Tesla ຈັບມືກັບ Samsung ຮ່ວມກັນພັດທະນາຊິບປະມວນຜົນລະດັບ 5 ນາໂນແມັດເພື່ອໃຊ້ໃນ “ລະບົບຂັບຂີ່ອັດຕະໂນມັດເຕັມຮູບແບບ” (Fully Autonomous Driving) ສຳລັບລົດ


ເນື່ອງຈາກບໍລິສັດຈຳນວນຫຼາຍກຳລັງເຮັດວຽກຢ່າງໜັກເພື່ອເຮັດໃຫ້ລະບົບຂັບຂີ່ອັດຕະໂມມັດເປັນຈິງ ແລະ ໄດ້ເຮັດໃຫ້ເຫັນຄວາມພະຍາຍາມຈາກບໍລິສັດຕ່າງໆເຊັ່ນ: Apple, Google, Uber ແລະ Tesla ເຊິ່ງເຮັດໃຫ້ມີຄວາມທ້າທາຍຫຼາກຫຼາຍກ່ຽວກັບເທັກໂນໂລຢີໃໝ່ນີ້ ແຕ່ສຳລັບຕອນນີ້ຍັງຕ້ອງໄດ້ແກ້ໄຂບັນຫາຫຼາຍປະການກ່ອນທີ່ຈະໃຊ້ງານໄດ້.

ແລະ ເມື່ອເວົ້າເຖິງຜູ້ຜະລິດລົດ Tesla ທີ່ເປັນບໍລິສັດຊັ້ນນຳໃນເລື່ອງລົດ ເນື່ອງຈາກມີໂໝດການຂັບຂີ່ອັດຕະໂນມັດສຳລັບລົດບາງຮຸ່ນແລ້ວ ແນ່ນອນວ່າພວກເຂົາຍັງພົບວ່າມີຂໍ້ຈຳກັດບາງປະການໃນການໃຊ້ງານລະບົບແທ້. ແຕ່ຕອນນີ້ເບິ່ງຄືວ່າບໍລິສັດຕ້ອງການທີ່ຈະເອົາເທັກໂນໂລຢີນີ້ມາໃຊ້ໃຫ້ໄດ້ແບບເຕັມທີ່ ແລະ Samsung ກໍເບິ່ງຄືວ່າຈະສາມາດຊ່ວຍໃນເລື່ອງນີ້ໄດ້.

ຕາມລາຍງານ Tesla ກຳລັງພັດທະນາຮາດແວ HW4 ຮຸ່ນຕໍ່ໄປທີ່ສາມາດໃຊ້ໃນ 4D FSD ໃໝ່ (Four – Dimensional Fully Autonomous Driving) ເຊິ່ງເປັນລະບົບຂັບຂີ່ອັດຕະໂນມັດເຕັມຮູບແບບທີ່ກຳລັງຢູ່ລະຫວ່າງການພັດທະນາ ແລະ ເຫັນໄດ້ຊັດເຈນວ່າຜູ້ຜະລິດລົດຈະເຮັດວຽກຮ່ວມກັບ Samsung ເພື່ອຮ່ວມກັນພັດທະນາຊິບ 5 ນາໂນແມັດໃໝ່ນີ້.

ຕາມລາຍງານຂອງທີມພັດທະນາ Tesla ກຳລັງເຮັດວຽກຢ່າງໜັກເພື່ອພັດທະນາປັນຍາປະດິດທີ່ຊັບຊ້ອນຍິ່ງຂຶ້ນ ເຊິ່ງຈະຊ່ວຍໃຫ້ຍານພາຫະນະມີຄວາມສາມາດໃນການຂັບຂີ່ອັດຕະໂນມັດໄດ້ດີກວ່າເກົ່າ. ສື່ ສ.ເກົາຫຼີ Asia E ລາຍງານວ່າ Samsung ກຳລັງພັດທະນາຊິບ 5 ນາໂນແມັດທີ່ໃຫ້ພະລັງການປະມວນຜົນສຳລັບລົດທີ່ຂັບເຄື່ອນອັດຕະໂມມັດຂອງ Tesla.

5nm ເປັນການຜະລິດທີ່ລ້ຳສະໄໝທີ່ສຸດທີ່ເຮົາມີໃນຕະຫຼາດຕອນນີ້ ເນື່ອງຈາກສະຖາປັດຍະກຳ 3 ນາໂນແມັດ ອາດກາຍເປັນຄວາມຈິງພາຍໃນປີ 2023 ເຊິ່ງຍັງຢູ່ໄກຈາກຄວາມເປັນຈິງໃນຕອນນີ້.

ປັດຈຸບັນ Samsung ມີຊິບ 14 nm ສຳລັບ Tesla ເຊິ່ງຖືກໃຊ້ໃນຊິບຫຼາຍຊະນິດເຊັ່ນ:  Processor , ຕົວປະມວນຜົນ ເຄືອຂ່າຍປະສາດທຽມ (NPU), ວົງຈອນລວມຄວາມປອດໄພ ໜ່ວຍຄວາມຈຳ ແລະ IC Drive ສະແດງຜົນ (DDI) ທີ່ເປັນເທັກໂນໂລຢີຫຼັກທີ່ປະມວນຜົນຂໍ້ມູນຈາກເຊັນເຊີໄຟສ່ອງສະຫວ່າງ ແລະ ການສື່ສານໃນລົດ ແລ້ວສົ່ງໄປທີ່ໜ້າຈໍເພື່ອໃຫ້ລົດສາມາດຂັບເຄື່ອນໄດ້ເປັນອິດສະຫຼະແບບເຕັມທີ່.

Samsung ເຊື່ອວ່າມີຄວາມສາມາດໃນການຂ້າມການວິໄຈ ແລະ ພັດທະນາຊິບ 7 ນາໂນແມັດ, ດັ່ງນັ້ນຈຶ່ງຈະເລີ່ມການວິໄຈ ແລະ ພັດທະນາຊິບ 5 ນາໂນແມັດ ສຳລັບລົດທັນທີ. ແຕ່ເຖິງຢ່າງໃດກໍຕາມພວກເຮົາຕ້ອງລໍຖ້າຕິດຕາມລາຍລະອຽດເພີ່ມເຕີມໃນເລື່ອງນີ້.

ຂອບໃຈຂໍ້ມູນຈາກ:

https://www.facebook.com/worldittoday/posts/2829650490624443/