Taylor Swift ກາຍເປັນສິລະປິນຄົນທຳອິດໃນປະຫວັດສາດທີ່ມີເພງຕິດອັນດັບ 1-10 ຢູ່ Chart Billboard Hot 100

ສິລະປິນ

ເອີ້ນໄດ້ວ່າຍັງຄົງຮ້ອນແຮງແບບບໍ່ມີຢຸດ ສຳລັບສິລະປິນສາວຫຼາກຫຼາຍຄວາມສາມາດຢ່າງ Taylor Swift ທີ່ຕັ້ງແຕ່ປ່ອຍອາລະບ້ຳໃໝ່ Midnight ອອກມາໃຫ້ແຟນໆໄດ້ຟັງ ເມື່ອວັນທີ 21 ຕຸລາ 2022 ທີ່ຜ່ານມາກໍໄດ້ສ້າງສະຖິຕິໃໝ່ໃຫ້ກັບຕົນເອງແບບນັບບໍ່ຖ້ວນ ແລະ ຫຼ້າສຸດນີ້ 1 ພະຈິກ 2022 Taylor Swift ກໍໄດ້ສ້າງປະຫວັດສາດໜ້າໃໝ່ ໂດຍກາຍເປັນສິລະປິນຄົນທຳອິດໃນປະຫວັດສາດທີ່ມີເພງຕິດ Top 10 ຂອງ Chart Billboard Hot 100.

ສິລະປິນ

ສຳລັບອັນດັບ 1 ໃນ Chart Billboard Hot 100 ຂະນະນີ້ໄດ້ແກ່ເພງ Anti-Hero, ພ້ອມນັ້ນ Anti-Hero ຍັງກາຍເປັນເພງທີ 9 ຂອງ Taylor Swift ທີ່ສາມາດຄອງອັນດັບ #1 ເທິງ Chart Hot 100 ຕໍ່ຈາກເພງ All Too Well (Taylor’s Version) ທີ່ເຄີຍເຮັດໄດ້ເມື່ອປີ 2021.

ສິລະປິນ

ໃນສ່ວນຂອງເພງອື່ນໆ ຂອງ Taylor ໃນອາລະບ້ຳ Midnight ທີ່ຕິດ Top 10 ຂອງ Chart Billboard Hot 100 ມີຄື: ເພງ Lavender Haze ເປີດຕົວດ້ວຍອັນດັບທີ 2, Maroon ອັນດັບ 3, Snow On The Beach ft. Lana Del Rey ອັນດັບ 4, Midnight Rain ອັນດັບ 5, Bejeweled ອັນດັບ 6, Question…? ອັນດັບ 7, You’re On Your Own, Kid ອັນດັບ  8, Karma ອັນດັບ 9 ແລະ Vigilante Shit ອັນດັບ 10.

ສິລະປິນ

ຍິ່ງໄປກວ່ານັ້ນ Anti-Hero ຍັງເຮັດໃຫ້ Taylor Swift ກາຍເປັນສິລະປິນຍິງຄົນທີ 2 ໃນປະຫວັດສາດທີ່ມີເພງເປີດຕົວອັນດັບ 1 ຫຼາຍເຖິງ 5 ເພງເຊິ່ງໄດ້ແກ່ Shake It off, Cardigan, Willow, All Too Well (Taylor’s Version) ແລະ Anti-Hero.

ຫຼັງຈາກທີ່ທາງ Billboard ປະກາດຄວາມສຳເລັດໃນຄັ້ງນີ້ Taylor Swift ກໍໄດ້ຕອບກັບຢ່າງດີໃຈແລະຕື່ນເຕັ້ນຜ່ານ Twitter ວ່າ ເພງທັງ 10 ຈາກອາລະບ້ຳທີ 10 ຂອງຂ້ອຍຕິດ Hot 100?  ຂ້ອຍດີໃຈຈົນບອກບໍ່ຖືກ.

ສິລະປິນ

ເຊິ່ງກ່ອນໜ້ານີ້ອາລະບ້ຳ Midnight ຂອງ Taylor Swift ໄດ້ສ້າງສະຖິຕິຕ່າງໆ ເຊັ່ນ

  • Midnight ກາຍເປັນອາລະບ້ຳທີ່ມີຍອດຂາຍ Pure Sale ສູງສຸດປະຈໍາປີ 2022 ໃນສະຫະລັດອາເມຣິກາ
  • ເພງໃນອາລະບ້ຳ Midnight ເຮັດຍອດສະຕຣີມມິ່ງສູງສຸດໃນປະຫວັດສາດ Spotify ພາຍໃນມື້ໜຶ່ງໂດຍມີຍອດການສະຕຣີມມິ່ງສູງເຖິງ 185 ລ້ານຄັ້ງ
  • ເປັນຄັ້ງທຳອິດເທິງ Spotify ທີ່ 13 ເພງຈາກອາລະບ້ຳ Midnight ຂອງ Taylor Swift ສາມາດຕິດ Chart Top 50-Global ໃນ 13 ອັນດັບທຳອິດ
  • ເພງ Anti-Hero ຈາກອາລະບ້ຳ Midnight ກາຍເປັນເພງທີ່ມີຍອດສະຕຣີມສູງສຸດໃນມື້ທຳອິດທີ່ຖືກປ່ອຍອອກມາໃນ Spotify ດ້ວຍຍອດ 17.390.253 ຄັ້ງ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/