ເລື່ອງລາວເບື້ອງຫຼັງຂອງກາດຫາຍາກໃບນີ້ຊ່ວຍເພີ່ມຄວາມໜ້າສົນໃຈໃຫ້ກັບນັກສະສົມ. ໃນປີ 2001 Tyler Gressle ກວດພົບວ່າເປັນມະເຮັງໃນຮູບແບບທີ່ຫາຍາກ ແລະ ລາວມີຄວາມຝັນວ່າຢາກມີກາດ Yu-Gi-Oh! ເປັນຂອງຕົນເອງ. ຫຼັງຈາກນັ້ນ Gressle ກໍໄດ້ຮັບໂອກາດໃນການສ້າງກາດ Yu-Gi-Oh! ທີ່ລາວຕ້ອງການຜ່ານມູນນິທິ Make A Wish ໂດຍລາວເລືອກທີ່ຈະຕັ້ງຊື່ກາດນັ້ນວ່າ Tyler The Great Warrior.

ພ້ອມກັນນັ້ນ ກາດ Tyler the Great Warrior ເປັນກາດທີ່ ອາຈານ Kazuki Takahashi ຜູ້ຂຽນມັງງະ Yu-Gi-Oh! ມາຊ່ວຍອອກແບບ ໄອເດຍການອອກແບບໃບນີ້ມາຈາກຕົວລະຄອນ Future Trunks ຈາກເລື່ອງ Dragon Ball.

ຈົນມາມື້ໜຶ່ງ Tyler Gressle ໄດ້ຕັດສິນໃຈນຳເອົາກາດ Tyler the Great Warrior ອອກມາປະມູນຜ່ານເວັບໄຊ eBay ເມື່ອວັນທີ 19 ເມສາ 2023 ທີ່ຜ່ານມາ ແລະ ຈົບການປະມູນໃນວັນທີ 29 ເມສາ 2023 ໂດຍທີ່ກາດ Tyler the Great Warrior ສາມາດເຮັດການປະມູນໄປໄດ້ທີ່ລາຄາ 311.211 ໂດລາ ໂດຍທີ່ທາງ Tyler Gressle ໄດ້ແບ່ງເງິນໃຫ້ມູນນິທິ Make A Wish ເພື່ອຂອບໃຈທີ່ເຮັດໃຫ້ຝັນຂອງລາວເປັນຈິງ.
ຂອບໃຈຂໍ້ມູນຈາກ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/