WHO ປະກາດ ໂຣກຝີດາດລີງລະບາດແລ້ວໃນ 15 ປະເທດ ແລະ ຄາດວ່າຈະພົບຜູ້ຕິດເຊື້ອເພີ່ມອີກໃນຫຼາຍໆປະເທດ


ເມື່ອຫຼາຍມື້ມານີ້ ອົງການອະນາໄມໂລກ (WHO) ໄດ້ອອກມາປະກາດເຖິງການລະບາດຂອງ ໂຣກຝີດາດລີງ ຫຼື Monkeypox ທີ່ມັນໄດ້ແຜ່ລາມໄປໃນບັນດາປະເທດໃນທະວີບຢູໂຣບ ແລະ ທະວີບອາເມຣິກາ.

ແລະຫຼ້າສຸດນີ້ WHO ກໍໄດ້ເປີດເຜີຍຄວາມຄືບໜ້າສະຖານະການການແຜ່ລະບາດຂອງໂຣກຝີດາດລີງ ໂດຍພົບວ່າການລະບາດໃນຄັ້ງນີ້ແມ່ນກໍາລັງຄ່ອຍໆ ປາກົດຂຶ້ນ ແລະ ຄາດວ່າຈະພົບຜູ້ປ່ວຍໂຣກນີ້ເພີ່ມຫຼາຍຂຶ້ນ ຈາກການຂະຫຍາຍການກວດສອບແລະການເຝົ້າລະວັງໃນຫຼາຍປະເທດທີ່ຍັງບໍ່ມີການລະບາດ.

ມາຮອດຕອນນີ້ ມີລາຍງານພົບຜູ້ຕິດເຊື້ອແລ້ວຫຼາຍກວ່າ 100 ຄົນ ໃນຈຳນວນ 15 ປະເທດ ທີ່ຢູ່ໃນຢູໂຣບ, ສະຫະລັດອາເມຣິກາ, ແຄນາດາ ແລະ ອອສເຕຣເລຍ. ທັງນີ້ ອິດສະຣາເອລ, ສະວິດເຊີແລນ ແລະ ອອສເຕຣຍ ເປັນ 3 ປະເທດຫຼ້າສຸດທີ່ມີລາຍງານການຢືນຢັນການລະບາດ ເຊິ່ງໃນອິດສະຣາເອລ ແລະ ສະວິດເຊີແລນ ແມ່ນພົບຜູ້ຕິດເຊື້ອ 1 ຄົນ ຫຼັງຈາກເດີນທາງໄປຕ່າງປະເທດເມື່ອບໍ່ດົນມານີ້.

WHO ລະບຸວ່າ ຈາກຂໍ້ມູນທີ່ມີຢູ່ສະແດງໃຫ້ເຫັນວ່າການຕິດຕໍ່ຈາກຄົນສູ່ຄົນນັ້ນເກີດຂຶ້ນໃນກຸ່ມຄົນທີ່ມີການສໍາພັດໃກ້ຊິດກັບຜູ້ຕິດເຊື້ອທີ່ມີອາການ ເຊິ່ງ WHO ກໍາລັງດໍາເນີນການເພື່ອໃຫ້ຂໍ້ແນະນໍາໃນການປ້ອງກັນແກ່ບຸກຄະລາກອນທາງການແພດແລະເຈົ້າໜ້າທີ່ແນວໜ້າທີ່ມີຄວາມສ່ຽງທີ່ຈະຕິດໂຣກນີ້ເຊັ່ນ: ພະນັກງານຮັກສາຄວາມສະອາດ.

ສໍາລັບໂຣກຝີດາດລີງນັ້ນບໍ່ມີທ່າອ່ຽງທີ່ຈະແຜ່ລະບາດຈາກຄົນສູ່ຄົນໄດ້ງ່າຍ ແລະອາການເຈັບປ່ວຍນັ້ນກໍຈະບໍ່ຮຸນແຮງ ເຊິ່ງບຸກຄົນທີ່ຕິດເຊື້ອແມ່ນຈະຫາຍດີຂຶ້ນພາຍໃນໄລຍະ 2 ຫາ 4 ອາທິດໂດຍບໍ່ຕ້ອງໄປປິ່ນປົວທີ່ໂຮງໝໍ ແຕ່ບາງກໍລະນີນັ້ນອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້.

ຢ່າງໃດກໍດີ ທາງດ້ານ ເດວິດ ເຮຍ໌ແມນນ໌ (David Heymann) ນັກລະບາດວິທະຍາຂອງ WHO ເປີດເຜີຍວ່າ ‘ສິ່ງທີ່ເບິ່ງຄືວ່າກໍາລັງເກີດຂຶ້ນໃນຕອນນີ້ ຄືມັນໄດ້ລະບາດສູ່ຄົນໃນຮູບແບບທາງເພດຫຼືທາງອະໄວຍະວະເພດ ແລະ ກໍາລັງແຜ່ລະບາດເຊັ່ນດຽວກັນກັບໂຣກຕິດຕໍ່ທາງເພດສຳພັນ ເຊິ່ງມີການຂະຫຍາຍການລະບາດໄປທົ່ວໂລກ”

ໂດຍທີ່ຜ່ານມາການແຜ່ລະບາດຂອງໄວຣັສຊະນິດນີ້ ແມ່ນພົບເຫັນເລື້ອຍໆ ໃນເຂດພື້ນທີ່ຫ່າງໄກຂອງອາຟຣິກາກາງ ແລະ ອາຟຣິກາຕາເວັນຕົກ ຂະນະທີ່ການລະບາດນັ້ນເກີດຈາກການສໍາຜັດໃກ້ຊິດທາງຮ່າງກາຍ ເຮັດໃຫ້ການຄວບຄຸມແລະປ້ອງກັນການລະບາດສາມາດເຮັດໄດ້ຂ້ອນຂ້າງງ່າຍດ້ວຍມາດຕະການຕ່າງໆ ເຊັ່ນ: ການແຍກຕົນເອງອອກໄປກັກຕົວ ຫຼື ປະຕິບັດຕາມຫຼັກສຸຂະອະນາໄມ.

ທັງນີ້ ເຮົາກໍຕ້ອງມາຈັບຕາເບິ່ງໂຣກນີ້ວ່າມັນຈະແຜ່ລະບາດຮຸນແຮງຄືກັນກັບໂຄວິດ-19 ຫຼື ບໍ່ ສະນັ້ນເຮົາຄວນສຶກສາຮຽນຮູ້ ແລະ ຫາວິທີປ້ອງກັນເອົາໄວ້ຕັ້ງແຕ່ຕົ້ນຈະເປັນການດີສຸດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/