ຄືນນີ້ຈະເກີດປາກົດການຈັນທະຄາດ ດວງເດືອນເດີນທາງຜ່ານເງົາມົວຂອງໂລກ ສາມາດສັງເກດໄດ້ດ້ວຍຕາເປົ່າ


ໃນກາງຄືນວັນທີ 5 ເດືອນພຶດສະພາ ຈົນຮອດເຊົ້າຂອງວັນທີ 6 ພຶດສະພາ ເວລາປະມານ 22:14 – 02:31 ໂມງ ກົງກັບຄືນເດືອນເຕັມດວງພໍດີ ຈະເກີດປາກົດການ ຈັດທະຄາດເງົາມົວ.

ໂດຍດວງເດືອນຈະເລີ່ມເຄື່ອນເຂົ້າສູ່ເງົາມົວຂອງໂລກຕັ້ງເເຕ່ເວລາປະມານ 22:14 ໂມງ ຂອງວັນທີ 5 ພຶດສະພາ ເເລະ ເຂົ້າສູ່ເງົາມົວຫຼາຍທີ່ສຸດເວລາປະມານ 02:22 ໂມງຂອງວັນທີ 6 ພຶດສະພາ. ຫຼັງຈາກນັ້ນກໍຈະຄ່ອຍໆເຄື່ອນຕົວອອກຈາກເງົາມົວ ຈົນສິ້ນສຸດປາກົດການໃນເວລາ 02:31 ໂມງ.

ການສັງເກດເຖິງການປ່ຽນເເປງຂອງປາກົດການດັ່ງກ່າວນັ້ນເປັນເລື່ອງທີ່ຂ້ອນຂ້າງຍາກ, ເນື່ອງຈາກດວງເດືອນຈະໂຄຈອນເຂົ້າໄປໃນເຂົ້າມົວຂອງໂລກບາງສ່ວນ ເເລະ ບໍ່ຜ່ານເຂົ້າໄປໃນບໍລິເວນເງົາມືດ ຈຶ່ງຍັງເເນມເຫັນດວງເດືອນເເບບເຕັມດວງພຽງເເຕ່ຄວາມສະຫວ່າງຂອງດວງເດືອນທີ່ຢູ່ໃນເງົາມົວລົດລົງພຽງເລັກນ້ອຍເທົ່ານັ້ນ. ຫາກຖ່າຍຮູບເພື່ອປຽບທຽບຄວາມສະຫວ່າງຂະນະເກີດປາກົດການ ເເລະ ຫຼັງ ຈະເຫັນເຖິງຄວາມປ່ຽນເເປງຂອງດວງເດືອນໄດ້ຊັດເຈນຫຼາຍຂຶ້ນ.

ທັງນີ້ ທ່ານສາມາດໃຊ້ກ້ອງເບິ່ງດາວ ຫຼື ສະມາດໂຟນບາງຮຸ່ນທີ່ສາມາດຈັບພາບຂອງດວງເດືອນໄດ້ ເພື່ອປ້ອງກັນສາຍຕາ ເເລະ ສາມາດເຫັນເຖິງການປ່ຽນເເປງໄດ້ຊັດເຈນຍິ່ງຂຶ້ນ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/