Team Spirit ທີມທີ່ຊະນະການແຂ່ງຂັນ The International 10 ທີ່ມີເງິນຮາງວັນລວມສູງເຖິງ 40 ລ້ານ ໂດລາ


ປິດສາກລົງໄປແລ້ວກັບການແຂ່ງຂັນ The International 10 ຂອງເກມ Dota 2 ທີ່ມີເງິນຮາງວັນລວມສູງເຖິງ 40.000.000 ໂດລາ ເຊິ່ງຈັດຂຶ້ນທີ່ ປະເທດ ໂຣມາເນຍ ໂດຍເປັນການຈັດແບບເຄິ່ງອອນໄລນ໌ ເພາະເນື່ອງດ້ວຍການລະບາດຂອງ ພະຍາດ Covid-19 ຈຶ່ງອະນຸຍາດໃຫ້ ສະເພາະ ນັກແຂ່ງ ແລະ ທີມງານເຂົ້າໄປໃນສະໜາມໄດ້.

ເຊິ່ງທີມທີ່ຊະນະເລີດໃນການແຂ່ງຂັນໃນເທື່ອນີ້ກໍແມ່ນ Team Spirit ທີມໄວໜຸ່ມໄຟແຮງຈາກ ຣັດເຊຍ ທີ່ສາມາດເອົາຊະນະທີມ PSG.LGD ຈາກປະເທດຈີນໄດ້ດ້ວຍຄະແນນ 3-2, Team Spirit ຖືວ່າເປັນທີມມ້າມືດນອກສາຍຕາທີ່ບໍ່ມີໃຜຄິດວ່າຈະສາມາດເອົາຊະນະການແຂ່ງຂັນໄດ້.

ແຕ່ Team Spirit ກໍສາມາດຜ່ານທີມຊັ້ນນຳຕ່າງໆຂອງໂລກ Dota 2 ໃນປີນີ້ມາໄດ້ພ້ອມທັງຄວ້າເງິນຮາງວັນອັນດັບໜຶ່ງ ຈຳນວນ 18 ລ້ານໂດລາ (ຫຼືປະມານ 182.629.800.000 ກີບ) ຈາກເງິນຮາງວັນລວມທັງໝົດ 40 ລ້ານໂດລາ ເຊິ່ງຖືວ່າເປັນເງິນຮາງວັນທີ່ສູງທີ່ສຸດໃນປະຫວັດສາດຂອງວົງການ E-sport.

Team Spirit Member:

  1. Yatoro – Illya Mulyarchuk
  2. Torontotokyp – Alexander Kherktek
  3. Collapse – Magomed Khalilov
  4. Mira – Miroslaw Kolpakov
  5. Miposhka – Yaroslav Naidenov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/