The Rock ຢືນຢັນ ຈະບໍ່ສະແດງເລື່ອງ Fast and Furious ໃນພາກຕໍ່ໄປອີກ!


The Rock ນັກສະແດງທີ່ມີຊື່ສຽງໂດ່ງດັງ ທີ່ອະດີດເປັນນັກມວຍປ້ຳໃນລາຍການ WWE ແລະ ເປັນທັງນັກສະແດງທີ່ມີຜົນງານໂດດເດັ່ນເລື່ອງ Fast and Furious ແລະ ໄດ້ສະແດງໃນແຕ່ລະພາກຢ່າງຕໍເນື່ອງ.

ແຕ່ເມື່ອບໍ່ດົນມານີ້ The Rock ໄດ້ອອກມາໃຫ້ສຳພາດກ່ຽວກັບ Fast and Furious ວ່າ: “ຂ້ອຍຂໍໃຫ້ພວກເຂົາໂຊກດີໃນ Fast 10 ແລະ Fast 11 ລວມທັງ Fast and Furious ທຸກໆພາກໂດຍທີ່ບໍ່ມີຂ້ອຍ”, ເຊິ່ງຖືໄດ້ວ່າເປັນການບອກລາ ແລະ ເປັນເລື່ອງໜ້າເສຍດາຍທີ່ພາກຕໍ່ໄປຈະບໍ່ມີລາວສະແດງໃນເລື່ອງນີ້ອີກ.

The Rock ແລະ Vin Diesel ເຄີຍຜິດຖຽງກັນ ຈົນເຮັດໃຫ້ The Rock ບໍ່ໄດ້ຫຼິ້ນໃນພາກ 9 ກ່ອນທີ່ຈະມີຂ່າວວ່າທັງສອງໄດ້ມີຄວາມສຳພັນທີ່ດີຕໍ່ກັນແລ້ວ ແລະ The Rock ຈະກັບມາມີບົດໃນພາກທີ 10-11, ແຕ່ຈາກການສຳພາດຂອງ The Rock ກໍອາດຈະບໍ່ສະແດງໃນພາກຕໍ່ໄປອີກ.

ຂອບໃຈຂໍ້ມູນຈາກ:

https://bit.ly/3hV1bjq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/