The Little Mermaid ມີລາຍໄດ້ເປີດຕົວໃນອາເມຣິກາ 118 ​ລ້ານໂດລາ


ເປັນກະແສຕັ້ງແຕ່ຍັງບໍ່ທັນອອກສາຍ ຈົນອອກສາຍໃນໂຮງຮູບເງົາກະແສຍັງດີບໍ່ມີຕົກ ກັບ The Little Mermaid ສະບັບຄົນສະແດງ ທີ່ນຳກັບມາສ້າງໃໝ່ ທີ່ນຳສະແດງໂດຍສາວ Halle Bailey ທີ່ຮັບບົດເປັນ ນາງເງືອກສາວ Ariel, Jonah Hauer-King ຮັບບົດເປັນ Prince Eric ແລະ ຕົວຮ້າຍຢ່າງ Ursula ຮັບບົດໂດຍ Melissa McCarthy.

ຫຼ້າສຸດທາງ The Hollywood Reporter ໄດ້ລາຍງານວ່າ The Little Mermaid ສະບັບຄົນສະແດງ ເຮັດລາຍໄດ້ເປີດຕົວອາທິດທຳອິດໃນອາເມຣິກາ ໄດ້ຢ່າງໜ້າປະທັບໃຈ ໂດຍເຮັດລາຍໄດ້ໄປຮອດ 95,5 ລ້ານໂດລາ ເຊິ່ງຖ້າລວມກັບລາຍໄດ້ໃນວັນທີ 29​ ພຶດສະພາ 2023 ນຳແລ້ວ ຈະເຮັດໃຫ້ຮູບເງົາ The Little Mermaid ມີລາຍໄດ້ລວມທັງໝົດ 118 ລ້ານໂດລາ.

ແຕ່ຢ່າງໃດກໍຕາມລາຍໄດ້ຂອງ The Little Mermaid ໃນຕ່າງປະເທດກັບບໍ່ເປັນທີ່ເພິ່ງພໍໃຈເທົ່າໃດ ເນື່ອງຈາກເຮັດລາຍໄດ້ໄປພຽງ 68,3 ລ້ານໂດລາ ໂດຍທີ່ຕະຫຼາດຍັກໃຫຍ່ຂອງຮູບເງົາຢ່າງປະເທດຈີນກັບເຮັດລາຍໄດ້ພຽງແຕ່ 2,5 ລ້ານໂດລາ ເທົ່ານັ້ນ ສົ່ງຜົນໃຫ້ລາຍເປີດຕົວໃນອາທິດທຳອິດຂອງຮູບເງົາ The Little Mermaid ສະບັບຄົນສະແດງ ມີລາຍໄດ້ເປີດຕົວຢູ່ທີ່ 185,8 ລ້ານໂດລາ ຈາກທຶນສ້າງ 200 ລ້ານໂດລາ.

ນັກວິເຄາະໄດ້ວິເຄາະວ່າ ການທີ່ຮູບເງົາ The Little Mermaid ສະບັບຄົນສະແດງ ທີ່ເຮັດລາຍໄດ້ໃນຕ່າງປະເທດບໍ່ໄດ້ດີ ສ່ວນໜຶ່ງອາດເປັນຍ້ອນທາງສະຕູໂອເລືອກເອົາ Halle Bailey ມາຮັບບົດເປັນ Ariel ນາງເງືອກສາວຕົວເອກຂອງເລື່ອງ ເນື່ອງຈາດມັນຂັດກັບພາບ ຈາກສະບັບກາຕູນໃນປີ 1989 ນັ້ນເອງ.

ເຖິງຢ່າງໃດກໍຕາມ ຕ້ອງມາຖ້າເບີ່ງວ່າ The Little Mermaid ຈະປະສົບຄວາມສຳເລັດຕາມຮອຍ ຮູບເງົາເລື່ອງ Aladdin ແລະ The Lion King ສະບັບຄົນສະແດງ ທີ່ຖືກຄຳວິຈານໃນແງ່ລົບມາເຊັ່ນກັນ ແຕ່ກໍສາມາດເຮັດລາຍໄດ້ໄປທົ່ວໂລກຮອດ 1000 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/