TikTok ຂະຫຍາຍຖານຄົນເບິ່ງ ກຽມໃຫ້ລົງຄິບຍາວເຖິງ 30 ນາທີ


TikTok ແອັບສໍາລັບການເຜີຍແຜ່ວິດີໂອແບບສັ້ນຈົນໄດ້ຮັບຄວາມນິຍົມຈາກຜູ້ຄົນທົ່ວໂລກ ເຮັດໃຫ້ມີຜູ້ໃຊ້ງານຫຼາຍລ້ານບັນຊີທົ່ວໂລກ. ແຕ່ຫຼ້າສຸດທາງ TikTok ກໍາລັງເລີ່ມທົດສອບການໃຫ້ມີວິດີໂອຄວາມຍາວໄດ້ຮອດ 30 ນາທີ ຖຶວ່າເປັນອີກໜຶ່ງການປ່ຽນແປງທີ່ສຳຄັນຂອງແພລັດຟອມວິດີໂອສັ້ນທີ່ເຮົາຄຸ້ນເຄີຍ.

ຂໍ້ດີຂອງການເພີ່ມຂີດຈຳກັດເປັນ 30 ນາທີ ຈະຊ່ວຍໃຫ້ຜູ້ໃຊ້ມີທາງເລືອກທີ່ຫຼາຍຂຶ້ນ ລວມໄປຮອດລາຍການໂທລະພາບຢ້ອນຫຼັງຕ່າງກໍສາມາດລົງແບບຍາວບໍ່ຕ້ອງຕັດແຍກນັ້ນເອງ. ແຕ່ຢ່າງໃດກໍຕາມອາດຈະບໍ່ເປັນທີ່ຖືກໃຈສຳລັບທຸກຄົນ ທາງ TikTok ເອງກໍວາງແຜນຮັບມືໄວ້ຄືຄວາມໄວວິດີໂອຄູນສອງ ພ້ອມກັບທົດສອບໂໝດເບິ່ງວິດີໂອແບບແນວນອນເຕັມຈໍໃນບາງພູມີພາກແລ້ວ.

ການປ່ຽນແປງຂອງ TikTok ໃນຄັ້ງນີ້ຄືການກາຍເປັນຄູ່ແຂ່ງໂດຍກົງກັບທາງ YouTube ທີ່ມີຮູບແບບວິດີໂອຄວາມຍາວ ເພາະເຫັນໄດ້ເລີຍວ່າທາງ TikTok ພະຍາຍາມທີ່ຈະດຶງກຸ່ມຜູ້ໃຊ້ງານທີ່ນິຍົມຮັບຊົມ ຫຼື ສ້າງສັນຜົນງານວິດີໂອຍາວມາຝັ່ງຕົນເອງ ກາຍເປັນສົງຄາມແພລັດຟອມວິດີໂອ ເຖິງແບບນັ້ນກໍຍັງບໍ່ມີການປະກາດອອກມາວ່າຈະເປີດໃຫ້ຜູ້ໃຊ້ລົງວິດີໂອຍາວ 30 ນາທີ ໄດ້ຕອນໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/