Thetan Arena ເກມ MOBA ປະສົມ NFT ທີ່ໃຫ້ຫຼິ້ນຟຣີ ທັງ PC ແລະ ມືຖື


ເກມທີ່ມາແຮງໃນໄລຍະນີ້ ເປັນເກມໃນລະບົບຊື້ຂາຍ NFT ທີ່ບໍ່ເວົ້າເຖິງບໍ່ໄດ້ ນັ້ນກໍຄືເກມ Thetan Arena ເປັນເກມທີ່ເອີ້ນວ່າ Play-to-Earn ທີ່ຫຼິ້ນແລ້ວຈະໄດ້ຮັບຫຼຽນຄຣິບໂຕຂອງເກມ ມາເປັນຜົນຕອບແທນ ທີ່ສຳຄັນມັນໃຫ້ເລີ່ມຫຼິ້ນໄດ້ຟຣີ!

ໃຜທີ່ເຄີຍຫຼິ້ນ Axie ມາແລ້ວແລະກຳລັງຊອກຫາ GameFi ທີ່ເນັ້ນ Gameplay ແບບນີ້ບໍ່ຄວນພາດ ໂດຍສະເພາະຜູ້ຫຼິ້ນສາຍ MOBA ທີ່ຕ້ອງລອງ ເພາະເປັນເກມທີ່ໃຊ້ທັກສະການຫຼິ້ນສູງ, ມີລະບົບການຫຼິ້ນທີ່ດຸເດືອດ ແລະ ອາໄສຄວາມສາມັກຄີຂອງທີມເປັນຫຼັກ. ພ້ອມນັ້ນ ຍັງເປັນເກມທີ່ອາດຈະສາມາດຕໍ່ຍອດໄປສູ່ເກມກິລາ Esport ໄດ້ໃນອະນາຄົດນໍາອີກ.

ເກມດັ່ງກ່າວນີ້ຈະມີຢູ່ຫຼາຍໂໝດ ທັງໂໝດທີ່ຕີປ້ອມປົກກະຕິ ທີ່ເຮົາເຄີຍຫຼິ້ນໃນ MOBA ເກມອື່ນໆຜ່ານມາ, ມີໂໝດ ‘Death Match’ ທີ່ຈະແບ່ງຜູ້ຫຼິ້ນ 4v4 ທີ່ໃຊ້ເວລາພຽງ 3ນາທີ ແຕ່ຈະບໍ່ມີ creep ຫຼື ປ້ອມໃຫ້ຕີ ເນັ້ນຕີກັນ 2 ຝ່າຍເຊິ່ງໜ້າເລີຍ. ສ່ວນເຄື່ອງທີ່ເຄີຍໄປຟາມເອົາ ແມ່ນຈະໄດ້ຈາກການຕີກ່ອງຂອງຂວັນ ທີ່ຢັ່ງຢາຍໃນແຜນທີ່ 2 ຂ້າງທາງ. ມີໂໝດ ‘Battle Royal’ (Solo-Duo) ທີ່ສັດຕູທັງຫຼາຍ ຈະມາຈາກທຸກທິດທາງ ອາດຈະລີ້ໃນພຸ່ມໄມ້ ຫຼື ແລ່ນມາໃສ່ເລີຍກໍບໍ່ຮູ້ໄດ້ ເຊິ່ງຕ້ອງເອົາຕົວລອດໃຫ້ໄດ້. ນອກຈາກນັ້ນ ຍັງມີສິ່ງທີ່ແຕກຕ່າງ ແລະ ໜ້າສົນໃຈອີກອັນໜຶ່ງ ກໍຄື  ບັນດາ Hero ໃນເກມ ຈະບໍ່ມີສະກິວ Skill ໃຫ້ຕາຍຕົວ ແຕ່ທຸກຄົນຈະສາມາດເລືອກໄດ້ເອງ ຈະເປັນການໂຈມຕີແບບດ່ຽວ, ຕີແຮງເປັນກຸ່ມ, ແບບເພີ່ມຄວາມໄວ, ແບບເພີ່ມດາເມຈ ແລະ ອື່ນໆ ໄດ້ຢ່າງຫຼາກຫຼາຍ ຕ້ອງໄປສູ້ກັນກ່ອນຈຶ່ງຈະຮູ້ວ່າແຮງຫຼືບໍ່. ເວົ້າອີກຢ່າງໜຶ່ງກໍແມ່ນເກມທີ່ມີການແຂ່ງຂັນສູງ, ເພາະຍັງບໍ່ທັນມີການປັບສົມດຸນ ຫຼື ເນີບແນວໃດເທື່ອ ແຕ່ຫຼິ້ນໄປດົນໆໃນອະນາຄົດກໍບໍ່ແນ່ ຕ້ອງໄດ້ເບິ່ງຄໍາເຫັນຂອງຜູ້ຫຼິ້ນໃນໄລຍະຍາວໄປນໍາ.

ໃນເວລາຫຼິ້ນເກມຈົບ ໃນແຕ່ລະຮອບ ຜູ້ຫຼິ້ນຈະໄດ້ຮັບຫຼຽນ THC ມາ ຖ້າຊະນະແລະເກັ່ງຫຼາຍ ແມ່ນຈະໄດ້ຮັບຫຼຽນຫຼາຍ, ແຕ່ຈະມີຂໍ້ຈໍາກັດສໍາລັບ Hero 1ຕົວ ຕໍ່ 1ມື້ ເທົ່ານັ້ນ. ຖ້າຫຼິ້ນຈົບໄປແລ້ວແລະຫຼຽນທີ່ຈໍາກັດເຕັມແລ້ວກໍຈະບໍ່ໄດ້ຮັບອີກ ແລະ ຖ້າຢາກໄດ້ຕົວໃໝ່ມາຫຼິ້ນກໍຈະເຂົ້າສູ່ການລົງທຶນ ກໍຄືການຊື້ຕົວໃໝ່ມາຫຼິ້ນຕໍ່. ບັນດາ Hero ແມ່ນຈະມາໃນຮູບແບບ NFT ໃຫ້ເລືອກຕັ້ງແຕ່ແບບຟຣີ ໄປຈົນຮອດແບບເສຍເງິນຊື້ ຄືເກມອື່ນໆ ຫາກແຕ່ເປັນການລົງທຶນ ທີ່ຕົວແພງຫຼາຍ ຈະແມ່ນຕົວທີ່ຫາຍາກ ເຊິ່ງອາດຈະໄດ້ຈາກການເປີດກ່ອງເອົາ ແຕ່ຜົນຕອບແທນ ກໍຈະສູງກວ່າຕົວຟຣີຢ່າງແນ່ນອນ.

ເວົ້າໄດ້ວ່າ ເປັນເກມທີ່ໃຊ້ທັງທັກສະຜູ້ຫຼິ້ນ ເປັນຈິດໜຶ່ງໃຈດຽວກັນແທ້ໆ ແລະ ຖືໄດ້ວ່າເປັນເກມ BlockChain ເກມທໍາອິດ ທີ່ໄດ້ໄປຢູ່ໃນຮ້ານຄ້າ Appstore (iOS) ຫຼິ້ນໄດ້ທາງ (iOS / Android) ແລະ PC (Windows) ເລີຍ, ເຊິ່ງຖ້າຫາກວ່າໃຜທີ່ຄິດຈະລົງທຶນໃນເກມນີ້ ກໍຄວນສຶກສາຄວາມສ່ຽງຕ່າງໆໃຫ້ດີກ່ອນ ແລ້ວຈຶ່ງຫຼິ້ນກໍຈະເປັນການດີ.

ທີ່ມາ: https://bit.ly/3mmfb7F

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/