ລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຂອງ ສປ.ຈີນ ທ່ານ ຊິນ ກັງ (Qin Gang) ທີ່ເຂົ້າມາຮັບຕໍາແໜ່ງເມື່ອບໍ່ດົນມານີ້ ໄດ້ກ່າວເຖິງ ໂຄງການໜຶ່ງແລວໜຶ່ງເສັ້ນທາງ The Belt and Road Initiative (BRI) ທີ່ ສປປ ລາວ ເປັນສ່ວນໜຶ່ງຂອງໂຄງການ ໃນພິທີຖະແຫຼງຂ່າວ ວ່າ ໂຄງການດັ່ງກ່າວ ຊ່ວຍປົດລັອກໃຫ້ ສປປ ລາວ ຈາກປະເທດບໍ່ມີການເຊື່ອມຕໍ່ທາງທະເລ ໃຫ້ເປັນປະເທດທີ່ມີການເຊື່ອມຕໍ່ທາງບົກ ແລະ ມີຄວາມສຳຄັນຫຼາຍໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງລາວ-ຈີນ.
ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ (BRI) ແມ່ນຜົນປະໂຫຍດ ຂອງສາທາລະນະທີ່ມີຄຸນະພາບສູງທີ່ຈີນເປັນຜູ້ລິເລີ່ມ ແລະ ຮ່ວມກັນສ້າງຂຶ້ນຈາກການຮ່ວມມືຂອງປະເທດທີ່ກ່ຽວຂ້ອງ. ເຊິ່ງໃນປັດຈຸບັນ, ຫຼາຍກວ່າ 3/4 ຂອງປະເທດໃນທົ່ວໂລກ ແລະ 32 ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມຂໍ້ລິເລີ່ມນີ້.

ການກໍ່ສ້າງທາງລົດໄຟລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ບໍ່ພຽງແຕ່ເປັນການ ສ້າງເສັ້ນທາງຂົນສົ່ງທັງສິນຄ້າ ແລະ ຜູ້ໂດຍສານ, ສ້າງໂອກາດວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ລາວເທົ່ານັ້ນ, ຫາກຍັງໄດ້ສ້າງຜົນປະໂຫຍດອັນກວ້າງຂວາງໃຫ້ແກ່ການພັດທະນາໃນໄລຍະຍາວຂອງປະເທດລາວ, ທັງຍັງເປັນການສ້າງກຳລັງໜູນທີ່ໝັ້ນຄົງໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ແຕ່ຢ່າງໃດກໍຕາມ ໂຄງການດັ່ງກ່າວຂອງຈີນ ກໍຍັງມັກຖືກຕັ້ງຄຳຖາມວ່າ ເປັນໂຄງການທີ່ຈະນຳພາ ປະເທດທີ່ກຳລັງພັດທະນາ ໄປສູ່ກັບດັກໜີ້ສິນຫຼືບໍ່ ໂດຍ ຊິນ ກັງ ໄດ້ຕອບຄຳຖາມນີ້ຕໍ່ກັບສື່ມວນຊົນໃນການຖະແຫຼງຂ່າວວ່າ: “ຈີນຄວນເປັນຄົນສຸດທ້າຍທີ່ຖືກກ່າວຫາເປັນກັບດັກໜີ້ສິນ. ເພາະຕາມສະຖິຕິແລ້ວ ໜີ້ສິນຂອງປະເທດກຳລັງພັດທະນາ ຫຼາຍກວ່າ 80% ມີສະຖາບັນການເງິນຫຼາຍຝ່າຍ ແລະ ສະຖາບັນການເງິນດ້ານການຄ້າເປັນເຈົ້າໜີ້ຢູ່. ສິ່ງເຫຼົ່ານີ້ແມ່ນແຮງກົດດັນຈາກແຫຼ່ງໜີ້ສິນທີ່ໃຫຍ່ທີ່ສຸດຂອງປະເທດພວມພັດທະນາ”.
ນອກຈາກນີ້ ຊິນກັງ ຍັງໄດ້ຊີ້ນິ້ວກ່າວໂທດໃຫ້ສະຫະລັດ ອາເມຣິກາ ວ່າ: “ອັດຕາດອກເບ້ຍທີ່ເພີ່ມຂຶ້ນຢ່າງໄວວາທີ່ບໍ່ເຄີຍມີມາກ່ອນຂອງສະຫະລັດໄດ້ເຮັດໃຫ້ເງິນທຶນໄຫຼອອກໃນຫຼາຍປະເທດ ແລະ ເຮັດໃຫ້ບັນຫາໜີ້ສິນໃນບັນດາປະເທດທີ່ກ່ຽວຂ້ອງຮ້າຍແຮງຂຶ້ນ”

ຊິນກັງ ລະບຸອີກວ່າ 10 ປີທີ່ຜ່ານມາ ໃນການລິເລີ່ມ ໂຄງການດັ່ງກ່າວ ໄດ້ສ້າງການລົງທຶນເກືອບ 100 ຕື້ USD, ສ້າງຕັ້ງໂຄງການຮ່ວມມືຫຼາຍກວ່າ 3.000 ໂຄງການ, ສ້າງວຽກເຮັດງານທຳໃຫ້ທ້ອງຖິ່ນ 420.000 ຄົນ, ແລະ ຊ່ວຍປະຊາຊົນເກືອບ 40 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ.
ຂອບໃຈຂໍ້ມູນຈາກ: https://bit.ly/41PJsii
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/