Tesla ບໍລິສັດລົດໄຟຟ້າລະດັບໂລກຈະເປີດໂຊວ໌ຣູມຢູ່ ກຳປູເຈຍ


ຈາກຂ່າວລືເມື່ອຕົ້ນປີທີ່ຜ່ານມາວ່າທາງ Tesla ບໍລິສັດລົດໄຟຟ້າລະດັບໂລກຈະມາເປີດໂຊວ໌ຣູມຢູ່ປະເທດກຳປູເຈຍ, ຫຼາຍໆຄົນກໍໄດ້ໃຫ້ຄວາມສົນໃຈ ພ້ອມທັງຍັງມີຂໍ້ສົງໃສວ່າຈະເປັນຄວາມຈິງຫຼືບໍ່.

ແຕ່ຂ່າວດັ່ງກ່າວກໍໄດ້ຮັບການຢືນຢັນແລ້ວວ່າເປັນຄວາມຈິງ ໂດຍທີ່ທາງ Tesla ປະກາດຈະເປີດຕົວໂຊວ໌ຣູມ ພ້ອມທັງເຜີຍຮູບພາບອາຄານທີ່ກຳລັງປັບປຸງ ທີ່ມາພ້ອມກັບໂລໂກ້ຂອງ Tesla ຢູ່ເທິງນັ້ນ, ໂດຍໂຊວ໌ຣູມດັ່ງກ່າວແມ່ນຕັ້ງຢູ່ທີ່ ເມືອງ ພະນົມເປນ.

ການເປີດຕົວໂຊວ໌ຣູມໃນເທື່ອນີ້ຖືໄດ້ວ່າເປັນແຫ່ງທຳອິດໃນເຂດອາຊີຕາເວັນອອກສຽງໃຕ້, ໂດຍທີ່ເລີ່ມຈາກປະເທດກຳປູເຈຍນີ້ ອາດຈະເປັນເພາະຫຼາຍເງື່ອນໄຂຂອງປະເທດ ທີ່ອຳນວຍຄວາມສະດວກໃຫ້ແກ່ທາງ Tesla ເອງ ບໍ່ວ່າຈະເປັນເລື່ອງກົດໝາຍ ແລະ ເລື່ອງພາສີກ່ຽວກັບຍານພາຫະນະ.

ຈຸດເລີ່ມຕົ້ນການບຸກຕະຫຼາດ South East Asia ຂອງທາງ Tesla ໃນເທື່ອນີ້ອາດເປັນສິ່ງທີ່ໜ້າສົນໃຈ ແລະ ເປັນຜົນປະໂຫຍດຕໍ່ກັບທາງບໍລິສັດ ແລະ ຜູ້ຊົມໃຊ້ເອງ.

ບໍ່ແນ່ວ່າໃນອະນາຄົດ ອາດຈະມີການຂະຫຍາຍເຂົ້າມາໃນປະເທດລາວເຮົາກໍເປັນໄດ້.

ສະຖານທີ່ຕັ້ງຂອງໂຊວຣູມ Tesla: https://www.google.com/maps/place/11%C2%B033’47.1%22N+104%C2%B051’52.9%22E/@11.5629768,104.8647516,126a,45.4y,324.35h/data=!3m1!1e3!4m5!3m4!1s0x0:0x0!8m2!3d11.5630926!4d104.8646914?hl=en-SG

ຂໍຂອບໃຈຂໍ້ມູນຈາກ: https://www.trendlongtun.com/tesla-cambodia-showroom/?fbclid=IwAR2eakc6RD0RpAdhSTrHed3q-3VqtTQwoZJVyhM5RxbFJ5aFMeowwWsd79g