Budi Karya Sumadi ລັດຖະມົນຕີກະຊວງຄົມມະນາຄົມຂອງອິນໂດເນເຊຍເປີດເຜີຍລະຫວ່າງປະຊຸມຮ່ວມກັບ Li Xiaopeng ລັດຖະມົນຕີກະຊວງຄົມມະນາຄົມຂອງຈີນໃນນະຄອນປັກກິ່ງວ່າ ອິນໂດເນເຊຍ ກຳລັງປະເມີນຄວາມເປັນໄປໄດ້ ໃນການສ້າງໂຄງສ້າງພື້ນຖານສຳລັບລະບົບຂົນສົ່ງມວນຊົນຂັບເຄື່ອນອັດຕະໂນມັດ (ART) ທີ່ເມືອງຫຼວງໃໝ່ ນູຊັນຕາຣາ ໂດຍລັດຖະບານສົນໃຈທີ່ຈະໃຊ້ລົດໄຟ ART ທີ່ຜະລິດໂດຍບໍລິສັດ China Railway Rolling Stock Corporation (CRRC) ເຊິ່ງເປັນລັດວິສາຫະກິດຂອງຈີນ.
ທັງ 2 ປະເທດມີຄວາມມຸ່ງໝັ້ນທີ່ຈະຍົກລະດັບຄວາມຮ່ວມມືໃນການພັດທະນາໂຄງສ້າງພື້ນຖານດ້ານການຄົມມະນາຄົມຕໍ່ໄປ ໂດຍລົດໄຟຄວາມໄວສູງ Whoosh ລະຫວ່າງຈາກາຕ້າ-ບັນດຸງ ເປັນສິ່ງທີ່ສະແດງໃຫ້ເຫັນເຖິງຄວາມຮ່ວມມືແບບທະວິພາຄີ ເຊິ່ງໃນຂະນະນີ້ໄດ້ເລີ່ມໃຫ້ບໍລິການແລ້ວ ແລະ ໄດ້ຮັບການຕອບຮັບຈາກສາທາລະນະຊົນຢ່າງຫຼວງຫຼາຍ.
ໂດຍລົດໄຟ 1 ຂະບວນຈະປະກອບດ້ວຍຕູ້ລົດໄຟ 3 ຕູ້ ສຳລັບຜູ້ໂດຍສານ 307 ຄົນ ໂດຍມີຄວາມໄວຢູ່ທີ່ 40 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວສູງສຸດທີ່ 70 ກິໂລແມັດຕໍ່ຊົ່ວໂມງ.
ຂໍ້ມູນຈາກ: AEC Connect
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/