ທະນາຄານແຫ່ງ ສປປ ລາວ ຖະແຫຼງປັບອັດຕາດອກເບ້ຍພື້ນຖານໃນໄລຍະສັ້ນບໍ່ເກີນ 7 ວັນ ຈາກ 3,1% ຕໍ່ປີ ມາເປັນ 6,5% ຕໍ່ປີ

ທະນາຄານແຫ່ງ ສປປ ລາວ

ອີງຕາມຂໍ້ຕົກລົງຂອງທະນາຄານແຫ່ງ ສປປ ລາວ ໃນວັນທີ 11 ຕຸລາ 2022  ທີ່ວ່າດ້ວຍການການປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດ-ເງິນຕາພາຍໃນ ແລະ ສາກົນ ໃນປັດຈຸບັນ.

  • ຂໍ້ຕົກລົງນີ້ແມ່ນອີງຕາມກົດໝາຍວ່າດ້ວຍທະນາຄານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ) ສະບັບເລກທີ 47/ສພຊ, ລົງວັນທີ 19 ມີນາ 2018.
  • ຂໍ້ຕົກລົງນີ້ແມ່ນອີງຕາມກົດໝາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 56/ສພຊ, ລົງວັນທີ 7 ທັນວາ 2018.

ໂດຍເນື້ອໃນຂອງຂໍ້ຕົກລົງດັ່ງກ່າວແມ່ນມີດັ່ງນີ້:

ມາດຕາ 1: ຈຸດປະສົງ

ຂໍ້ຕົກລົງສະບັບນີ້ອອກເພື່ອປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ໃຫ້ສອດຄ່ອງກັບສະພາບເສດຖະກິດ-ເງິນຕາພາຍໃນ ແລະ ສາກົນ ໃນປັດຈຸບັນ.

ທະນາຄານແຫ່ງ ສປປ ລາວ

ມາດຕາ 2: ການປັບອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ

ທະນາຄານແຫ່ງ ສປປ ລາວ ປັບເພີ່ມອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບໄລຍະສັ້ນບໍ່ເກີນ 7 ວັນຈາກ 3,1% ຕໍ່ປີ ມາເປັນ 6,5% ຕໍ່ປີ.

ມາດຕາ 3: ການນໍາໃຊ້ອັດຕາດອກເບ້ຍພື້ນຖານ

ທະນາຄານແຫ່ງ ສປປ ລາວ ນຳໃຊ້ອັດຕາດອກເບ້ຍພື້ນຖານ ເພື່ອຈັດຕັ້ງປະຕິບັດນະໂຍບາຍເງິນຕາ ໃນການດັດສະພາບຄ່ອງແຫຼ່ງສຸດທ້າຍໃຫ້ທະນາຄານທຸລະກິດທີ່ຂາດສະພາບຄ່ອງ ຕາມລະບຽບການກ່ຽວຂ້ອງທີ່ບໍ່ສາມາດແກ້ໄຂດ້ວຍເຄື່ອງມື ແລະ ກົນໄກອື່ນ.

ມາດຕາ 4: ການຈັດຕັ້ງປະຕິບັດ

ມອບໃຫ້ກົມນະໂຍບາຍເງິນຕາ, ກົມບໍລິຫານທະນາຄານ ເປັນເຈົ້າການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດ ພ້ອມທັງເຜີຍແຜ່-ແນະນຳໃຫ້ບັນດາສາຂາທະນາຄານແຫ່ງ ສປປ ລາວ ປະຈໍາພາກ, ບັນດາທະນາຄານທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ໄດ້ຮັບຜົນດີ.

ມາດຕາ 5: ຜົນສັກສິດ

ຂໍ້ຕົກລົງສະບັບນີ້ມີຜົນສັກສິດແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ໃຊ້ແທນຂໍ້ຕົກລົງສະບັບເລກທີ 376 ທຫລ, ລົງວັນທີ 17 ພຶດສະພາ 2022.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/