
ເອີ້ນໄດ້ວ່າເປັນເລື່ອງທີ່ໜ້າຍິນດີນຳນັກສະແດງຍິງຫຼາກຫຼາຍຄວາມສາມາດຢ່າງ Zoe Saldana ທີ່ຫຼ້າສຸດນີ້ຮູບເງົາ Avatar: The Way of Water ທີ່ Zoe ຮັບບົດເປັນ Neytiri ສາມາດສ້າງລາຍໄດ້ທົ່ວໂລກກວ່າ 2.000 ລ້ານໂດລາ ເຊິ່ງນັ້ນເຮັດໃຫ້ຮູບເງົາເລື່ອງນີ້ເຂົ້າມາຢູ່ໃນອັນດັບທີ 6 ຂອງ box office ຂອງຮູບເງົາທີ່ສ້າງລາຍໄດ້ສູງທີ່ສຸດໃນໂລກ. ເທົ່ານັ້ນຍັງບໍ່ພໍ ຈາກສະຖິຕິດັ່ງກ່າວໄດ້ເຮັດໃຫ້ Zoe Saldana ກາຍເປັນນັກສະແດງຍິງຄົນທຳອິດຂອງໂລກທີ່ໄດ້ສະແດງຮູບເງົາ 4 ເລື່ອງ ທີ່ສ້າງລາຍໄດ້ກວ່າ 2.000 ລ້ານໂດລາ.
ໂດຍຜົນງານທັງ 4 ເລື່ອງຂອງ Zoe Saldana ນັກສະແດງຍິງຊາວອາເມຣິກາໄວ 44 ປີທີ່ສາມາດສ້າງລາຍໄດ້ກວ່າ 2.000 ລ້ານໂດລາມີຄື:
- ຮູບເງົາ Avatar 1 ປີ 2009
ເລື່ອງນີ້ເຮັດລາຍໄດ້ທົ່ວໂລກຢູ່ທີ່ 2.923.706.026 ໂດລາ
ໂດຍ Zoe ຮັບບົດເປັນ Neytiri

- ຮູບເງົາ Avengers Infinity War ປີ 2018
ເລື່ອງນີ້ເຮັດລາຍໄດ້ທົ່ວໂລກຢູ່ທີ່ 2.052.415.039 ໂດລາ
ໂດຍ Zoe ຮັບບົດເປັນ Gamora

- ຮູບເງົາ Avengers: Endgame ປີ 2019
ເລື່ອງນີ້ເຮັດລາຍໄດ້ທົ່ວໂລກຢູ່ທີ່ 2.799.439.100 ໂດລາ
ໂດຍ Zoe ຮັບບົດເປັນ Gamora
- ຮູບເງົາ Avatar: The Way of Water ຫຼື Avatar 2 ປີ 2022
ເລື່ອງນີ້ເຮັດລາຍໄດ້ທົ່ວໂລກຫຼ້າສຸດຢູ່ທີ່ 2.923.706.026 ໂດລາ ແລະ ຍັງຈະນັບຕໍ່ໄປ
ໂດຍ Zoe ຮັບບົດເປັນ Neytiri

ເອີ້ນໄດ້ວ່າເປັນເລື່ອງທີ່ໜ້າຍິນດີແທ້ໆ ສຳລັບນັກສະແດງຍິງຄົນນີ້ ແລະ ສະຖິຕິຫຼ້າສຸດຍັງບົ່ງບອກເຖິງຄວາມສາມາດໃນການສະແດງທີ່ຢູ່ໃນລະດັບທົ່ວໂລກຍອມຮັບແທ້ໆ ສຳລັບ Zoe Saldana.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/