Zoe Saldana ກາຍເປັນນັກສະແດງຍິງຄົນທຳອິດຂອງໂລກທີ່ໄດ້ສະແດງຮູບເງົາ 4 ເລື່ອງ ທີ່ສ້າງລາຍໄດ້ກວ່າ 2.000 ລ້ານໂດລາ

Zoe Saldana ກາຍເປັນນັກສະແດງຍິງ

Zoe Saldana ກາຍເປັນນັກສະແດງຍິງ

ເອີ້ນໄດ້ວ່າເປັນເລື່ອງທີ່ໜ້າຍິນດີນຳນັກສະແດງຍິງຫຼາກຫຼາຍຄວາມສາມາດຢ່າງ Zoe Saldana  ທີ່ຫຼ້າສຸດນີ້ຮູບເງົາ Avatar: The Way of Water ທີ່ Zoe ຮັບບົດເປັນ Neytiri ສາມາດສ້າງລາຍໄດ້ທົ່ວໂລກກວ່າ 2.000 ລ້ານໂດລາ ເຊິ່ງນັ້ນເຮັດໃຫ້ຮູບເງົາເລື່ອງນີ້ເຂົ້າມາຢູ່ໃນອັນດັບທີ 6 ຂອງ box office ຂອງຮູບເງົາທີ່ສ້າງລາຍໄດ້ສູງທີ່ສຸດໃນໂລກ. ເທົ່ານັ້ນຍັງບໍ່ພໍ ຈາກສະຖິຕິດັ່ງກ່າວໄດ້ເຮັດໃຫ້ Zoe Saldana ກາຍເປັນນັກສະແດງຍິງຄົນທຳອິດຂອງໂລກທີ່ໄດ້ສະແດງຮູບເງົາ 4 ເລື່ອງ ທີ່ສ້າງລາຍໄດ້ກວ່າ 2.000 ລ້ານໂດລາ.

ໂດຍຜົນງານທັງ 4 ເລື່ອງຂອງ Zoe Saldana ນັກສະແດງຍິງຊາວອາເມຣິກາໄວ 44 ປີທີ່ສາມາດສ້າງລາຍໄດ້ກວ່າ 2.000 ລ້ານໂດລາມີຄື:

  1. ຮູບເງົາ Avatar 1 ປີ 2009

ເລື່ອງນີ້ເຮັດລາຍໄດ້ທົ່ວໂລກຢູ່ທີ່ 2.923.706.026 ໂດລາ

ໂດຍ Zoe ຮັບບົດເປັນ Neytiri

Zoe Saldana ກາຍເປັນນັກສະແດງຍິງ
  1. ຮູບເງົາ Avengers Infinity War ປີ 2018

ເລື່ອງນີ້ເຮັດລາຍໄດ້ທົ່ວໂລກຢູ່ທີ່ 2.052.415.039 ໂດລາ  

ໂດຍ Zoe ຮັບບົດເປັນ Gamora

Zoe Saldana ກາຍເປັນນັກສະແດງຍິງ
  1. ຮູບເງົາ Avengers: Endgame ປີ 2019

ເລື່ອງນີ້ເຮັດລາຍໄດ້ທົ່ວໂລກຢູ່ທີ່ 2.799.439.100 ໂດລາ  

ໂດຍ Zoe ຮັບບົດເປັນ Gamora

  1. ຮູບເງົາ Avatar: The Way of Water ຫຼື Avatar 2 ປີ 2022

ເລື່ອງນີ້ເຮັດລາຍໄດ້ທົ່ວໂລກຫຼ້າສຸດຢູ່ທີ່ 2.923.706.026 ໂດລາ ແລະ ຍັງຈະນັບຕໍ່ໄປ

ໂດຍ Zoe ຮັບບົດເປັນ Neytiri

Zoe Saldana ກາຍເປັນນັກສະແດງຍິງ

ເອີ້ນໄດ້ວ່າເປັນເລື່ອງທີ່ໜ້າຍິນດີແທ້ໆ ສຳລັບນັກສະແດງຍິງຄົນນີ້ ແລະ ສະຖິຕິຫຼ້າສຸດຍັງບົ່ງບອກເຖິງຄວາມສາມາດໃນການສະແດງທີ່ຢູ່ໃນລະດັບທົ່ວໂລກຍອມຮັບແທ້ໆ ສຳລັບ Zoe Saldana.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/