UN ເຜີຍ ປະຊາກອນໂລກເຮົາມີຈໍານວນສູງເກີນ 8 ພັນລ້ານຄົນແລ້ວ ແລະ ສົ່ງຜົນໃຫ້ເກີດຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງມະນຸດ


ເມື່ອວັນທີ 15 ພະຈິກ 2022 ອົງການສະຫະປະຊາຊາດ ຫຼື UN ໄດ້ອອກມາລະບຸວ່າ ຈໍານວນປະຊາກອນໃນໂລກເຮົາສູງເກີນ 8 ພັນລ້ານຄົນແລ້ວ ເຊິ່ງນັ້ນເຮັດໃຫ້ປະຊາກອນໃນຫຼາຍພາກພື້ນເລີ່ມປະສົບກັບພາວະຂາດແຄນຊັບພະຍາກອນ ເນື່ອງຈາກການປ່ຽນແປງຂອງສະພາບພູມອາກາດ ພ້ອມນັ້ນ UN ຍັງຄາດອີກວ່າປະຊາກອນໂລກຈະເພີ່ມຂຶ້ນອີກ 2,4 ພັນລ້ານຄົນພາຍໃນປີ 2080.

UN ຍັງລະບຸອີກວ່າການທີ່ຈໍານວນປະຊາກອນໂລກສູງເກີນ 8 ພັນລ້ານຄົນໃນປັດຈຸບັນ ແມ່ນສະທ້ອນໃຫ້ເຫັນເຖິງຄວາມກ້າວໜ້າຂອງມະນຸດ ທີ່ສາມາດເພີ່ມຈໍານວນປະຊາກອນ 1 ພັນລ້ານຄົນໄດ້ພາຍໃນໄລຍະ 11 ປີທີ່ຜ່ານມາ ແຕ່ເຖິງຢ່າງນັ້ນສິ່ງນີ້ກໍຍັງເປັນສັນຍານເຕືອນທີ່ບົ່ງຊີ້ເຖິງລະດັບຄວາມສ່ຽງທີ່ກ່ຽວພັນກັບຄວາມໝັ້ນຄົງຂອງມະນຸດໃນດ້ານຕ່າງໆ ໃນອະນາຄົດທີ່ເພີ່ມສູງຂຶ້ນຕາມໄປນຳ.

ໂດຍປະເທດທີ່ມີລາຍໄດ້ປານກາງສ່ວນຫຼາຍແມ່ນຢູ່ໃນທະວີບເອເຊຍ ມີປະຊາກອນເພີ່ມຂຶ້ນປະມານ 700 ລ້ານຄົນນັບຕັ້ງແຕ່ປີ 2011 ທີ່ຜ່ານມາ ສະເພາະອິນເດຍປະເທດດຽວມີປະຊາກອນເພີ່ມຂຶ້ນເຖິງ 180 ລ້ານຄົນ ແລະ ແຊງໜ້າຈີນຂຶ້ນເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກໃນປີ 2023 ທີ່ຈະມາຮອດນີ້.

ພ້ອມນັ້ນ UN ຍັງໄດ້ຕັ້ງຂໍ້ສົງໄສວ່າເຖິງຈໍານວນປະຊາກອນໂລກຈະເພີ່ມສູງຂຶ້ນຈົນກາຍເປັນສະຖິຕິໃໝ່ ແຕ່ອັດຕາການເຕີບໂຕຂອງຈໍານວນປະຊາກອນໂລກຈະຄ່ອຍໆລົດລົງຢ່າງໜ້ອຍ 1% ຕໍ່ປີ ເຊິ່ງອາດໃຊ້ເວລາອີກ 15 ປີຕໍ່ຈາກນີ້ປະຊາກອນໂລກຈຶ່ງຈະຮອດ 9 ພັນລ້ານຄົນ ແລະປະຊາກອນໂລກຈະເພີ່ມຂຶ້ນຮອດ 1 ໝື່ນລ້ານຄົນພາຍໃນປີ 2080 ແລະຈະຢູ່ໃນລະດັບນີ້ຕໍ່ໄປຈົນຮອດປີ 2100.

ເມື່ອຈຳນວນປະຊາກອນເພີ່ມສູງຂຶ້ນ ຂະໜາດເມືອງກໍຂະຫຍາຍຂຶ້ນ ຈົນອາດໄປເຖິງພື້ນທີ່ບໍລິເວນໃກ້ຄຽງຊາຍຝັ່ງ ໃນຂະນະດຽວກັນພາວະໂລກຮ້ອນແລະການປ່ຽນແປງສະພາບພູມອາກາດກໍເຮັດໃຫ້ລະດັບນ້ຳທະເລສູງຂຶ້ນ ຈົນມັນໄປກັດເຊາະຊາຍຝັ່ງໃນອັດຕາເລັ່ງທີ່ເພີ່ມຂຶ້ນ ດ້ວຍເຫດນີ້ທັງການເພີ່ມຂຶ້ນຂອງຈໍານວນປະຊາກອນແລະວິກິດດ້ານສິ່ງແວດລ້ອມ ອາດຈະສົ່ງຜົນໃຫ້ເກີດວິກິດຜູ້ອົບພະຍົບຍ້າຍຖິ່ນຖານແລະຄວາມຂັດແຍ້ງອື່ນໆ ທີ່ຮຸນແຮງຂຶ້ນຕາມມາ.

ທັງນີ້ແຮງກົດດັນຈາກບັນຫາຂາດແຄນຊັບພະຍາກອນເກີດຂຶ້ນເປັນວົງກວ້າງ ໂດຍສະເພາະປະເທດໃນທະວີບອາຟຣິກາທີ່ຈໍານວນປະຊາກອນມີທ່າອ່ຽງເພີ່ມສູງຂຶ້ນອີກຫຼາຍໃນອະນາຄົດ ພ້ອມຍັງເປັນປະເທດກຸ່ມຕົ້ນໆ ທີ່ຈະໄດ້ຮັບຜົນກະທົບຈາກການປ່ຽນແປງຂອງສະພາບພູມອາກາດໂລກແລະຍັງຕ້ອງການເງິນສະໜັບສະໜູນ ເພື່ອຮັບມືກັບວິກິດນີ້ໃຫ້ໄດ້ຫຼາຍທີ່ສຸດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/