ບໍລິສັດ VinFast ເປັນບໍລິສັດຜະລິດລົດໄຟຟ້າຂອງກຸ່ມ Vingroup ຂອງຫວຽດນາມ ໄດ້ປະກາດການລົງທຶນ 2 ຕື້ໂດລາສະຫະລັດໃນການສ້າງໂຮງງານຜະລິດລົດໄຟຟ້າ ແລະ ແບັດເຕີຣີ ທີ່ມີກຳລັງຜະລິດ 150,000 ຄັນຕໍ່ປີໃນເມືອງ Thoothukudi ພາກໃຕ້ຂອງລັດ Tamil Nadu ປະເທດອິນເດຍ. ເຊິ່ງໂຮງງານດັ່ງກ່າວຈະເລີ່ມລົງມືກໍ່ສ້າງໃນປີນີ້, ໂດຍໄລຍະ 5 ປີ ທຳອິດຈະໃຊ້ເງິນລົງທຶນຈຳນວນ 500 ລ້ານໂດລາ.
ລັດ Tamil Nadu ເປັນຜູ້ສົ່ງອອກເຄື່ອງເອເລັກໂຕຣນິກທີ່ໃຫຍ່ທີ່ສຸດຂອງອິນເດຍ ແລະ ເປັນສູນກາງຂອງອຸດສາຫະກໍາລົດ ເຊິ່ງໄດ້ຖືກຂະໜານນາມວ່າເປັນ ‘Detroit of Asia’ ເນື່ອງຈາກວ່າມັນເປັນຈຸດຍຸດທະສາດທີ່ສໍາຄັນທີ່ຜູ້ຫຼິ້ນລົດໄຟຟ້າຫຼາຍລາຍໄດ້ເຂົ້າມາສ້າງຕັ້ງໂຮງງານຜະລິດ. ລວມທັງຜູ້ຜະລິດສອງລໍ້ຂອງອິນເດຍເຊັ່ນ Ola Electric ແລະ Ather ແລະ BYD ຂອງຈີນ.
VinFast ໄດ້ມີຄວາມມຸ່ງໝັ້ນໃນການເຮັດໃຫ້ໂຄງການ Tamil Nadu ເປັນສູນກາງການຜະລິດ VinFast ລະດັບ First Class ໃນອາຊີ. ໂດຍມີກຳລັງການຜະລິດເຖິງ 150,000 ຄັນຕໍ່ປີ, ເມື່ອທຽບໃສ່ກັບໂຮງງານຫຼັກຢູ່ຫວຽດນາມທີ່ສາມາດຜະລິດໄດ້ 250,000 ຄັນຕໍ່ປີ. ທັງນີີ້ VinFast ຍັງໄດ້ກຽມທີ່ຈະສ້າງເຄືອຂ່າຍຕົວແທນຈຳໜ່າຍທົ່ວປະເທດ ເພື່ອຮອງຮັບການຈໍາໜ່າຍ ແລະ ໃຫ້ບໍລິການຢ່າງຕໍ່ເນື່ອງໃນປະເທດອິນເດຍອີກດ້ວຍ.
ໃນປີທີ່ຜ່ານມາ, VinFast ໄດ້ເລີ່ມຂະຫຍາຍໂຮງງານການຜະລິດ ແລະ ເລັ່ງການຂະຫຍາຍອອກສູ່ຕະຫຼາດ EV ສາກົນ, ໂດຍມີເປົ້າໝາຍໃນການເປັນຜູ້ຜະລິດ EV ທີ່ໃຫຍ່ທີ່ສຸດອັນດັບ 3 ຂອງໂລກ. ເຊິ່ງໃນປັດຈຸບັນແມ່ນກຳລັງຢູ່ໃນລະຫວ່າງການສ້າງໂຮງງານຜະລິດຍົນໄຟຟ້າໃນ North carolina ແລະ ອີກແຫ່ງໜຶ່ງໃນອິນໂດເນເຊຍ
ໃນໄຕມາດສຸດທ້າຍຂອງປີ 2023, VinFast ໄດ້ປະກາດແຜນການໃນການຂະຫຍາຍທຸລະກິດໄປທົ່ວສະຫະລັດ. ໂດຍປັດຈຸບັນ, ມີຜູ້ສະໝັກເຂົ້າເປັນຕົວແທນຈຳໜ່າຍແລ້ວ 70 ກວ່າລາຍ, ພ້ອມກັບຕັ້ງເປົ້າໝາຍທີ່ຈະສ້າງເຄືອຂ່າຍຕົວແທນຈຳໜ່າຍໃນອີກ 50 ປະເທດພາຍໃນທ້າຍປີ 2024.
VinFast ໄດ້ສົ່ງມອບລົດໄຟຟ້າ 10.027 ຄັນໃນໄຕມາດ 3 ປີ 2023, ເພີ່ມຂຶ້ນປະມານ 5.2% ຈາກໄຕມາດທີສອງ, ເຊິ່ງມີຍອດຂາຍທີ່ໂດດເດັ່ນໃນແຄນາດາ.
ພາຍຫຼັງຈາການກພາບໍລິສັດເຂົ້າສູ່ Nasdaq ເປັນທີ່ຮຽບຮ້ອຍແລ້ວ, VinFast ກໍໄດ້ດຳເນີນການປັບປຸງຄະນະກຳມະການຂອງບໍລິສັດຕົນເອງ, ໂດຍຫຼ້າສຸດທ່ານ Pham Nhat Vuong ຜູ້ກໍ່ຕັ້ງ ແລະ ປະທານບໍລິສັດແມ່ VinGroup ໄດ້ກາຍເປັນ CEO ຂອງ VinFast Auto Ltd., ແທນ Le Thi Thu Thuy ຫຼື Madame Thuy ທີ່ຈະມາຮັບຕໍາແໜ່ງປະທານ. ນອກນີ້ຍັງໄດ້ແຕ່ງຕັ້ງ Nguyen Thi Lan Anh ເປັນ CFO ຄົນໃໝ່ ແທນທ່ານ David Mansfield.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/