ບັນຫາໂລກຮ້ອນ ຍັງເປັນອີກໜຶ່ງບັນຫາທີ່ມະນຸດເຮົາຍັງແກ້ໄຂບໍ່ຕົກ ແລະ ບັນຫານີ້ມີທ່າອ່ຽງຈະເພີ່ມຄວາມຮຸນແຮງຂຶ້ນເລື້ອຍໆ. ຫຼ້າສຸດ ທ່ານ ອັນໂຕນິໂອ ກູຕາເຣສ (Antonio Guterres) ເລຂາທິການໃຫຍ່ອົງການສະຫະປະຊາຊາດ (UN) ໄດ້ອອກແຈ້ງເຕືອນເຖິງໄພຂົ່ມຂູ່ຂອງລະດັບນໍ້າທະເລທີ່ສູງຂຶ້ນ ໂດຍມັນສົ່ງຜົນກະທົບຕໍ່ປະຊາຊົນຫຼາຍຮ້ອຍລ້ານຄົນທີ່ອາໄສຢູ່ໃນເຂດແຄມຝັ່ງທະເລ ແລະ ປະເທດທີ່ເປັນເກາະນ້ອຍໆ. ຫຼັງຈາກຂໍ້ມູນຊຸດໃໝ່ຊີ້ໃຫ້ເຫັນວ່າລະດັບນ້ຳທະເລໃນປັດຈຸບັນໄດ້ເພີ່ມຂຶ້ນຢ່າງໄວວານັບແຕ່ປີ 1900 ເປັນຕົ້ນມາ.
ທ່ານ ກູຕາເຣສ ໄດ້ກ່າວໃນກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ (UNSC) ກ່ຽວກັບຜົນກະທົບຂອງລະດັບນໍ້າທະເລທີ່ສູງຂຶ້ນຕໍ່ສັນຕິພາບ ແລະ ຄວາມປອດໄພສາກົນທີ່ປະເທດຕ່າງໆເຊັ່ນ: ບັງກະລາເທດ, ຈີນ, ອິນເດຍ ແລະ ເນເທີແລນໃນເວລານີ້ກໍາລັງຖືກຂົ່ມຂູ່, ເຊັ່ນດຽວກັບບັນດາເມືອງໃຫຍ່ໆເຊັ່ນ: ນະຄອນຫຼວງ ບົວໂນສໄອເຣສ, ຈາກາຕາ, ລາໂກສ, ລອນດອນ, ລອສແອງເຈີລິສ, ມຸມໄບ, ມາປູໂຕ, ນິວຢອກ ແລະ ຊຽງໄຮ້ ກໍກໍາລັງປະເຊີນໜ້າກັບຄວາມທ້າທາຍເຊັ່ນກັນ.

ທ່ານ ເລຂາທິການໃຫຍ່ອົງການສະຫະປະຊາຊາດຍັງໄດ້ກ່າວອີກວ່າ ການປ່ຽນແປງຂອງດິນຟ້າອາກາດສົ່ງຜົນໃຫ້ໂລກຮ້ອນຍິ່ງຂຶ້ນ ນ້ຳກ້ອນ ແລະ ແຜ່ນນ້ຳແຂງລະລາຍລົງຢ່າງໄວວາ. ຂໍ້ມູນຈາກອົງການ NASA ເປີດເຜີຍວ່ານ້ຳແຂງຂອງ ແອນຕາກຕິກາ ລະລາຍ ປະມານ 1,5 ແສນລ້ານໂຕນ ຕໍ່ປີໂດຍສະເລ່ຍ. ໃນຂະນະດຽວກັນ ນ້ຳແຂງໃນເກາະກຣີນແລນ ກໍກໍາລັງລະລາຍຢ່າງວ່ອງໄວເຖິງປະມານ 2,7 ແສນລ້ານໂຕນ ຕໍ່ປີ.

ນອກຈາກນີ້ ທ່ານ ກູຕາເລສ ຍັງກ່າວຕື່ມວ່າອຸນຫະພູມທະເລໃນປັດຈຸບັນໄດ້ມີຄວາມຮ້ອນຫຼາຍຂຶ້ນຢ່າງໄວວາ ໃນໄລຍະທີ່ຜ່ານມາ, ຫຼາຍກວ່າເວລາໃດໆໃນຮອບ 11,000 ປີ ແລະ ອຸນຫະພູມສະເລ່ຍຂອງໂລກແມ່ນເກີນຂອບເຂດຂີດຈຳກັດຄວາມຮ້ອນ, ເຊິ່ງຢູ່ທີ່ປະມານ 1,5 ອົງສາ ເມື່ອທຽບໃສ່ໄລຍະການປະຕິວັດອຸດສາຫະກໍາ. ແຕ່ປັດຈຸບັນມີທ່າອ່ຽງວ່າມັນອາດຈະຖີບຕົວສູງຂຶ້ນເຖິງ 2,8 ອົງສາ. ຖ້າເປັນແບບນັ້ນ, ມັນອາດຈະບໍ່ແຕກຕ່າງຈາກໂທດປະຫານຊີວິດສໍາລັບຄົນໃນປະເທດທີ່ມີຄວາມສ່ຽງ ນີ້ອາດເຮັດໃຫ້ເກີດການຍົກຍ້າຍຢ່າງໃຫຍ່ຫຼວງຂອງປະຊາກອນໂລກ.

ພ້ອມນີ້ ທ່ານ ກູຕາເລສ ຍັງເນັ້ນອີກວ່າ ວິກິດການດ້ານດິນຟ້າອາກາດຕ້ອງໄດ້ຮັບການແກ້ໄຂໃນສາເຫດຕົ້ນຕໍຄືການລົດຜ່ອນການປ່ອຍອາຍແກ໊ສເຮືອນແກ້ວ, ຈໍາກັດຂອບເຂດຂອງຄວາມຮ້ອນຂອງໂລກ ແລະ ການພັດທະນາລະບົບເຕືອນໄພທໍາມະຊາດລ່ວງໜ້າ, ຊຸກຍູ້ໃຫ້ມີກົດໝາຍ ແລະ ຫຼັກການສິດທິມະນຸດ. ເພື່ອຮອງຮັບການຍົກຍ້າຍປະຊາຊົນ ລວມທັງການສູນເສຍທີ່ດິນ ແລະ ບ່ອນຢູ່ອາໄສໃນອະນາຄົດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/