Xenobots ຫຸ່ນຍົນມີຊີວິດ ທີ່ສ້າງມາຈາກເຊວຂອງກົບ ຊ່ວຍຮັກສາມະນຸດ ແລະ ສິ່ງແວດລ້ອມໃນອະນາຄົດ


ນັກວິທະຍາສາດ ໄດ້ສ້າງຫຸ່ນຍົນທີ່ມີຊື່ວ່າ Xenobots ເຊິ່ງພິເສດກວ່າຫຸ່ນຍົນກົນຈັກທົ່ວໄປ ເພາະວ່າຫຸ່ນຍົນນີ້ເປັນຫຸ່ນຍົນທີ່ມີຊີວິດ!! ມີຄວາມຊົງຈຳ ແລະ ສາມາດຮັກສາຕົວເອງໄດ້ເປັນຄັ້ງທຳອິດຂອງໂລກ ໂດຍໃຊ້ເຊວຂອງກົບແອຟຣິກັນ African Clawed frogs (Xenopus laevis).

ຫຸ່ນຍົນ Xenobots ມີຂະໜາດນ້ອຍຫຼາຍ ພຽງແຕ່ 1 ມິນລີແມັດເທົ່ານັ້ນ ມັນສາມາດເຂົ້າໄປຢູ່ໃນຮ່າງກາຍຂອງມະນຸດໄດ້ ແລະ ສາມາດຢູ່ລອດໄດ້ເປັນອາທິດ ໂດຍປາສະຈາກອາຫານ ແລະ ສາມາດເຮັດວຽກເປັນກຸ່ມໄດ້.

Joshua Bongard ຈາກມະຫາວິທະຍາໄລ University of Vermont ຜູ້ນຳການວິໄຈໃນຄັ້ງນີ້ໄດ້ກ່າວວ່າ: ພວກມັນເປັນສິ່ງມີຊີວິດແບບໃໝ່ ເປັນເຄື່ອງຈັກທີ່ມີຊີວິດ ບໍ່ໄດ້ເປັນພຽງແຕ່ຫຸ່ນຍົນປົກກະຕິ ຫຼື ສາຍພັນສັດໃດໆໃນໂລກນີ້ທີ່ເຮົາເຄີຍຮູ້ຈັກ ມັນເປັນສິ່ງທີ່ມີຊີວິດຂັ້ນໃໝ່ ທີ່ສາມາດໂປຣແກຣມໄດ້.

ນັກວິໄຈໄດ້ນຳເອົາເຊວທີ່ຫາກໍເກີດຈາກຕົວອ່ອນຂອງກົບ ທີ່ຍັງບໍ່ມີໜ້າທີ່ຈຳເພາະໃດໆ ມີຄວາມສາມາດທີ່ຈະພັດທະນາໃຫ້ກາຍເປັນເຊວຫຼາຍປະເພດ ຫຼັງຈາກນັ້ນປ່ອຍໃຫ້ມັນຟັກຕົວ ແລະ ໄດ້ແບ່ງເຊວສ້າງເປັນຮູບຮ່າງຂອງຮ່າງກາຍໂດຍສະເພາະ ທີ່ອອກແບບໂດຍຊຸບເປີ້ຄອມພິວເຕີທີ່ມີປະສິດທິພາບສູງ, ຫຼັງຈາກນັ້ນ ເຊວຜິວໜັງຂອງມັນກໍຈະເຊື່ອມກັນເປັນໂຄງສ້າງ, ເຊວກ້າມເນື້ອຫົວໃຈຈະເຮັດໃຫ້ຫຸ່ນຍົນນີ້ເຄື່ອນໄຫວດ້ວຍຕົວຂອງມັນເອງ. ເມື່ອນັກວິທະຍາສາດທົດລອງຕັດຕົວຂອງມັນອອກສ່ວນໜຶ່ງ ພົບວ່າມັນສາດຮັກສາຕົວເອງໄດ້ ແລະ ເຄື່ອນໄຫວຕໍ່.

ລັກສະນະພາຍນອກຂອງມັນ ຄ້າຍຄືກັບເມັດນ້ຳສີບົວ, ສ່ວນຄຸນສົມບັດຂອງມັນແມ່ນສາມາດເຮັດໄດ້ຫຼາກຫຼາຍເຊັ່ນ: ສາມາດຊ່ວຍກຳຈັດຂີ້ເຫຍື້ອກຳມັນຕະພາບລັງສີ​, ເກັບໄມໂຄຣພລາສຕິກໃນທະເລ, ນຳເອົາຢາເຂົ້າໄປໃນຕົວຂອງມະນຸດ,​ ສາມາດເຂົ້າໄປໃນຫຼອດເລືອດເພື່ອກຳຈັດໄຂມັນ ແລະ ສາມາດຊ່ວຍຊີວິດມະນຸດໄດ້.

ຫຸ່ນຍົນ Xenobots ຍັງສາມາດຊ່ວຍນັກວິໄຈຮຽນຮູ້ກ່ຽວກັບເຊວຊີວະພາບເພີ່ມຕື່ມ ນຳໄປສູ່ການພັດທະນາວົງການວິທະຍາສາດການແພດ ສຸຂະພາບ ແລະ ຄວາມກ້າວໜ້າຂອງມະນຸດຊາດ.

ຂອບໃຈຂໍ້ມູນຈາກ:
https://youtu.be/aQRBCCjaYGE
https://bit.ly/2QqWzGm
https://cnn.it/3tmJ4WO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/