Motion Pillow ໝອນຜີສິງ ລາຄາ 6 ລ້ານກວ່າກີບ ທີ່ຈະແກ້ບັນຫາການນອນກົນ ດ້ວຍການເໜັງຫົວຂອງເຮົາໃຫ້ ເວລາທີ່ເຮົານອນ

Motion Pillow

ການນອນກົນຖືເປັນເລື່ອງທຳມະດາ ຖ້າຫາກວ່າລະດັບຂອງສຽງກົນນັ້ນຢູ່ໃນລະດັບທີ່ເໝາະສົມ ແຕ່ບາງຄັ້ງສຽງກົນນັ້ນກໍດັງຈົນສ້າງບັນຫາໃຫ້ກັບຄົນນອນກົນເອງ ແລະ ຄົນທີ່ນອນຢູ່ທາງຂ້າງ. ແຕ່ບັນຫາເຫຼົ່ານັ້ນຈະລົດລົງ ເມື່ອທ່ານໃຊ້ Motion Pillow ໝອນຜີສິງ ທີ່ຈະແກ້ບັນຫາການນອນກົນ ດ້ວຍການເໜັງຫົວຂອງເຮົາໃຫ້ ເວລາທີ່ເຮົານອນ.

ໂດຍຜະລິດຕະພັນນີ້ມາຈາກປະເທດເກົາຫຼີ ໂດຍໃນຕົວຂອງໝອນໄດ້ມີການບັນຈຸເຊັນເຊີຮັບສຽງ ແລະ ຖົງລົມໄວ້ທາງໃນ ແລະ ເມື່ອລະບົບກວດຈັບໄດ້ວ່າມີສຽງກົນຖົງລົມບາງຈຸດ ກໍຈະຄ່ອຍໆມີການຂະຫຍາຍຕົວຂຶ້ນ ເພື່ອປັບທິດທາງ ຂອງຫົວເຮົາໃຫ້ໄປຢູ່ໃນຕຳແໜ່ງທີ່ເໝາະສົມ ແລະ ເຊົາກົນໃນທີ່ສຸດ ໂດຍຈະບໍ່ເຮັດໃຫ້ທ່ານຕື່ນມາກາງເດິກ.

Motion Pillow

ເຊິ່ງທາງຜູ້ຜະລິດໃຫ້ຂໍ້ມູນວ່າ ຜູ້ໃຊ້ງານເກີນກວ່າ 93% ມີການກົນລະຫວ່າງທີ່ນອນຫຼັບໜ້ອຍລົງແທ້ ເຊິ່ງການກົນກໍລົດລົງເຖິງ 40% ໃນແຕ່ລະຄົນ. ນອກຈາກນີ້ຜະລິດຕະພັນດັ່ງກ່າວຍັງໄດ້ຮາງວັນ CES Innovation Award ເຊິ່ງເປັນຮາງວັນສໍາລັບການແຂ່ງຂັນການອອກແບບ ແລະ ວິສະວະກໍາທີ່ໂດດເດັ່ນໃນຜະລິດຕະພັນເທັກໂນໂລຢີ ໃຫ້ແກ່ຜູ້ບໍລິໂພກ ຂອງເກົາຫຼີອີກພ້ອມ.

Motion Pillow

ໂດຍໝອນໜ່ວຍນີ້ ມີລາຄາຢູ່ທີ່ປະມານ 380 ໂດລາ ຫຼືປະມານ 6.383.000 ກີບ. ເອີ້ນໄດ້ວ່າສຳລັບຄົນທີ່ບໍ່ຄຸ້ນເຄີຍ ແລະ ບໍ່ຮູ້ມາກ່ອນ ແລ້ວມາລອງໃຊ້ໝອນນີ້ ອາດຈະຮູ້ສຶກແປກໆ ແລະ ໜ້າຕົກໃຈໜ້ອຍໜຶ່ງ ເມື່ອນອນຢູ່ດີໆ ແລ້ວໝອນມັນເໜັງເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/