ຂະຫຍາຍອຳນາດ! BRICS ກຽມພິຈາລະນາເພີ່ມສະມາຊິກ ຫຼັງ ອີຣ່ານ ແລະ ຊາອຸດີອາຣະເບຍ ຂໍເຂົ້າຮ່ວມ

ຂະຫຍາຍອຳນາດ! BRICS

BRICS ກຸ່ມປະເທດທີ່ມີການພັດທະນາເສດຖະກິດຢ່າງໄວວາ ເຊິ່ງລວມມີ ບຣາຊິວ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້ ກຳລັງພິຈາລະນາ ເພື່ອຮັບສະມາຊິກໃໝ່ທີ່ຈະເຂົ້າຮ່ວມກຸ່ມ. ຫຼັງ​ຈາກ​ຫຼາຍ​ປະ​ເທດ​ເຊັ່ນ ອີຣ່ານ ​ແລະ ຊາ​ອຸ​ດີອາ​ຣະ​ເບຍ ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ ​ແລະ ຮຽກຮ້ອງ​ຢ່າງ​ເປັນ​ທາງ​ການໃນການ​ເຂົ້າ​ຮ່ວມ BRICS.

ໂດຍການເຄື່ອນໄຫວຄັ້ງນີ້ ມີຂຶ້ນຫຼັງຈີນ​ສະ​ເໜີ​ຂະ​ຫຍາຍ​ການ​ເປັນ​ສະ​ມາ​ຊິກ​ຂອງ BRICS ໃນ​ປີ​ກາຍ​ນີ້​ໃນ​ລະ​ຫວ່າງ​ການ​ເປັນ​ປະ​ທານ​ຂອງ​ຈີນ ເຊິ່ງໄດ້​ສ້າງ​ຄວາມ​ກັງວົນໃຫ້ກັບກຸ່ມປະເທດອື່ນໆ ວ່າອິດທິພົນຂອງພວກເຂົາອາດຈະໜ້ອຍລົງ ໂດຍ​ສະ​ເພາະ​ຖ້າ​ຫາກ​ວ່າ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ຂອງ​ຈີນ​ໄດ້​ຮັບ​ການ​ຍອມຮັບໃຫ້ເຂົ້າກຸ່ມ.

ເຊິ່ງຫຼາຍຄົນເບິ່ງວ່າການຂະຫຍາຍຈໍານວນສະມາຊິກຂອງ BRICS ຈາກ 5 ປະເທດທີ່ມີຢູ່ແລ້ວ ຈະເປັນຜົນດີຕໍ່ຈີນ ເຊິ່ງເປັນປະເທດເສດຖະກິດໃຫຍ່ອັນດັບສອງຂອງໂລກ. ຈີນໄດ້ພະຍາຍາມສ້າງສາຍພົວພັນທາງການທູດກັບປະເທດອື່ນໆ ເພື່ອປະເຊີນກັບອິດທິພົນຂອງສະຫະລັດ ທີ່​ຄອບ​ງຳ​ບັນ​ດາ​ອົງ​ການ​ໃຫຍ່ໆ​ຂອງ​ໂລກ​ເຊັ່ນ: ສະ​ຫະ​ປະ​ຊາ​ຊາດ (UN), ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF), ທະ​ນາ​ຄານ​ໂລກ (World Bank) ແລະ​ ສະ​ຖາ​ບັນ​ອື່ນໆ.

ຂະຫຍາຍອຳນາດ! BRICS

ເອກອັກຄະລັດຖະທູດອາຟຣິກາໃຕ້ Anil Suklal ໃນຖານະເປັນຕົວແທນຂອງກຸ່ມ BRICS ລະບຸວ່າ ຂໍ້​ສະ​ເໜີ​ເພື່ອ​ຂະ​ຫຍາຍ​ການ​ເປັນ​ສະ​ມາ​ຊິກ​ຂອງ BRICS ແມ່ນ​ໜຶ່ງ​ໃນ​ເປົ້າ​ໝາຍ​ຕົ້ນ​ຕໍ​ທີ່​ໄດ້​ປຶກ​ສາ​ຫາ​ລື​ຢູ່​ພາຍ​ໃນ​ກຸ່ມ​ໃນ​ປີ​ນີ້. ມາ​ຮອດ​ປັດຈຸ​ບັນ, ມີ 10 ກວ່າ​ປະ​ເທດ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ເຂົ້າ​ຮ່ວມ BRICS.

ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຟ​ຣິ​ກາ​ໃຕ້ ກ່າວ​ຕື່ມອີກວ່າ: ປັດຈຸບັນໂລກພວມຢູ່ໃນຂະບວນການຈັດລະບຽບຄືນໃໝ່. ມັນບໍ່ຈະແຈ້ງວ່າກົດລະບຽບໃຫມ່ແມ່ນຫຍັງ ແຕ່ ກຸ່ມ BRICS ເຊື່ອວ່າເຮົາຈໍາເປັນຕ້ອງໄດ້ກ້າວເຂົ້າໄປໃນນັ້ນ ແລະ ເປັນສ່ວນໜຶ່ງຂອງການຈັດລະບຽບໂລກໃໝ່ ທີ່ມີຄວາມຍຸຕິທໍາ, ສະເໝີພາບກັນ ແລະ ໂປ່ງໃສ.

ຂະຫຍາຍອຳນາດ! BRICS

ເຫັນໄດ້ຊັດເຈນວ່າການເຄື່ອນໄຫວຄັ້ງນີ້ ແມ່ນມີຂຶ້ນເພື່ອທ້າທາຍອຳນາດເກົ່າ ຢ່າງສະຫະລັດ ອາເມຣິກາ ເນື່ອງຈາກວ່າທັງສອງປະເທດທີ່ກຳລັງຈະພິຈາລະນາໃຫ້ເຂົ້າຮ່ວມນັ້ນ ກໍຄື ຊາອຸດີອາຣະເບຍ ແລະ ອີຣ່ານ ທັງ 2 ປະເທດນີ້ ຕ່າງກໍມີຄວາມໝາຍຄວາມສຳຄັນ ແລະ ມີຄວາມບໍ່ລົງຮອຍກັນກັບ ສະຫະລັດອາເມຣິກາ.

ຂະຫຍາຍອຳນາດ! BRICS

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຍັງ​ມີ​ຂຶ້ນ​ໃນ​ເວລາ​ທີ່​ຫຼາຍ​ປະ​ເທດ​ພັດທະນາ​ແລ້ວ ນຳພາ​ໂດຍ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ຄື ອາ​ເມ​ຣິ​ກາ ​ແລະ ​ຢູໂຣບ ທີ່ພວມ​ພະຍາຍາມ​ຮ່ວມ​ມື ​ແລະ ສະໜັບສະໜູນ​ບັນດາ​ພັນທະ​ມິດ​ຕ້ານ​ອິດ​ທິກຳລັງ​ຂອງ​ຈີນ. ກຸ່ມ​ໃໝ່​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ ​ແລະ ຄວາມ​ໝັ້ນຄົງ ຫຼື ທີ່ເອີ້ນກັນວ່າກຸ່ມ Quad ທີ່ກໍ່ຕັ້ງຂຶ້ນໃນປີ 2017 ທີ່ປະກອບມີ ​ອາ​ເມ​ຣິ​ກາ, ຍີ່ປຸ່ນ, ອິນ​ເດຍ ​ແລະ ອອສ​ເ​ຕຣເ​ລຍ.

ຂະຫຍາຍອຳນາດ! BRICS

ປະຊາກອນທັງໝົດຂອງກຸ່ມ BRICS ຮ່ວມກັນກວມເອົາ 42% ຂອງປະຊາກອນທັງໝົດຂອງໂລກ.​ ແຕ່​ສະ​ມາ​ຊິກ​ຂອງ​ຕົນ​ມີ​ສິດ​ລົງ​ຄະ​ແນນ​ສຽງ​ໜ້ອຍ​ກວ່າ 15% ​ໃນ​ບັນດາ​ອົງການ​ທົ່ວ​ໂລກ​ເຊັ່ນ​ທະນາຄານ Word Bank ​ແລະ IMF. ແລະ ໃນ​ປີ 2014, BRICS ​ໄດ້​ສ້າງ​ຕັ້ງ​ທະນາຄານ​ພັດທະນາ​ໃໝ່​ເພື່ອ​ຕ້ານ​ການ​ດຸ່ນດ່ຽງ ອຳນາກດ ແລະ ບົດບາດຂອງ IMF ​ແລະ​ ທະນາຄານ​ໂລກ.

​ແນວ​ໃດ​ກໍ​ດີ, ​ໃນ​ຂະນະ​ທີ່​ຈີນ, ຣັດ​ເຊຍ, ອາ​ຟຣິກາ​ໃຕ້ ​ແລະ ບຣາຊິນ ສະໜັບສະໜູນ​ການ​ຮັບ​ສະໝັກ​ສະມາຊິກ​ໃໝ່.ແຕ່ອິນເດຍກັບບໍ່ເຫັນດີ. ໃນຂະນະທີ່ Brazil ເຖິງແມ່ນວ່າໄດ້ຕົກລົງທີ່ຈະເພີ່ມສະມາຊິກ ແຕ່ກໍຍັງຕ້ອງການລວມເອົາບັນດາປະເທດຈາກອາເມລິກາລາຕິນເຂົ້!ມານຳເຊັ່ນດຽວກັນ.

ໂດຍກອງປະຊຸມພິຈາລະນາເພີ່ມສະມາຊິກໃໝ່ ຈະມີຂຶ້ນໃນເດືອນສິງຫາປີນີ້. ເຊິ່ງ​ກຸ່ມ​ດັ່ງກ່າວ​ເຊື່ອ​ໝັ້ນ​ວ່າ​ຜູ້ນຳ​ຢ່າງ ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ແລະ ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ​ວາລາ​ດີ​ເມຍ ປູ​ຕິນ​ ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ.

ຂອບໃຈຂໍ້ມູນຈາກ: https://bit.ly/4106t1F

https://bit.ly/3IsTAGe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/