ສປປ ລາວ ຍິງປະຕູທ້າຍເກມ ນຳຕີສະເໝີ ຮ່ອງກົງ 2 ປະຕູຕໍ່ 2 ເກັບ 1 ຄະແນນ ໃນການແຂ່ງຂັນ ບານເຕະຍິງ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ

ສປປ-ລາວ-ຍິງປະຕູທ້າຍເກມ

ຜ່ານໄປແລ້ວກັບນັດທຳອິດ ຂອງການແຂ່ງຂັນບານເຕະຍິງ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN’S ASIAN CUP 2024 GROUP A ຄູ່ລະຫວ່າງ ສປປ ລາວ ພົບກັບຮ່ອງກົງ ເຊິ່ງຜົນອອກມາ ເປັນ ສປປ ລາວ ຍິງປະຕູທ້າຍເກມ ນຳຕີສະເໝີ ຮ່ອງກົງ ໄດ້ 2 ປະຕູຕໍ່ 2 ຮັກສາ 1 ຄະແນນທຳອິດ ໃນການແຂ່ງຂັນຄັ້ງນີ້ໄປໄດ້ແບບບີບຫົວໃຈ.

ສປປ-ລາວ-ຍິງປະຕູທ້າຍເກມ

ໂດຍການແຂ່ງຂັນເລີ່ມຕົ້ນມາບໍ່ເທົ່າໃດນາທີ ກໍເປັນທາງຂອງ ສປປ ລາວ ທີ່ສາມາດຂຶ້ນນຳໄປກ່ອນ ຈາກການຍິງປະຕູຂອງ ເບີ 7 ໃຈ​ຄຳ ໄຊ​ຍະ​ປະ​ເສີດ ນາ​ທີ 5. ແຕ່ແຟນໆບານລາວ ກໍດີໃຈໄດ້ບໍ່ດົນ ເມື່ອຮ່ອງກົງ ກໍສາມາດນຳມາຍິງຕີສະເໝີໄດ້ເປັນ1 ປະຕູຕໍ່ 1 ຈາກການເອົາຫົວຕີບານເຂົ້າປະຕູຂອງ ເບີ 3 CHAN TSZ SHAN ນາ​ທີ 13 ແລະ ຈົບເຄິ່ງເວລາທຳອິດດ້ວຍສະກໍນີ້.

ເລີ່ມຕົ້ນເຄິ່ງເວລາທີ 2 ມາ ເກມດຳເນີນໄປຢ່າງບໍ່ມີໃຜໄດ້ປຽບ ເສຍປຽບ ກ່ອນທີ່ທ້າຍເກມ ໃນນາທີ 81 ​ຂອງເກມ ຮ່ອງກົງຈະມາໄດ້ລູກຈຸດໂທດ ແລະ ເປັນທາງຂອງ LUK SEAN HOI CHING ທີ່ສັງຫານລູກນີ້ເຂົ້າໄປ ພາ ຮ່ອງກົງ ພິກຂຶ້ນນຳ ສປປ ລາວ ເປັນ 1 ປະຕູຕໍ່ 2.

ສປປ-ລາວ-ຍິງປະຕູທ້າຍເກມ

ເກມໃນນັດນີ້ ເບິ່ງຄືວ່າຈະຈົບລົງດ້ວຍໄຊຊະນະ ແລະ 3 ຄະແນນຂອງຮ່ອງກົງ ແຕ່ກ່ອນຈົບເກມພຽງບໍ່ເທົ່າໃດນາທີ ໃນນາທີ 87 ຂອງເກມ ສປປ ລາວກໍມາໄດ້ປະຕູຕີສະເໝີ ເປັນ 2 ປະຕູຕໍ່ 2 ຈາກຄວາມຜິດພາດຂອງຜູ້ຮັກສາປະຕູຂອງຮ່ອງກົງ ຈົນບານຫຼຸດມາຮອດ ເບີ​ 21  ສີ​ສະ​ອາ​ດ ອຳ​ໄພ​ລາດ ຈຶ່ງຍິງປະຕູເຂົ້າໄປ ຈົບເກມ ສປປ ລາວ ຕີສະເໝີ ຮ່ອງກົງ ຮັກສາໜຶ່ງແຕ້ມສຳຄັນທຳອິດ ໃນການແຂ່ງຂັນໄປໄດ້.

ສປປ-ລາວ-ຍິງປະຕູທ້າຍເກມ

ສຳລັບເກມນັດຕໍ່ໄປ ຂອງ ສປປ ລາວ ແມ່ນມີຄິວລົງເຕະກັບ ຟິລິບປິນ ໃນວັນທີ 10 ມີນາ ເວລາ 17:00 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16, ສ່ວນຮ່ອງກົງ ແມ່ນມີຄິວລົງເຕະກັບ ຕົວເຕັງຂອງກຸ່ມນີ້ ຢ່າງ ສປ. ຈີນ ໃນວັນທີ 10 ມີນາ ເວລາ 16:00 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16.

ສ່ວນສະຖານະການ ໃນກຸ່ມນີ້ ອັນດັບໜຶ່ງໃນຕອນນີ້ໄດ້ແກ່ ສປ. ຈີນ ລົງແຂ່ງ 1 ນັດ ມີ 3 ຄະແນນ ຜົນຕ່າງປະຕູ +6, ອັນດັບ 2​ ຮ່ວມກັນລະຫວ່າງ ສປປ ລາວ ແລະ ຮ່ອງກົງ ລົງແຂ່ງ 1​ນັດ ມີ 1 ຄະແນນ ຜົນຕ່າງປະຕູ 0 ແລະ ອັນດັບ ສຸດທ້າຍໄດ້ແກ່ ຟິລິບປິນ  ລົງແຂ່ງ 1 ນັດ ມີ 0 ຄະແນນ ຜົນຕ່າງປະຕູ -6.

ຂອບໃຈຂໍ້ມູນຈາກ: https://bit.ly/3F9CZ8f

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/