WHO ອະນຸມັດໃຫ້ໃຊ້ວັກຊີນສຳລັບມາລາເລຍ ຕົວທຳອິດຂອງໂລກ


ທຸກໆ ປີ ໂຣກມາລາເລຍໄດ້ຂ້າໄປແລ້ວກວ່າ 500,000 ຄົນ ເຊິ່ງສ່ວນໃຫຍ່ກໍແມ່ນເດັກນ້ອຍ. ມັນເປັນໂຣກທີ່ອັນຕະລາຍ ແລະ ຢູ່ກັບຄົນເຮົາມາດົນນານ. ເຖິງແມ່ນວ່າຈະມີເທັກໂນໂລຢີທີ່ພັດທະນາຂຶ້ນມາເລື້ອຍໆ, ມະນຸດເຮົາກໍບໍ່ສາມາດກຳຈັດມັນໄປໃຫ້ໝົດກ້ຽງໄດ້. ແຕ່ໃນປັດຈຸບັນ,​ ຈາກການຄົ້ນຄວ້າວິໄຈ ແລະ ພັດທະນາມາຫຼາຍທົດສະວັດຂອງນັກວິທະຍາສາດ. ໃນທີ່ສຸດແລ້ວ, ກໍໄດ້ຜະລິດວັກຊີນທີ່ມີປະສິດທິພາບອອກມາເພື່ອປ້ອງກັນໂຣກມາລາເລຍສຳລັບເດັກນ້ອຍ ແລະ ກໍໄດ້ເປັນວັກຊີນມາລາເລຍຕົວທຳອິດທີ່ອົງການອະນາໄມໂລກ (WHO) ອະນຸມັດຮຽບຮ້ອຍແລ້ວ.

ທາງອົງການອະນາໄມໂລກເອງນັ້ນໄດ້ແນະນຳການໃຊ້ງານຂອງວັກຊີນ RTS,S/AS01 (RTS,S) ຫຼື Mosquirix ກໍຄືວັກຊີນສຳລັບມາລາເລຍແກ່ເດັກນ້ອຍໃນ ຊັບຊາຮາຣາທີ່ຢູ່ໃນທະວີບອາຟຣິກາ ແລະ ເຂດອື່ນໆ ທີ່ມີຈຳນວນການຕິດໂຣກດັ່ງກ່າວຈາກປານກາງເຖິງສູງ. ມາລາເລຍເປັນໂຣກຫຼັກທີ່ສົ່ງຜົນໃຫ້ເດັກນັ້ນຈັບໄຂ້ ແລະ ເສຍຊີວິດໃນຊັບຊາຮາຣາ ໂດຍມີຈຳນວນສູງເຖິງ 260,000 ຄົນໃນກຸ່ມອາຍຸບໍ່ຮອດ 5 ປີ ນັບວ່າກາຍເຄິ່ງໜຶ່ງຂອງຈຳນວນປະຊາກອນທີ່ເສຍຊີວິດທົ່ວໂລກຈາກມາລາເລຍຕໍ່ປີ.

ໂຣກມາລາເລຍແມ່ນເກີດຈາກຍຸງທີ່ເປັນພາຫະນຳເຊື້ອມາສູ່ຄົນ, ມັນຈະເຮັດໃຫ້ມີໄຂ້ ແລະ ຮູ້ສຶກໜາວ ຫຼືໃນກໍລະນີຮ້າຍແຮງສົ່ງຜົນໃຫ້ເກີດເລືອດຈາງ, ລົມບ້າໝູ ແລະ ບັນຫາທາງເດີນຫາຍໃຈ. ຖ້າໄດ້ຮັບການຮັກສາທີ່ຖືກຕ້ອງກໍຈະຫຼຸດຜ່ອນອັດຕາການຕາຍໄດ້ສູງ. ເຖິງຢ່າງໃດກໍຕາມ, ຈຳນວນຜູ້ເສຍຊີວິດຈາກໂຣກມາລາເລຍຕໍ່ປີກໍຍັງສູງເຖິງເຄິ່ງລ້ານຄົນເຊິ່ງບໍ່ແມ່ນຈຳນວນໜ້ອຍເລີຍ.

ຕົວວັກຊີນ RTS,S ເປັນຜົນລັບຈາກການຄົ້ນຄວ້າວິໄຈ ແລະ ພັດທະນາກວ່າ 30 ປີ, ໂດຍມີທີມພັດທະນາແມ່ນ GSK ຈັບມືກັບອົງການ PATH ພ້ອມການສະໜັບສະໜູນຈາກສູນການວິໄຈອາຟຣິກາ. ຕົວວັກຊີນນັ້ນເອີ້ນໄດ້ວ່າເປັນການພັດທະນາອີກບາດກ້າວຂອງວັກຊີນ ເພື່ອກຳຈັດປໍລະສິດ ເຊິ່ງໂຣກຈາກປໍລະສິດມັນຊັບຊ້ອນກວ່າໄວຣັສ ແລະ ແບັກທີເຣຍຫຼາຍ ດ້ວຍເຫດນີ້, ການຜະລິດວັກຊີນເພື່ອໂຣກມາລາເລຍຈຶ່ງກິນເວລາດົນເປັນສະຕະວັດ.

ຜ່ານການທົດສອບລະດັບເບື້ອງຕົ້ນໄປແລ້ວ, ເຫັນວ່າມັນໄດ້ຫຼຸດຜ່ອນອັດຕາການເສຍຊີວິດຂອງເດັກນ້ອຍ 50% ນັບວ່າເປັນຈຳນວນທີ່ໜ້ອຍເມື່ອທຽບກັບວັກຊີນສຳລັບເດັກຕົວອື່ນໆ ຢ່າງວັກຊີນຝີດາດທີ່ມີປະສິດທິພາບສູງເຖິງ 85% ບໍ່ພຽງເທົ່ານັ້ນ, ປະສິດທິພາບຂອງຕົວວັກຊີນກໍຕົກລົງເກືອບຮອດ 0 ໃນປີທີ 4. ເຖິງຢ່າງໃດກໍຕາມ, ການຫຼຸດຜ່ອນອັດຕາການເສຍຊີວິດຈາກໂຣກມາລາເລຍກໍເປັນສິ່ງຈຳເປັນ. ພວກເຂົາໄດ້ທົດລອງໂດຍການຈັດຕາຕະລາງການສັກເປັນ 4 ເຂັມ. ໃຫ້ສັກ 3 ເຂັມທຳອິດໂດຍເວັ້ນໄລຍະຫ່າງກັນ 1 ເດືອນ ຈາກນັ້ນເຂັມທີ 4 ແມ່ນສັກໃນປີຕໍ່ມາ. ຈາກນັ້ນກວດເບິ່ງປະສິດທິພາບຂອງເຂັມເສີມ. ປັດຈຸບັນໄດ້ມີການສັກວັກຊີນມາລາເລຍກວ່າ 2 ລ້ານເຂັມໃນການທົດລອງເບື້ອງຕົ້ນ, ພົບວ່າມີຜົນຂ້າງຄຽງເກີດຂຶ້ນໜ້ອຍຫຼາຍ ເຊິ່ງມັນສະແດງໃຫ້ເຫັນວ່າຕົວວັກຊີນນັ້ນປອດໄພຕໍ່ເດັກ.

ໃນທີ່ສຸດ ຫຼັງຈາກຜ່ານການຄົ້ນຄວ້າມາຫຼາຍທົດສະວັດ, ນັກວິໄຈກໍສາມາດຜະລິດວັກຊີນປ້ອງກັນໂຣກຮ້າຍແຮງຢ່າງມາລາເລຍໄດ້. ໃນອະນາຄົດພວກເຂົາຍັງໄດ້ຄາດຄະເນວ່າມັນຈະຊ່ວຍເຫຼືອຊີວິດຂອງເດັກອີກຫຼາຍໝື່ນຄົນ ແລະ ຈະສູງເພີ່ມຂຶ້ນໄປອີກເລື້ອຍໆ. ການອະນຸມັດຂອງອົງການອະນາໄມໂລກນັ້ນບໍ່ໄດ້ຕ້ອງການໃຫ້ທົ່ວໂລກນຳໃຊ້ວັກຊີນປ້ອງກັນມາລາເລຍຈົນໝົດ ແຕ່ເປັນການໃຫ້ຄຳແນະນຳ ເພື່ອໃຫ້ປະເທດຕ່າງໆ ໄດ້ຕັດສິນໃຈວ່າຈະນຳເຂົ້າວັກຊີນດັ່ງກ່າວມາໃຊ້ເປັນສ່ວນໜຶ່ງໃນການຄວບຄຸມມາລາເລຍໃນປະເທດຕົນເອງຫຼືບໍ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/