສະບັບນີ້ ການສະແດງອອກເຖິງຄວາມເປັນ LGBTQ+ ໃນສື່ສາທາລະນະຣັດເຊຍຈະຖືວ່າເປັນສິ່ງຜິດກົດໝາຍ.

ປູຕິນລົງ

ໂດຍສຳນັກຂ່າວ Reuters ລາຍງານວ່າກົດໝາຍສະບັບໃໝ່ເຮັດໃຫ້ການຕີຄວາມສິ່ງທີ່ເອີ້ນວ່າ LGBT Propaganda ໃນຣັດເຊຍຂະຫຍາຍຄວາມໝາຍກວ້າງອອກໄປຈາກເດີມ ຫຼັງຈາກທີ່ກ່ອນໜ້ານີ້ຣັດເຊຍເຄີຍສັ່ງຫ້າມຄວາມຫຼາກຫຼາຍທາງເພດສະເພາະກຸ່ມເດັກນ້ອຍ.

ພາຍໃຕ້ກົດໝາຍນີ້ ແມ່ນຜ່ານຄວາມເຫັນດີຈາກສະພາຣັດເຊຍດ້ວຍຄະແນນທີ່ເປັນເອກະພາບກັນ ໂດຍຢູ່ທີ່ 397 ຄະແນນ ຕໍ່ 0 ແລະກົດໝາຍນີ້ຍັງລະບຸວ່າການກະທຳຫຼືສົ່ງຕໍ່ຂໍ້ມູນໃດໆ ທີ່ລັດເບິ່ງວ່າເປັນຄວາມພະຍາຍາມທີ່ຈະສະໜັບສະໜູນກຸ່ມຄົນຮັກຮ່ວມເພດໃນສື່ສາທາລະນະ, ທາງອອນລາຍ, ຮູບເງົາ, ປຶ້ມ ຫຼື ໂຄສະນາ ອາດມີໂທດປັບເປັນເງິນສູງເຖິງ 200.000-400.000 ຣູເບິລ ຫຼື ປະມານ 56 ລ້ານ – 112 ລ້ານກີບ.

ປູຕິນລົງ

ທັງນີ້ການເຄື່ອນໄຫວດັ່ງກ່າວມີຂຶ້ນ ໃນຂະນະທີ່ຣັດເຊຍພະຍາຍາມເພີ່ມແຮງກົດດັນຕໍ່ຊົນກຸ່ມນ້ອຍ ຕະຫຼອດໄປຈົນຮອດຜູ້ທີ່ຕໍ່ຕ້ານປູຕິນໃນຣັດເຊຍ ລວມໄປຮອດການປາບປາມສື່ອິດສະຫຼະ ແລະພະຍາຍາມສະກັດກັ້ນເສລີພາບການເວົ້າ ທ່າມກາງຄວາມພະຍາຍາມຂອງລັດທີ່ຕ້ອງການສົ່ງເສີມ ‘ຄ່ານິຍົມແບບດັ້ງເດີມ’ ຕະຫຼອດໄລຍະກວ່າ 10 ປີທີ່ຜ່ານມາ ເຊິ່ງກ່ອນໜ້ານີ້ເຈົ້າໜ້າທີ່ກໍເຄີຍໃຊ້ກົດໝາຍທີ່ມີຢູ່ສັ່ງຫ້າມການຈັດຂະບວນພາເຣດຂອງກຸ່ມ LGBTQ+ ແລະຄວບຄຸມຕົວນັກເຄື່ອນໄຫວເພື່ອສິດທິຂອງກຸ່ມຄົນຮັກຮ່ວມເພດອີກດ້ວຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/