You & Me ເດບິວອັນດັບ 1 Charts Billboard Global Excl. U.S. ໄດ້ສຳເລັດ


ເປັນອີກໜຶ່ງຄວາມສຳເລັດອີກບາດກ້າວຂອງ Jennie ສະມາຊິກ BLACKPINK ທີ່ສາມາດພາເພງ You & Me ຂຶ້ນອັນດັບ 1 ໄດ້ໃນ Global Excl. U.S. ໄດ້ສຳເລັດໃນໄລຍະເວລາພຽງໜຶ່ງອາທິດ ຖືວ່າເປັນອີກໜຶ່ງຄວາມສຳເລັດເລີຍກໍວ່າໄດ້.

Global Excl. U.S. ຂອງ Billboard ເປັນການຈັດອັນດັບໂດຍການນັບຄະແນນຈາກຍອດຂາຍ ແລະ ຍອດສະຕຣີມມິ່ງໃນ 200 ພື້ນທີ່ທົ່ວໂລກໂດຍບໍ່ນັບຜົນຄະແນນຈາກສະຫະລັດອາເມຣິກາ ພ້ອມກັນນັ້ນເພງ You & Me ຂອງ Jennie BLACKPINK ກໍສາມາດຂຶ້ນ TOP Charts ດ້ວຍຍອດສະຕຣີມທັງໝົດ 60 ລ້ານຄັ້ງ ໃນລະຫວ່າງວັນທີ 6-12 ຕຸລາ 2023 ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/