ມາແລ້ວ! ກັບການຈັດອັນດັບ Boy-Girl Group K-POP ຍອດນິຍົມປະຈຳເດືອນ ມິຖຸນາ 2023 ໂດຍການຈັດອັນດັບເກີດຂຶ້ນຈາກອົງການ The Korean Business Research Institute ຈາກການເກັບຂໍ້ມູນ Big data ລະຫວ່າງວັນທີ 10 ພຶດສະພາ-11 ມິຖຸນາ 2023.
ຈາກຜົນການຈັດອັນດັບ Girl Group K-POP ຍອດນິຍົມປະຈຳເດືອນ ມິຖຸນາ 2023 ນີ້ຍັງຄົງເປັນ BLACKPINK ຄອງອັນດັບ 1 ຂອງຕາຕະລາງ ດ້ວຍຕົວເລກດັດຊະນີຊື່ສຽງ 6.532.714 ໂດຍຄຳຄົ້ນຫາອັນດັບສູງຈາກການວິເຄາະຄີເວີດ Jennie ແລະ ຄອນເສີດລະດັບໂລກ ເຊິ່ງອັດຕາສ່ວນການຕອບສະໜອງໃນທາງບວກມີຮອດ 85,07% ຕາມມາດ້ວຍ (G)I-DLE ທີ່ຂຶ້ນມາຄອງອັນດັບ 2 ດ້ວຍຕົວເລກດັດຊະນີຊື່ສຽງ 4.506.615 ເຊິ່ງເພິ່ມຂຶ້ນມາ 52,89%. ສ່ວນອັນດັນ 3 ຍັງເປັນຂອງ NewJeans ດ້ວຍຕົວເລກດັດຊະນີຊື່ສຽງ 4.462.729 ນັ້ນເອງ.
ສ່ວນທາງດ້ານຂອງຝ່າຍຊາຍ Boy Group ຍອດນິຍົມປະຈຳເດືອນ ມິຖຸນາ 2023 ຍັງຄົງຕົກເປັນຂອງ BTS ທີ່ຄອງອັນດັບ 1 ມາຕະຫຼອດໄລຍະເວລາ 5 ປີແລ້ວ ໂດຍມີຕົວເລກດັດຊະນີຊື່ສຽງ 9.936.435 ເຊິ່ງເພີ່ມຂຶ້ນມາ 96,02% ແລະ ອັນດັບທີ 2 ຍັງເປັນຂອງ SEVENTEEN ມີຕົວເລກດັດຊະນີຊື່ສຽງ 4.379.894. ດ້ານ NCT ຂຶ້ນຄອງອັນດັບ 3 ດ້ວຍຕົວເລກດັດຊະນີຊື່ສຽງ 2.376.715 ຕາມກັນມາຕິດໆຄື BTOB ທີ່ຄອງອັນດັນ 4 ດ້ວຍດັດຊະນີຊື່ສຽງ 2.225.285 ແລະ ອັນດັບ 5 ຕົກເປັນຂອງ Stray Kids ທີ່ມີດັດຊະນີຊື່ສຽງ 2.078.915.
TOP 10 Girls Group K-POP ຍອດນິຍົມປະຈຳເດືອນ ມິຖຸນາ 2023
- BLACKPINK

- (G)I-DLE

- NewJeans

- aespa

- TWICE

- FIFTY FIFTY

- IVE

- LE SSERAFIM

- Girls’ Generation

- Red Velvet

TOP 10 Boy Group K-POP ຍອດນິຍົມປະຈຳເດືອນ ມິຖຸນາ 2023
- BTS

- SEVENTEEN

- NCT

- BTOB

- Stray Kids

- SHINee

- THE BOYZ

- ENHYPEN

- MONSTA X

- Teen Top

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/