Tesla ເປີດຂາຍໝາກຫວີດ Cyberwhistle ພ້ອມບອກວ່າ ກຸ້ມກວ່າການຊື້ຜ້າເຊັດໜ້າຈໍຂອງ Apple


ໃນວັນທີ 1 ທັນວາ ທາງບໍລິສັດ Tesla ໄດ້ເປີດຂາຍໝາກຫວີດ ໂດຍມີຊື່ຮຸ່ນວ່າ Cyberwhistle ເຊິ່ງເປັນໝາກຫວີດທີ່ເຮັດມາຈາກສະແຕນເຫຼດ ມີຮູບຊົງການອອກແບບຄ້າຍຄືລົດ Cybertruck ຂອງ Tesla.

ໂດຍໝາກຫວີດ Cyberwhistle ນີ້ ເປີດຂາຍໃນລາຄາ 50 ໂດລາ ຫຼື ປະມານ 500,000 ກີບ ເຊິ່ງຕອນນີ້ທາງເວັບໄຊກໍໄດ້ປະກາດວ່າສິນຄ້າໝົດແລ້ວ.

ນອກຈາກນີ້ Elon Musk ເຈົ້າຂອງ Tesla ກໍໄດ້ອອກມາທະວີດຂໍ້ຄວາມໃນ twitter ວ່າ

“ຢ່າເສຍເງິນຂອງເຈົ້າກັບຜ້າເຊັດໜ້າຈໍຂອງ Apple ເທາະ, ເອົາມາຊື້ໝາກຫວີດຂອງພວກເຮົາແທນດີກວ່າ”

ຜ້າເຊັດໜ້າຈໍຂອງ Apple ທີ່ Elon Musk ກ່າວເຖິງນັ້ນ ແມ່ນມີລາຄາຢູ່ປະມານ 240,000 ກີບ.

ອ້າງອີງຈາກ: https://cutt.ly/OYtyfS2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/