ເຄີຍສົງໄສບໍ່ວ່າ ເປັນຫຍັງສີລະປິນສາກົນທີ່ອອກອາລະບຳ້ເພງໃໝ່ໆ ເຊັ່ນ Taylor, Ariana, Billie ເລີ່ມຕັ້ງຊື່ເປັນຕົວພິມນ້ອຍ ຫຼື lower case letters?


ເຄີຍສັງເກດບໍ່ວ່າ ໄລຍະນີ້ເປັນຫຍັງສີລະປິນສາກົນທີ່ອອກອາລະບ້ຳເພງໃໝ່ ເຊັ່ນວ່າ Taylor Swift, Ariana Grande, Billie Eilish  ແລະ ຄົນອື່ນໆ ເລີ່ມຕັ້ງຊື່ເພງເປັນ lower case letters ຫຼື ຕົວພິມນ້ອຍໝົດເລີຍ ເຊິ່ງຈາກເວັບໄຊ Quartz ໄດ້ລາຍງານວ່າ ທ່າອ່ຽງໃນການໃຊ້ຕົວພິມນ້ອຍທັງໝົດນັ້ນກຳລັງມາ ສ່ວນໜຶ່ງຍ້ອນຈາກອິດທິພົນຂອງການໃຊ້ສື່ສັງຄົມອອນລາຍ.

ແລະ ການໃຊ້ capital letters ຫຼື ຕົວພິມໃຫຍ່ສະແດງເຖິງ “Stuffiness” ຫຼື “ຄວາມອຶດອັດ ແລະ ຄວາມໜ້າເບື່ອ” ຂອງການໃຊ້ກົດທາງໄວຍາກອນທີ່ທາງການ (formal grammar rules) ແລະ ເມື່ອໃຊ້ lowercase ທັງໝົດແລ້ວເຮັດໃຫ້ຮູ້ສຶກເຖິງຄວາມຜ່ອນຄາຍ (Chill) ເຮັດໃຫ້ມັນເປັນຕາເຂົ້າເຖິງຄົນຟັງໄດ້ງ່າຍຫຼາຍກວ່າເກົ່າ ແລະ ຍັງເບິ່ງຄືວ່າອອກນອກກອບໄດ້ຫຼາຍຂຶ້ນເຊັ່ນກັນ.

ອີກເຫດຜົນກໍຄື ພຶດຕິກຳການໃຊ້ສື່ລັກສະນະນີ້ ເຊັ່ນ Twitter ເຮົາໃຊ້ຕົວພິມໃຫຍ່ເພື່ອເນັ້ນ, ຫຼິ້ນມຸກຕະຫຼົກ ຫຼື ເອົາໄວ້ເພື່ອຢອກໃສ່ກັນ.

ເຊິ່ງ Dangerous Women ແລະ Lover ເປັນອາລະບ້ຳສຸດທ້າຍຂອງ Ariana ແລະ Taylor ທີ່ໃຊ້ຕົວພິມໃຫຍ່ (Capitalization) ທຽບກັບອາລະບ້ຳຫຼ້າສຸດຂອງທັງຄູ່ຄືໃຊ້ lowercase ທັງໝົດເລີຍ ທີ່ເບິ່ງແລ້ວຮູ້ສຶກເຮັດໃຫ້ເປັນກັນເອງຫຼາຍກວ່າອາລະບ້ຳກ່ອນໆ.

ພາບ: eonline.com, headlineplanet.com, vogue.co.uk

ຂອບໃຈຂໍ້ມູນຈາກ: