ນາຍົກລັດຖະມົນຕີອັງກິດ ປະກາດລາອອກ ຫຼັງຮັບຕຳແໜ່ງໄດ້ພຽງ 45 ມື້ ເນື່ອງຈາກບໍ່ສາມາດແກ້ໄຂບັນຫາດ້ານເສດຖະກິດໄດ້

ນາຍົກລັດຖະມົນ

ພາຍຫຼັງນະໂຍບາຍດ້ານການເງິນທີ່ໃຫ້ລົດພາສີຄົນລວຍລົງເພື່ອກະຕຸ້ນເສດຖະກິດ ຂອງນາຍົກລັດຖະມົນຕີປະເທດ ອັງກິດ ລິສ ທຣັສ (Liz Truss) ໄດ້ສ້າງຄວາມເສຍຫາຍໃຫ້ເສດຖະກິດອັງກິດຢ່າງໜັກໃນໄລຍະ 1 ເດືອນທີ່ຜ່ານມາ. ຫຼ້າສຸດ ເມື່ອວັນທີ 20 ຕຸລາ ລິສ ທຣັສ ໄດ້ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ເປັນທີ່ຮຽບຮ້ອຍແລ້ວ.

ນາຍົກລັດຖະມົນ

ໂດຍກ່ອນໜ້ານີ້ ລິສ ທຣັສ ຕ້ອງປະເຊີນກັບແຮງກົດດັນຈາກສະມາຊິກຂອງພັກຕົນເອງ ນັ້ນກໍຄື ພັກອະນຸລັກນິຍົມ ຫຼັງຈາກທີ່ລາວປະກາດປົດຕຳແໜ່ງລັດຖະມົນຕີກະຊວງການເງິນ ເມື່ອໄລຍະ 2 ອາທິດທີ່ຜ່ານມາ ແລະ ຍົກເລີກມາດຕະການປັບລົດພາສີເກືອບທັງໝົດ ທີ່ປະກາດເປັນນະໂຍບາຍກ່ອນໜ້ານີ້ ສົ່ງຜົນໃຫ້ເກີດຜົນກະທົບຕໍ່ຄວາມເຊື່ອໝັ້ນທາງເສດຖະກິດ ແລະ ການລົງທຶນພາຍໃນປະເທດ ລວມເຖິງສ້າງຄວາມປັ່ນປ່ວນໃຫ້ກັບຕະຫຼາດການເງິນທົ່ວໂລກ.

ນາຍົກລັດຖະມົນ

ລິສ ທຣັສ ລະບຸໃນຖະແຫຼງການວ່າ: “ຂ້າພະເຈົ້າໄດ້ເຂົ້າມາຮັບຕຳແໜ່ງໃນສະພາວະທີ່ປະເທດກຳລັງປະເຊີນໜ້າກັບຄວາມໄຮ້ສະຖຽນລະພາບທາງເສດຖະກິດ ແລະ ທາງການຕ່າງປະເທດ ເຊິ່ງຂ້າພະເຈົ້າໄດ້ຮັບຄັດເລືອກເຂົ້າມາໃນຕຳແໜ່ງເພື່ອແກ້ໄຂເລື່ອງນີ້.”

ນາຍົກລັດຖະມົນ

 “ຂ້າພະເຈົ້າໄດ້ແກ້ໄຂບັນຫາລາຄາພະລັງງານ ແລະ ລົດເງິນນຳສົ່ງປະກັນສັງຄົມ ແລະ ມີນະໂຍບາຍທີ່ວ່າ ອັດຕາການເຕີບໂຕທາງເສດຖະກິດທີ່ສູງ ດ້ວຍການເກັບພາສີທີ່ຕໍ່າ ແຕ່ດ້ວຍສະຖານະການປັດຈຸບັນ ຂ້າພະເຈົ້າບໍ່ສາມາດປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໄດ້”

“ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ເຂົ້າເຝົ້າ ພະຣາຊາແຫ່ງອັງກິດ ເພື່ອລາຍງານວ່າຂ້າພະເຈົ້າຈະຂໍລາອອກຈາກຕຳແໜ່ງຫົວໜ້າພັກ ອະນຸລັກນິຍົມ ແຕ່ຈະດຳລົງຕຳແໜ່ງຮັກສາການ ນາຍົກລັດຖະມົນຕີຕໍ່ໄປ ຈົນກວ່າທາງພັກຈະເລືອກຄົນໃໝ່ຂຶ້ນມາແທນໄດ້”

ການລາອອກຂອງ ລິສ ທຣັສ ຄັ້ງນີ້ເຮັດໃຫ້ນາງກາຍເປັນນາຍົກລັດຖະມົນຕີຂອງອັງກິດ ທີ່ດຳລົງຕຳແໜ່ງພຽງ 6 ອາທິດ ແລະ ກາຍເປັນນາຍົກລັດຖະມົນຕີ ແມ່ຍິງ ຄົນທີ 3 ຂອງປະເທດອັງກິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/